ຈັບຜູ້ກໍ່ເຫດທຳຮ້າຍຮ່າງກາຍຄົນອື່ນແລະ ຈູດເຮືອນຕົນເອງ ຍ້ອນຢາເສບຕິດ

Must read

ວັນທີ 20 ສິງຫາ 2026 ເຈົ້າໜ້າທີ່ ປກສ ເມືອງຈຳປາສັກ ໄດ້ແຈ້ງຈາກການຈັດຕັ້ງບ້ານດອນຕະລາດ ເມືອງຈຳປາສັກ ແຂວງຈຳປາສັກ ວ່າ: ໃນວັນທີ 19 ສິງຫາ 2026 ເວລາປະມານ 19:30 ນາທີ ໄດ້ມີທ້າວ ວິໄລພອນ ອາຍຸ 31 ປີ ອາຊີບຊາວນາ ຢູ່ບ້ານ ດອນຕະລາດ ເມືອງຈຳປາສັກ ແຂວງຈຳປາ ສັກ ໄດ້ທຳຮ້າຍຮ່າງກາຍ ທ້າວ ອິນທາ ອາຍຸ 28 ປີ ອາຊີບຊາວນາ ຄົນບ້ານດຽວກັນ ໄດ້ຮັບບາດເຈັບ, ຈາກນັ້ນຜູ້ກ່ຽວຍັງໄດ້ທຸບແວ່ນປະຕູປ່ອງຢ້ຽມເຮືອນຂອງທ້າວ ອິນທາ ແລະ ໄດ້ຈູດເຮືອນຕົນເອງອີກ

ຜ່ານການສືບສວນ-ສອບສວນ ທ້າວ ວິໄລພອນ ຮັບສາລະພາບ ວ່າ: ໃນປີ 2019 ທ້າວ ວິໄລພອນ ໄດ້ຖືກດຳເນີນຄະດີໃນຂໍ້ຫາ: ລັກຊັບ ສານຕັດສິນລົງໂທດຕັດອິດສະຫລະພາບເປັນເວລາ 3 ປີ 6 ເດືອນ, ຮອດປີ 2023 ຈຶ່ງພົ້ນໂທດ ແລ້ວອອກມາຢູ່ນຳຄອບຄົວ ນັບແຕ່ນັ້ນມາ ຕົນເອງໄດ້ເລີ່ມເສບຢາເສບຕິດ (ຢາບ້າ), ໃນວັນທີ 19 ສິງຫາ 2026 ເວລາປະມານ 19:00 ໂມງໄດ້ໄປຫາທ້າວ ອິນທາ ໄດ້ເວົ້າວ່າ: ໄປຊື້ຢາບ້າມາໃຫ້ເສບແນ່ ຊິເອົາເງິນໃຫ້,ເວລານັ້ນທ້າວ ອິນທາ ຕອບວ່າ: ໄປຊື້ເອງ ບໍ່ຮູ້ບ່ອນຊື້, ເມື່ອໄດ້ຍີນແນວນັ້ນເຮັດໃຫ້ ເກີດຄວາມບໍພໍໃຈຈຶ່ງໄດ້ລົງມືທຳຮ້າຍຮ່າງກາຍທ້າວ ອິນທາ ດ້ວຍການໃຊ້ກຳປັ້ນຊັດໃສ່ໃບໜ້າ 2 ບາດ ແລະ ເຕະຂາ 1 ບາດ ເຮັດໃຫ້ທ້າວ ອິນທາ ໄດ້ຮັບບາດເຈັບ, ຈາກນັ້ນທ້າວ ວິໄລພອນ ໄດ້ປົດເກີບຜ້າໃບທີ່ຜູ້ກ່ຽວໃສ່ມາທູບແວ່ນປະຕູປ່ອງຢ້ຽມເຮືອນ ທ້າວ ອິນທາ ແຕກ 2 ແຜ່ນ,

ພາຍຫຼັງກໍ່ເຫດ, ກໍກັບເມືອເຮືອນຂອງຕົນເອງ ຍ້ອນບໍ່ໄດ້ເສບຢາ ຈຶ່ງພາໃຫ້ ໃຈຮ້າຍ ຫງຸດຫງິດ ເມື່ອ ເມືອຮອດເຮືອນ ຈຶ່ງໄດ້ທູບຕູ້ແວ່ນ ແລະ ເອົາກັບໄຟມາຈູດເສື່ອນອນ ແລະ ເສື້ອຜ້າພາຍໃນເຮືອນຂອງຜູ້ກ່ຽວເອງ ແລະ ໃນເວລານັ້ນໄດ້ມີປະຊາຊົນຂ້າງເຮືອນມາພົບເຫັນຈຶ່ງໄດ້ຊ່ວຍກັນມອດໄຟ. ຕົກມາຮອດ ເວລາ 11:00 ໂມງ ຂອງວັນທີ 20 ສິງຫາ 2026 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ຂ່າວ: ປກສ ເມືອງ ຈຳປາສັກ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article