ພາຍຸໄຕ້ຝຸ່ນໂຊເດລ (Saudel) ພັດເຂົ້າມົນທົນຝູຈ້ຽນຂອງຈີນເປັນຮອບທີ 3 ສ້າງຄວາມເສຍຫາຍເປັນວົງກວ້າງ ທາງການຍົກລະດັບການຮັບມືຂຶ້ນສູ່ຂັ້ນສູງສຸດ

Must read

ໄຕ້ຝຸ່ນໂຊເດລ (Saudel) ໄດ້ພັດຂຶ້ນຝັ່ງບໍລິເວນຊາຍຝັ່ງມົນທົນຝູຈ້ຽນ ທາງຕາເວັນອອກສ່ຽງໃຕ້ຂອງຈີນອີກຄັ້ງ ຫຼັງຈາກທີ່ພາຍຸເຄີຍພັດຂຶ້ນຝັ່ງຢູ່ມົນທົນເຈີ້ຈຽງມາແລ້ວ 2 ຄັ້ງ ເມື່ອວັນທີ 28 ສິງຫາ ທີ່ຜ່ານມາ, ເຮັດໃຫ້ເກີດຝົນຕົກໜັກຢ່າງຕໍ່ເນື່ອງ ແລະ ເກີດນ້ຳຖ້ວມເປັນວົງກວ້າງໃນຫຼາຍພື້ນທີ່.

ສູນອຸຕຸນິຍົມວິທະຍາມົນທົນຝູຈ້ຽນລະບຸວ່າ: ໄຕ້ຝຸ່ນໂຊເດລ ໄດ້ພັດຂຶ້ນຝັ່ງໃນຊ່ວງເຊົ້າຂອງວັນພະຫັດ ໂດຍມີຄວາມໄວລົມສູງສຸດໃກ້ສູນກາງພາຍຸປະມານ 23 ແມັດຕໍ່ວິນາທີ ຫຼື ປະມານ 83 ກິໂລແມັດຕໍ່ຊົ່ວໂມງ.

ອິດທິພົນຂອງໄຕ້ຝຸ່ນດັ່ງກ່າວ ເຮັດໃຫ້ເກີດຝົນຕົກໜັກໃນພື້ນທີ່ສ່ວນໃຫຍ່ຂອງມົນທົນ, ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳ ແລະ ລຳນ້ຳສາຂາຫຼາຍສາຍເພີ່ມສູງຂຶ້ນຢ່າງວ່ອງໄວ.

ຫຼາຍເມືອງ ແລະ ບ້ານເຮືອນໄດ້ລາຍງານສະພາບນ້ຳເອີ່ລົ້ນ ແລະ ນ້ຳຖ້ວມຂັງ, ໃນຂະນະທີ່ບາງພື້ນທີ່ຕ້ອງປະເຊີນກັບດິນເຈື່ອນທັບເສັ້ນທາງ, ນ້ຳໄຫຼທະລັກເຂົ້າຖ້ວມບ້ານເຮືອນ ແລະ ເຮັດໃຫ້ເສັ້ນທາງຄົມມະນາຄົມໄດ້ຮັບຜົນກະທົບ.

ພາບທາງອາກາດເຜີຍໃຫ້ເຫັນພື້ນທີ່ເຂດເມືອງ ແລະ ພື້ນທີ່ການກະເສດຫຼາຍແຫ່ງຖືກນ້ຳຖ້ວມເປັນບໍລິເວນກວ້າງ, ໂດຍບາງພື້ນທີ່ມີນ້ຳໄຫຼເຂົ້າຖ້ວມເສັ້ນທາງ ແລະ ຊຸມຊົນ ຈົນເຮັດໃຫ້ການສັນຈອນເປັນໄປດ້ວຍຄວາມຍາກລຳບາກ.

ຫຼັງຈາກສະຖານະການຮຸນແຮງຂຶ້ນ, ເຈົ້າໜ້າທີ່ທ້ອງຖິ່ນ ແລະ ໜ່ວຍງານສຸກເສີນໄດ້ເລັ່ງລົງພື້ນທີ່ປະສົບໄພ ເພື່ອຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ທ່າມກາງນ້ຳຖ້ວມ.

ທີມກູ້ໄພໄດ້ຖືກສົ່ງເຂົ້າໄປອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງ, ໃນຂະນະທີ່ເຈົ້າໜ້າທີ່ຝ່າຍຄວາມປອດໄພໄດ້ເລັ່ງຈັດການຈາລະຈອນ, ເກັບກວາດເສດຊາກ ແລະ ສິ່ງກີດຂວາງເທິງເສັ້ນທາງ, ພ້ອມທັງສ້ອມແປງເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍຈາກຝົນຕົກໜັກ ແລະ ດິນເຈື່ອນ.

ທາງການມົນທົນຝູຈ້ຽນ ໄດ້ຍົກລະດັບມາດຕະການຮັບມືກັບອຸທົກກະໄພຂຶ້ນສູ່ລະດັບສູງສຸດ ເພື່ອຮັບມືກັບປະລິມານນ້ຳທີ່ເພີ່ມສູງຂຶ້ນ ແລະ ຄວາມສ່ຽງຈາກຝົນຕົກໜັກຢ່າງຕໍ່ເນື່ອງ. ໂດຍຫຼາຍພື້ນທີ່ຍັງຄົງຕ້ອງເຝົ້າລະວັງຢ່າງໃກ້ຊິດ ເນື່ອງຈາກຝົນຕົກໜັກອາດເຮັດໃຫ້ລະດັບນ້ຳໃນແມ່ນ້ຳ ແລະ ພື້ນທີ່ລຸ່ມຕ່ຳເພີ່ມສູງຂຶ້ນຕື່ມ, ລວມທັງເພີ່ມຄວາມສ່ຽງທີ່ຈະເກີດນ້ຳຖ້ວມ ແລະ ດິນເຈື່ອນຕື່ມອີກ.

ແຫຼ່ງຂ່າວ: CCTV / ສູນອຸຕຸນິຍົມວິທະຍາມົນທົນຝູຈ້ຽນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article