ອັບເດດການສ້ອມແປງເສັ້ນທາງພູຜາມ່ານ ເມືອງຄູນຄຳ ແຂວງຄຳມ່ວນ

Must read

ເສັ້ນທາງພູຜາມ່ານ ເມືອງຄູນຄຳ ແຂວງຄຳມ່ວນ, ເຊິ່ງເສັ້ນທາງດັ່ງກ່າວ ໄດ້ປິດການສັນຈອນຕັ້ງແຕ່ວັນທີ 03-04 ກັນຍາ 2026 ແລະ ຕາມກຳນົດການຈະເປີດໃຫ້ໃຊ້ງານແມ່ນວັນທີ 05 ກັນຍາ 2026 ເວລາ 6:00 ໂມງເຊົ້າ.

ເສັ້ນທາງຫຼວງແຫ່ງຊາດເລກ 8 ເຂດພູຜາມ່ານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ຝົນຕົກໜັກ, ນໍ້າໄຫຼຊຸ, ດິນເຈື່ອນກະທົບຕໍ່ເສັ້ນທາງ ໄດ້ຮັບຄວາມເສຍຫາຍໜັກ ເພື່ອເຮັດໃຫ້ ການປັບປຸງ ແລະ ສ້ອມແປງໄດ້ຮັບປະສິດທິຜົນສູງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ບໍລິຄໍາໄຊ ໄດ້ອອກແຈ້ງການ ປິດ-ເປີດການສັນຈອນ ຜ່ານເສັ້ນທາງຫຼວງແຫ່ງຊາດເລກ 8 ຊ້ວງ ກມ 31+000ຫາ ກມ 36+000(ເຂດພູຜາມ່ານ ບ້ານຄູນເງິນຫາບ້ານຄູນແກ້ວ ເມືອງຄູນຄໍາແຂວງ ຄໍາມ່ວນ)

ສໍາລັບລາຍລະອຽດແຈ້ງການ

– ເວລາປິດ: ວັນທີ: 3 ກັນຍາ 2026, ເວລາ: 09:30ໂມງ

– ເວລາເປີດ: ວັນທີ 5 ກັນຍາ 2026, ເວລາ: 06:00ໂມງ

– ລວມເວລາປິດ: 44.5ຊົ່ວໂມງ

ປັດຈຸບັນ

1. ທີມງານສ້ອມແປງ ໄດ້ສຸມກໍາລັງ ໃສ່ປະຕິບັດເລັ່ງສ້ອມແບງ ທັງກາງເວັນ ແລະ ກາງຄືນ ແຂ່ງກັບເວລາ ແລະ ສະພາບດີນຟ້າອາກາດ.

2. ມີວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ, ຜູ້ບໍລິຫານ ບໍລິສັດ ແລະ ຫນ່ວຍງານທີ່ກ່ຽວຂ້ອງ ລົງຕິດຕາມຢ່າງໄກ້ສິດ.

3. ທີມສ້ອມແປງ ພະຍາຍາມເລັ່ງສ້ອມແປງ ໃຫ້ໄດ້ຕາມແຜນທີ່ວາງໄວ້

4. ແຕ່ຫລັງຈາກຊິ້ນສຸດກໍານົດ ປິດທາງຄັ້ງນີ້ແລ້ວ, ບັນຫາຈຸດໃຫຍ່ຫລາຍຈຸດຈະໄດ້ຮັບການແກ້ໄຂ, ແຕ່ຍັງຕ້ອງໄດ້ສືບຕໍ່ສ້ອມແປງ ຈຸດນ້ອຍອີກຫລາຍຈຸດເຊິ່ງອາດຈະໃດ້ປິດທາງຊົ່ວຄາວເປັນໄລຍະ

ສະນັ້ນ ຜູ້ທີ່ໃຊ້ເສັ້ນທາງເລກ 8 ເຂດພູຜາມ່ານ-ພູໄຮ ຂໍໃຫ້ໃຫ້ ຕິດຕາມສະພາບການຢ່າງໄກ້ສິດ.

ສໍາລັບຜູ້ທີ່ຈະນໍາໃຊ້ເສັ້ນທາງຊ່ວງດັ່ງກ່າວໃຫ້ຫຼີກລ່ຽງໄປໃຊ້ເສັ້ນທາງອື່ນແທນຈົນກວ່າຈະສໍາເລັດຕາມກໍານົດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article