ນະໂຍບາຍພາສີຂອງອາເມຣິກາ ອາດສົ່ງຜົນຕໍ່ການຟື້ນຟູເສດຖະກິດການາດາ

Must read

ວິທະຍຸ, ໂທລະພາບສູນກາງ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ທະ​ນາ​ຄານ​ກາງ​ກາ​ນາ​ດາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ເສດ​ຖະ​ກິດ​ກາ​ນາ​ດາ​ໄດ້​ຟື້ນ​ຟູ​ຂຶ້ນ​ໃນ​ໄຕ​ມາດ​ທີ 2 ​ປີ​ນີ້, ແຕ່​​ຍັງ​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນຫຼາຍຢ່າງ. ນະ​ໂຍ​ບາຍ​ພາ​ສີ​ໃໝ່ ແລະ ​ແຜນການ​ເຄື່ອນ​ໄຫວ​ດ້ານ​ພາ​ສີ​ໃນ​​ຕໍ່​ໜ້າ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ການ​ຟື້ນ​ຟູເສດ​ຖະ​ກິດ​ກາ​ນາ​​ດາ​ຢ່າງ​ຕໍ່​ເນື່ອງ.

ຖະ​ແຫຼງ​ການ​ລະ​ບຸ​ຕື່ມ​ວ່າ: ເນື່ອງ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ດຳ​ເນີນ​ຢູ່ ແລະ ​ຄວາມ​ຄືບ​ໜ້າ​ພຽງ​ເລັກ​ນ້ອຍ​ຂອງການ​ເປີດ​ຊ່ອງ​ແຄບ​ຮໍ​ມຸ​ສ, ເຮັດ​ໃຫ້ຄວາມ​ສ່ຽງ​ດ້ານ​ໄພ​ເງິນ​ເຟີ້​ເພີ່ມ​ສູງ​ຂຶ້ນ ແລະ ​ຍິ່ງລາ​ຄານ້ຳ​ມັນ​ເຊື້ອ​ໄຟ​ຢູ່​​ໃນ​ລະ​ດັບ​​ສູງດົນເທົ່າ​ໃດ, ຄວາມ​ສ່ຽງ​ທີ່​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ ແລະ​ ການ​ບໍ​ລິ​ການຕ່າງໆ ກໍ​ຍິ່ງ​ເພີ່ມ​ຂຶ້ນຫຼາຍ​ເທົ່າ​ນັ້ນ.

ທະ​ນາ​ຄານ​ກາງ​ກາ​ນາ​ດາ ​ຄາດ​ຄະ​ເນ​ວ່າ: ນະ​ໂຍ​ບາຍ​ພາ​ສີ​ໃໝ່​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ແລະ ນະ​ໂຍ​ບາຍ​ພາ​ສີ​ຕອບ​ໂຕ້​ຂອງ​ກາ​ນາ​ດາ​ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ຂອງວິ​ສາ​ຫະ​ກິດ​​ຈຳ​ນວນ​ໜຶ່ງ​ເພີ່ມ​ຂຶ້ນ ແລະ ອາດ​ຈະ​ສົ່ງ​ຜົນກະ​ທົບ​ຕໍ່​ລາ​ຄາ​​ສິນ​ຄ້າ​ອຸ​ປະ​ໂພກ-​ບໍ​ລິ​ໂພກ​ ໃນໄລ​ຍະ​ຍາວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article