
ວິທະຍຸ, ໂທລະພາບສູນກາງ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ທະນາຄານກາງການາດາໄດ້ອອກຖະແຫຼງການວ່າ, ເສດຖະກິດການາດາໄດ້ຟື້ນຟູຂຶ້ນໃນໄຕມາດທີ 2 ປີນີ້, ແຕ່ຍັງປະເຊີນກັບຄວາມບໍ່ແນ່ນອນຫຼາຍຢ່າງ. ນະໂຍບາຍພາສີໃໝ່ ແລະ ແຜນການເຄື່ອນໄຫວດ້ານພາສີໃນຕໍ່ໜ້າຂອງ ສະຫະລັດ ອາເມຣິກາ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ການຟື້ນຟູເສດຖະກິດການາດາຢ່າງຕໍ່ເນື່ອງ.
ຖະແຫຼງການລະບຸຕື່ມວ່າ: ເນື່ອງຈາກການປະທະກັນຢູ່ຕາເວັນອອກກາງຍັງດຳເນີນຢູ່ ແລະ ຄວາມຄືບໜ້າພຽງເລັກນ້ອຍຂອງການເປີດຊ່ອງແຄບຮໍມຸສ, ເຮັດໃຫ້ຄວາມສ່ຽງດ້ານໄພເງິນເຟີ້ເພີ່ມສູງຂຶ້ນ ແລະ ຍິ່ງລາຄານ້ຳມັນເຊື້ອໄຟຢູ່ໃນລະດັບສູງດົນເທົ່າໃດ, ຄວາມສ່ຽງທີ່ເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການຕ່າງໆ ກໍຍິ່ງເພີ່ມຂຶ້ນຫຼາຍເທົ່ານັ້ນ.
ທະນາຄານກາງການາດາ ຄາດຄະເນວ່າ: ນະໂຍບາຍພາສີໃໝ່ຂອງ ສະຫະລັດ ອາເມຣິກາ ແລະ ນະໂຍບາຍພາສີຕອບໂຕ້ຂອງການາດາຈະເຮັດໃຫ້ຕົ້ນທຶນຂອງວິສາຫະກິດຈຳນວນໜຶ່ງເພີ່ມຂຶ້ນ ແລະ ອາດຈະສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນໄລຍະຍາວ.





