ປກສ ແຂວງ ບໍລິຄຳໄຊ ສະກັດຈັບພາຫະນະລັກລອບຂົນສົ່ງຢາເສບຕິດ ຈຳນວນ1.200.000 ເມັດ ສ່ວນເຈົ້າຂອງລົດຫຼົບໜີເຂົ້າປ່າ

Must read

ວັນທີ 5 ກໍລະກົດ 2026 ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວວຽກງານວິຊາສະເພາະ ພົບເຫັນພາຫະນະເປົ້າໝາຍທີ່ສົງໄສເປັນ ລົດກະບະວີໂກສີຂາວ, ທະບຽບ ຂນ 4545 ນະຄອນຫຼວງວຽງຈັນ ແລ່ນມາດ້ວຍຄວາມໄວ ຈາກນະຄອນຫຼວງວຽງຈັນ-ລົງມາຫາແຂວງບໍລິຄໍາໄຊ, ພໍຮອດເຂດ ບ້ານ ເວີນທາດ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ; ລົດເປົ້າໝາຍຄັນດັ່ງກ່າວໄດ້ຈອດຢູ່ຂ້າງທາງເປັນເວລາດົນນານສົມຄວນ ແຕ່ຜູ້ຂັບຂີ່ບໍ່ລົງຈາກລົດ, ຈົນມາຮອດເວລາປະມານ 22 ໂມງ 00 ນາທີ ຂອງວັນດຽວກັນ ລົດຄັນດັ່ງກ່າວໄດ້ຂັບຂີ່ອອກຈາກຈຸດທີ່ຈອດຢູ່ແຄມທາງເລກທີ 13 ໃຕ້ ແລ້ວລ້ຽວເຂົ້າໄປທາງຮ່ອມປ່າສວນຢາງພາລາ ເຂດບ້ານ ເວີນທາດ ມຸ່ງໜ້າເຂົ້າໄປຫາແຄມນໍ້າຂອງ ບໍລິເວນທີ່ເປັນຈຸດສົງໄສໃນການລຳລຽງຂົນສົ່ງຢາເສບຕິດ.

ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສັນຍານໃຫ້ລົດຄັນດັ່ງກ່າວ ຢຸດລົດ ເພື່ອສອບຖາມ, ກວດກາ ແຕ່ຜູ້ຂັບຂີ່ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ບໍ່ຍອມຈອດລົດ, ແລ້ວເລັ່ງຄວາມໄວຂັບຂີ່ລົດຫຼົບໜີ ມຸ້ງໜ້າເຂົ້າໄປຫາແຄມນໍ້າຂອງ, ທັນໃດນັ້ນເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງຕິດຕາມໄລ່ນໍາເຂົ້າໄປ ຈຶ່ງພົບເຫັນລົດຄັນດັ່ງກ່າວຈອດປະໄວ້, ສ່ວນຜູ້ຂັບຂີ່ ອາໄສສະພາບແວດລ້ອມຕອນກາງຄືນ ແລະ ພູມິປະເທດທີ່ເປັນປ່າ ເອົາຕົວຫຼົບໜີຈາກສະຖານທີ່ດັ່ງກ່າວໄປ, ຜ່ານການກວດກາ, ກວດຄົ້ນຢູ່ພາຍໃນລົດພົບເຫັນຢາເສບຕິດ (ຢາບ້າ) ຈຳນວນ 3 ເປົາ 600 ມັດ ມີ 1,200,000 ເມັດ (ນໍ້າໜັກ 147 ກິໂລກຼາມ) ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ນໍາເອົາເຄື່ອງຂອງກາງ, ພ້ອມດ້ວຍພາຫະນະ ຈໍານວນດັ່ງກ່າວ ມາຮັກສາໄວ້ຢູ່ກອງບັນຊາການ ປກສ ແຂວງ ເພື່ອດຳເນີນການສືບສວນ-ສອບສວນ ຕາມຂະບວກການຍຸຕິທຳ ແລະ ເລັ່ງນຳຈັບຜູ້ທີ່ມີການເຄື່ອນໄຫວກະທຳຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍທີ່ກຳນົດໄວ້.

ຂ່າວ ປກສ ແຂວງບໍລິຄຳໄຊ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article