ຄະນະກວດກາພັກ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊສົມບູນ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ອຸດອນ ສິງດາລາ, ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພູຄໍາ ແກ້ວວົງໄຊ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງປະທານອົງການກວດກາແຫ່ງລັດ ສະບັບເລກທີ 337/ຫກຫລ, ລົງວັນທີ 02 ກັນຍາ 2026 ວ່າດ້ວຍການແຕ່ງຕັ້ງ ຮອງປະທານອົງການກວດກາລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊສົມບູນ ໂດຍເຫັນດີແຕ່ງຕັ້ງ ທ່ານ ຊັນຍາ ແສນຍາກອນ ເປັນຮອງປະທານອົງການກວດກາລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊສົມບູນ ຜູ້ໃໝ່ ແລະ ຜ່ານຂໍ້ຕົກລົງ ຂອງຄະນະກໍາມະການປົກຄອງ ແຂວງໄຊສົມບູນ ສະບັບເລກທີ 1152/ຄປຂ, ລົງວັນທີ 13 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຊຶ່ງປະກອບມີ 6 ທ່ານ, ຍິງ 2 ທ່ານຄື: ທ່ານ ບຸນຈັນ ຄໍາບຸນຜອງ ເປັນຫົວໜ້າຂະແໜງກວດກາລັດ ແລະ ຕິດຕາມຜົນການກວດກາ, ທ່ານ ຄໍາຟອງ ພົມມະສອນ ເປັນວ່າການແທນຫົວໜ້າຫ້ອງການຄົ້ນຄວ້າສັງລວມ, ທ່ານ ນາງ ສີສົມພູ ພິລາວົງ ເປັນຮອງຫົວໜ້າຫ້ອງການຄົ້ນຄວ້າສັງລວມ, ທ່ານ ນັດທະພອນ ແສນຄໍາຢອງ ເປັນຮອງຫົວໜ້າຂະແໜງກວດກາລັດ ແລະ ຕິດຕາມຜົນການກວດກາ, ທ່ານ ນາງ ສາຍຕາວັນ ເຮືອງມະນີ ເປັນຮອງຫົວໜ້າຂະແໜງກວດກາພັກ ແລະ ທ່ານ ສີປະເສີດ ວົງສາວັນທອງ ເປັນຮອງຫົວໜ້າຂະແໜງຕ້ານ ແລະ ສືບສວນການສໍ້ລາດບັງຫຼວງ. ຫຼັງຈາກນັ້ນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ໃຫ້ກຽດຂຶ້ນມອບ ຂໍ້ຕົກລົງໃຫ້ແກ່ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຢ່າງເປັນທາງການ.

ໂອກາດດັ່ງກ່າວ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ ພ້ອມທັງຊອກຮູ້ຮໍ່າຮຽນ, ຮຽນຮູ້ເອົາພຶດຕິກໍາຕົວຈິງ ໂດຍການຍົກລະດັບທິດສະດີການເມືອງ ໄປພ້ອມກັບການເພີ່ມທະວີຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແທ້ຈິງ ຄຽງຄູ່ກັນນີ້ ກໍໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ຍົກສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ ພ້ອມທັງໂຮມກຳລັງແຮງຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ພັກ-ລັດມອບໝາຍໃຫ້ ໄດ້ຮັບຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ





