24 C
Vientiane
ວັນທີ 12 January, 2026

“ລາຍລະອຽດ ເຫດໄຟໄໝ້ຢູ່ບ້ານວັດທາດ ແມ່ນການປຸ້ນຊັບຄາດຕະກຳ ທໍາລາຍຫຼັກຖານ”

Must read

ອີງຕາມບົດລານງານຂອງ ກອງບັນຊາການ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມັງກອນ 2026 ເວລາ 1 ໂມງ (ເຊົ້າມືດ), ທາງເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ໄດ້ຮັບແຈ້ງທາງໂທລະສັບ ຈາກອໍານາດການປົກຄອງບ້ານວັດທາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ວ່າ: ໄດ້ມີເຫດການອັກຄີໄພ ( ໄຟໄໝ້ເຮືອນ ) ຂອງປະຊາຊົນຢູ່ບ້ານວັດທາດ ນະຄອນ-ຫຼວງພະບາງ, ພາຍຫຼັງໄດ້ຮັບແຈ້ງ ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາສະຖານເກີດເຫດຕົວຈິງ ເຫັນວ່າ: ມີມູນຄວາມຈິງແທ້, ພົບເຫັນເຮືອນປະຊາຊົນໄດ້ຮັບຜົນເສຍຫາຍ ຈໍານວນ 8 ຫຼັງຄາ, ໃນນັ້ນເສຍຫາຍສົມຄວນ ຈໍານວນ 5 ຫຼັງຄາ, ເສຍຫາຍທຳມະດາ 3 ຫຼັງຄາ; ພົບເຫັນຜູ້ເສຍຊີວິດ ຈໍານວນ 2 ຄົນ ຄື: ນາງ ຢາງຟົງຈຽວ ອາຍຸ 35 ປີ ( ເມຍ ທ້າວ ເຊີນຫຼົງ ) ອາຊີບຄ້າຂາຍ ສັນຊາດຈີນ ປັດຈຸບັນພັກເຊົາຢູ່ບ້ານວັດທາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ ນາງ ຊຸນຊື່ຢ່າງ ອາຍຸ 5 ປີ ( ສັນຊາດຈີນ ) ລູກຂອງທ້າວ ເຊີນຫຼົງ.

ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນ, ຫຼັກຖານຈຶ່ງຮູ້ວ່າ: ຜູ້ທີ່ລົງມືກໍ່ເຫດ ໃນຄັ້ງນີ້ແມ່ນທ້າວ ຢຸຍເຟິງທົງ ( ສັນຊາດຈີນ ), ຜ່ານການຕິດຕາມຂອງເຈົ້າໜ້າທີ່ມາເຖິງວັນທີ 4 ມັງກອນ 2026 ຈຶ່ງສາມາດຈັບຕົວທ້າວ ຢຸຍເຟີງທົງ ໄດ້ຢູ່ບໍ່ເຕນ ແຂວງຫຼວງນໍ້າທາ.

ຜ່ານການສອບສວນທ້າວ ຢຸຍເຟີງທົງ ອາຍຸ 43 ປີ ອາຊີບຄ້າຂາຍ ສັນຊາດຈີນ ເມືອງສາງຫຼິງ ແຂວງຈີນຫຼິນ ປັດຈຸບັນພັກເຊົາຢູ່ຫ້ອງແຖວບໍ່ເຕນ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ການຮັບສາລະພາບວ່າ: ໄດ້ລົງມືປຸ້ນຊັບ, ຄາດຕະກຳ ນາງ ຢາງຟົງຈຽວ ແລະ ນາງ ຊຸນຊື່ຢ່າງ ແທ້, ຈາກນັ້ນຈຶ່ງໄດ້ທໍາລາຍຫຼັກຖານດ້ວຍການຈູດເຮືອນ.

ທ້າວ ຢຸຍເຟີງທົງ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ ວ່າ: ໃນໄລຍະປີ 2023, ຜູ້ກ່ຽວໄດ້ລົງທຶນທຸລະກິດຮ້ານຂາຍໝາກໄມ້ຢູ່ຊຽງຮຸ້ງ ( ປະເທດຈີນ ) ຮ່ວມກັບ ທ້າວ ເຊີນຫຼົງ ( ຄົນສັນຊາດຈີນ ) ເປັນເງິນຈໍານວນ 100.000 ຢວນ ຫຼື ປະມານ 300 ລ້ານກີບ ພາຍຫຼັງດໍາເນີນທຸລະກິດແລ້ວ ທ້າວ ເຊີນຫຼົງ ແມ່ນບໍ່ໄດ້ແບ່ງປັນຜົນກຳໄລໃຫ້ຈົນເຖິງປັດຈຸບັນ ເຊິ່ງໄດ້ທວງຖາມຫຼາຍຄັ້ງ ແຕ່ ທ້າວ ເຊີນຫຼົງ ກໍບໍ່ຍອມແບ່ງປັນເງິນໃຫ້. ຈາກນັ້ນ, ທ້າວ ເຊີນຫຼົງ ກໍໄດ້ມາເຮັດທຸລະກິດຢູ່ແຂວງຫຼວງພະບາງ ຈົນເຖິງປັດຈຸບັນຜູ້ກ່ຽວຈຶ່ງເກີດມີແນວຄິດຄຽດແຄ້ນ, ຕົກມາເຖິງວັນທີ 31 ທັນວາ 2025 ຜູ້ກ່ຽວຈຶ່ງມາປະເທດລາວ ພໍມາຮອດໄດ້ມາພັກເຊົາຢູ່ບໍ່ເຕນ ແຂວງຫຼວງນໍ້າທາ ຮອດວັນທີ 2 ມັງກອນ 2026 ເວລາປະມານ 8 ໂມງ ຜູ້ກ່ຽວຈຶ່ງເຊົ່າລົດຈັກແລ້ວຂັບຂີ່ອອກຈາກ ແຂວງຫຼວງນໍ້າທາ ມາແຂວງຫຼວງພະບາງ ເພື່ອມາທວງຖາມເອົາເງິນນໍາ ທ້າວ ເຊີນຫຼົງ ຢູ່ຮ້ານຂາຍເຄື່ອງວັດຖຸມີຄ່າຢູ່ ບ້ານວັດທາດ ນະຄອນ-ຫຼວງພະບາງ ແຕ່ບໍ່ພົບເຫັນ ທ້າວ ເຊີນຫຼົງ ຈຶ່ງໄດ້ຕິດຕາມຮອດເວລາປະມານ 23 ໂມງ ຈຶ່ງ ເຫັນນາງ ຢາງຟົງຈຽວ ແລະ ນາງ ຊຸນຊື່ຢ່າງ ( ເມຍ ແລະ ລູກຂອງທ້າວ ເຊີນຫຼົງ ) ຂັບຂີ່ລົດໄຟຟ້າມາຈອດໜ້າຮ້ານ ຜູ້ກ່ຽວຈຶ່ງໄດ້ເຂົ້າໄປຈັບຕົວນາງ ຢາງຟົງຈຽວ ໄວ້ແຕ່ນາງ ຢາງຟົງຈຽວ ໄດ້ແລ່ນອອກມານອກຮ້ານຜູ້ກ່ຽວໄດ້ໄລ່ຕາມ ແລ້ວໃຊ້ປືນຍີ່ຫໍ້ CF ຈີ້ຂົ່ມຂູ່ພາຕົວກັບເຂົ້າໄປໃນຮ້ານພ້ອມທັງປິດປະຕູ ເວລານັ້ນນາງ ຊຸນຊື່ຢາງ ໄດ້ຮ້ອງໄຫ້ ຜູ້ກ່ຽວຈຶ່ງບັງຄັບໃຫ້ນາງ ຢາງຟົງຈຽວ ( ຜູ້ເປັນແມ່ ) ເອົາຖົງຢາງຄຸມຫົວໄວ້ຈົນໝົດສະຕິ ຈຶ່ງບັງຄັບໃຫ້ ນາງ ຢາງຟົງຈຽວ ຂຶ້ນໄປຊັ້ນສອງ ( ຫ້ອງນອນ ) ເວລານັ້ນນາງ ຢາງຟົງຈຽວ ຮ້ອງຂໍຄວາມຊ່ວຍເຫຼືອ ຜູ້ກ່ຽວຈຶ່ງໃຊ້ມືບີບຄໍ ບັງຄັບໃຫ້ເປີດຕູ້ເຊັບເອົາເງິນ ແລະ ວັດຖຸມີຄ່າໃສ່ກະເປົາຂອງຜູ້ກ່ຽວຈຶ່ງລົງມາເພື່ອຈະຫຼົບໜີ.

ເວລານັ້ນແມ່ນໄດ້ຍິນສຽງນາງ ຢາງຟົງຈຽວ ລົມໂທລະສັບ ຜູ້ກ່ຽວຈຶ່ງກັບຂຶ້ນໄປຫາ ຂະນະນັ້ນນາງ ຢາງຟົງຈຽວ ໄດ້ເວົ້າວ່າ: ປັດຈຸບັນໄດ້ແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ແລ້ວ ເມື່ອໄດ້ຍິນແນວນັ້ນຜູ້ກ່ຽວຈຶ່ງໃຊ້ມືບີບຄໍນາງ ຢາງຟົງຈຽວ ຈົນໝົດສະຕິ ຈຶ່ງກັບລົງມາຊັ້ນລຸ່ມເອົານໍ້າມັນຢູ່ ຮ້ານເທໃສ່ເຄື່ອງຢູ່ໃນຮ້ານແລ້ວໃຊ້ໄຟຈູດເພື່ອທໍາລາຍຫຼັກຖານ ຈາກນັ້ນໄດ້ປິດປະຕູຮ້ານແລ້ວຂັບຂີ່ລົດຈັກເອົາ ໂທລະສັບຂອງນາງ ຢາງຟົງຈຽວ ໂຍນຖິ້ມໃສ່ຫຼັງຄາເຮືອນປະຊາຊົນຢູ່ເສັ້ນທາງແຄມນໍ້າຄານ ບ້ານອາໄພ ນະຄອນ-ຫຼວງພະບາງ. ຈາກນັ້ນ, ຈຶ່ງຂັບຂີ່ຫຼົບໜີໄປຕາມເສັ້ນທາງເລກທີ 13 ເໜືອໄດ້ປະມານ 160 ກິໂລແມັດ ຈຶ່ງເອົາປືນໂຍນຖິ້ມແຄມທາງ ແລ້ວຂັບຂີ່ລົດຈັກໄປແຂວງຫຼວງນໍ້າທາ ແລ້ວໄປພັກຢູ່ໂຮງແຮມ ( ບໍ່ຊາບຊື່ ) ຮອດເວລາ ປະມານ 12 ໂມງ ຂອງວັນທີ 4 ມັງກອນ 2026 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາທຳການສອບສວນ.

ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນ, ຫຼັກຖານຂອງເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງພະບາງ ເຫັນວ່າ: ການກະທໍາຂອງ ທ້າວ ຢຸຍເຟີງທົງ ແມ່ນເປັນການກະທໍາຜິດຕໍ່ກົດໝາຍອາຍາມາດຕາ 230, 188, 383 ໃນຂໍ້ຫາ: ການປຸ້ນຊັບ, ຄາດຕະກຳ ແລະ ການທໍາລາຍຫຼັກຖານ ໂດຍແທ້ຈິງ; ເປັນການກະທໍາຜິດ ຢ່າງໂຫດຮ້າຍປ່າເຖື່ອນ, ສ້າງຄວາມເສຍ ຫາຍທາງດ້ານຊີວິດ, ວັດຖຸຊັບສິນຂອງບຸກຄົນອື່ນ, ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາທີ່ໄດ້ກຳນົດໄວ້.

ສາເຫດທີ່ຜູ້ກ່ຽວລົງມືກະທໍາຜິດໃນຄັ້ງນີ້ ຍ້ອນວ່າ: ຜູ້ກ່ຽວ ແລະ ທ້າວ ເຊີນຫຼົງ ໄດ້ລົງທຶນຮ່ວມທຸລະກິດຄ້າຂາຍໝາກໄມ້ຢູ່ປະເທດຈີນ ແລ້ວບໍ່ໄດ້ຮັບຜົນປະໂຫຍດແບ່ງປັນ ຈຶ່ງເກີດມີແນວຄິດບໍ່ພໍໃຈ ຈຶ່ງລົງມືກໍ່ເຫດ.

ຕໍ່ກັບເຫດການທາງເຈົ້າໜ້າທີ່ຈະສືບຕໍ່ທໍາການສືບສວນ-ສອບສວນ ຂະຫຍາຍຜົນ, ເກັບກູ້ວັດຖຸຂອງກາງຄະດີ ເພື່ອເຮັດໃຫ້ຈະແຈ້ງ, ດໍາເນີນໄປຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສຕາມຂັ້ນຕອນຂອງກົດໝາຍ ແລະ ສືບຕໍ່ດໍາເນີນຄະດີຕໍ່ຕົວທ້າວ ຢຸຍເຟີງທົງ ຕາມກົດໝາຍ.

(ໂດຍ: ສາວເມືອງຫາດ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article