ນາຍົກລັດຖະມົນຕີຍີ່ປຸ່ນ ກຽມຫາລືກັບປະທານາທິບໍດີຟີລິບປິນ ທີ່ກຸງໂຕກຽວ ຄາດວ່າຈະເຫັນດີໃຫ້ສຶກສາທົບທວນຂໍ້ຕົກລົງຫຸ້ນສ່ວນເສດຖະກິດ ພ້ອມກະຊັບຄວາມຮ່ວມມືດ້ານຫ່ວງໂສ້ການສະໜອງແຮ່ສຳຄັນ ພະລັງງານ ແລະ ຄວາມໝັ້ນຄົງທາງທະເລ ທ່າມກາງຄວາມຕຶງຕຽດໃນພາກພື້ນ.
ວັນທີ 28 ພຶດສະພາ 2569 ທ່ານນາງ ຊານາເອ ທາກາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນ ມີກຳນົດພົບຫາລືກັບ ທ່ານ ເຟີດິນານ ມາກອສ ຈູນຽ ປະທານາທິບໍດີຟີລິບປິນ ທີ່ກຸງໂຕກຽວ ໃນວັນນີ້ ໂດຍຄາດວ່າທັງສອງຝ່າຍຈະເຫັນດີໃຫ້ສຶກສາທົບທວນຂໍ້ຕົກລົງຫຸ້ນສ່ວນເສດຖະກິດລະຫວ່າງສອງປະເທດ ເພື່ອເສີມຄວາມແຂັງແກ່ນຂອງຫ່ວງໂສ້ການສະໜອງດ້ານແຮ່ສຳຄັນ ແລະ ພະລັງງານ.
ລາຍງານລະບຸວ່າ ການຫາລືຈະມີຂຶ້ນທີ່ເຮືອນຮັບຮອງຂອງລັດໃນກຸງໂຕກຽວ ໂດຍໜຶ່ງໃນປະເດັນສຳຄັນຄືການວາງກອບຄວາມຮ່ວມມືເພື່ອຮັບມືກັບຄວາມບໍ່ແນ່ນອນດ້ານພະລັງງານ ແລະ ວັດຖຸດິບສຳຄັນ ທ່າມກາງສະຖານະການຕຶງຕຽດໃນຕາເວັນອອກກາງ ຊຶ່ງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການຂົນສົ່ງພະລັງງານທົ່ວໂລກ ໂດຍແນວທາງທີ່ຢູ່ລະຫວ່າງການພິຈາລະນາລວມທັງການຈັດຊື້ຊັບພະຍາກອນຮ່ວມກັນໃນຍາມວິກິດ ເພື່ອໃຫ້ທັງສອງປະເທດມີແຫຼ່ງຈັດຫາທີ່ໝັ້ນຄົງຂຶ້ນ ແລະ ຫຼຸດຄວາມສ່ຽງຈາກການເພິ່ງພາປະເທດໃດປະເທດໜຶ່ງຫຼາຍເກີນໄປ.
ກ່ອນໜ້ານີ້ ຜູ້ນຳຍີ່ປຸ່ນໄດ້ປະກາດປັບຍຸດທະສາດອິນໂດ-ປາຊີຟິກເສລີ ແລະ ເປີດກວ້າງຂອງຍີ່ປຸ່ນ ໂດຍຢ້ຳວ່າຍີ່ປຸ່ນຕ້ອງການສ້າງກົດລະບຽບໃໝ່ດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ເພື່ອຫຼຸດການເພິ່ງພາວັດຖຸດິບສຳຄັນຈາກບາງປະເທດ ຂະນະທີ່ນອກຈາກດ້ານເສດຖະກິດ ຜູ້ນຳທັງສອງປະເທດຍັງຄາດວ່າຈະຢືນຢັນການຍົກລະດັບຄວາມຮ່ວມມືດ້ານຄວາມໝັ້ນຄົງ ຫຼັງຈາກຍີ່ປຸ່ນຕັດສິນໃຈເປີດທາງໃຫ້ສາມາດສົ່ງອອກອາວຸດຮ້າຍແຮງໄດ້ໂດຍຫຼັກການໃນເດືອນເມສາທີ່ຜ່ານມາ.
ດ້ານ ພົນລະເຮືອຕີ ລອຍ ວິນເຊັ້ນ ຕຣິນີດາດ ໂຄສົກກອງທັບຟີລິບປິນຝ່າຍທະເລຟີລິບປິນຕາເວັນຕົກ ໃຫ້ສຳພາດກັບສື່ທ້ອງຖິ່ນວ່າ ຟີລິບປິນຫວັງວ່າການປ່ຽນນະໂຍບາຍຂອງຍີ່ປຸ່ນຈະຊ່ວຍເສີມສັກກະຍະພາບໃນການປ້ອງກັນໝູ່ເກາະຂອງປະເທດ. ລາວລະບຸວ່າ ການສົ່ງມອບຍຸດໂທປະກອນຂອງຍີ່ປຸ່ນ ລວມທັງເຮືອທຳລາຍຄ້ຳຄອງຊັ້ນ ອາບຸກຸມາ ທີ່ຢູ່ລະຫວ່າງການຫາລື ອາດເປັນຈຸດເລີ່ມຕົ້ນສຳຄັນໃນການເລັ່ງພັດທະນາກອງທັບຟີລິບປິນໃຫ້ທັນສະໄໝຂຶ້ນ. ໂຄສົກກອງທັບຟີລິບປິນຍັງກ່າວເຖິງສະຖານະການໃນທະເລຈີນໃຕ້ວ່າ ຈີນຍັງສືບຕໍ່ເພີ່ມແຮງກົດດັນຢ່າງຕໍ່ເນື່ອງ ໂດຍສະເພາະບໍລິເວນ ສະກາຣໂບໂຣ ໂຊລ ຊຶ່ງທັງຈີນ ແລະ ຟີລິບປິນຕ່າງອ້າງສິດທິອະທິປະໄຕເໜືອພື້ນທີ່ດັ່ງກ່າວ.





