ພະລັງງານແສງອາທິດ ບູມໃນປາກິສຖານ ຄົວເຮືອນ-ກະສິກອນ ຫັນຜະລິດໄຟໃຊ້ເອງ ຫຼັງວິກິດພະລັງງານ

Must read

ວິກິດພະລັງງານໂລກ ກຳລັງສົ່ງຜົນກະທົບຢ່າງໜັກໜ່ວງໃຫ້ປາກິສຖານ ທັງບັນຫາໄຟຟ້າດັບຍາວນານ ແລະ ການຂາດແຄນກ໊າດທຳມະຊາດເຫຼວທີ່ທະວີຄວາມຮ້າຍແຮງຂຶ້ນ ເຮັດໃຫ້ພະລັງງານແສງອາທິດກາຍເປັນທາງລອດສຳຄັນຂອງປະເທດ

ໃນແຄວ້ນປັນຈາບ ກະສິກອນຫຼາຍຄົນເລີ່ມຫັນມາໃຊ້ພະລັງງານແສງອາທິດແທນນ້ຳມັນດີເຊລ ເນື່ອງຈາກລາຄາພະລັງງານທີ່ດີດຂຶ້ນສູງ ເຮັດໃຫ້ບໍ່ສາມາດແຂ່ງຂັນໄດ້ອີກຕໍ່ໄປ ຖ້າຢາກຢູ່ລອດ ແລະ ມີກຳໄລ ກໍ່ຕ້ອງປ່ຽນມາໃຊ້ແຜງໂຊລາເຊລເທົ່ານັ້ນ ໂດຍໃນປັດຈຸບັນ ລະບົບພະລັງງານແສງອາທິດໄດ້ເຂົ້າມາທົດແທນເຄື່ອງຈັກດີເຊລໃນຟາມຂອງເຂົາເຈົ້າ ຊ່ວຍຫຼຸດຕົ້ນທຶນ ແລະ ຫຼຸດການເພິ່ງພາໄຟຟ້າຈາກລັດ

ແຕ່ໃນຕອນນີ້ ກະແສການໃຊ້ພະລັງງານແສງອາທິດ ບໍ່ໄດ້ຈຳກັດຢູ່ພາກກະສິກຳອີກຕໍ່ໄປ ໃນເມືອງໃຫຍ່ຢ່າງອິສລາມາບັດ ແລະ ລາວັນປີນດີ ເຮືອນຊານ ແລະ ອາຄານທຸລະກິດຈຳນວນຫຼາຍເລີ່ມຕິດຕັ້ງແຜງໂຊລາເຊລໃສ່ຫຼັງຄາຢ່າງຕໍ່ເນື່ອງ

ນັກວິເຄາະຊີ້ວ່າ ການເຕີບໃຫຍ່ຂອງພະລັງງານແສງອາທິດ ຊ່ວຍໃຫ້ປາກິສຖານຫຼຸດການນຳເຂົ້າເຊື້ອໄຟມູນຄ່າຫຼາຍພັນລ້ານໂດລາ ແລະ ຫຼຸດຜົນກະທົບຈາກຄວາມຜັນຜວນຂອງລາຄາພະລັງງານໂລກ

ຄາລິດ ວາລີດ ນັກຄົ້ນຄ້ວາຈາກ Sustainable Development Policy Institute ລະບຸວ່າ ພະລັງງານແສງອາທິດໃນປາກິສຖານ ທຳໜ້າທີ່ເປັນເກາະກຳແພງສຳຄັນໃຫ້ພາກພະລັງງານຂອງປະເທດ ແລະ ນີ້ຄືເຫດຜົນທີ່ປາກິສຖານຍັງບໍ່ໄດ້ປະເຊີນວິກິດຮ້າຍແຮງເທົ່າທີ່ຄວນຈະເປັນ

ຢ່າງໃດກໍ່ຕາມ ເຖິງວ່າພະລັງງານແສງອາທິດຈະຊ່ວຍໄດ້ຫຼາຍ ແຕ່ຂໍ້ຈຳກັດສຳຄັນຄືບໍ່ສາມາດຜະລິດໄຟຟ້າໄດ້ໃນຕອນກາງຄືນ ເຮັດໃຫ້ປາກິສຖານຍັງຕ້ອງເພິ່ງພາໂຮງໄຟຟ້າ LNG ແລະ ຖ່ານຫີນ ໂດຍສະເພາະໃນຊ່ວງໄຟສູງສຸດຕອນແລງ ເຊິ່ງສ່ວນໃຫຍ່ຍັງຕ້ອງນຳເຂົ້າຈາກຕ່າງປະເທດ

ຊ່ວງເດືອນພຶດສະພາຮອດເດືອນກໍລະກົດ ເຊິ່ງເປັນລະດູຮ້ອນ ແລະ ມີຄວາມຕ້ອງການໄຟຟ້າສູງສຸດ ຍິ່ງເຮັດໃຫ້ປະເທດມີຄວາມສ່ຽງຫຼາຍຂຶ້ນໃນຊ່ວງທີ່ບໍ່ມີແສງຕາເວັນ

ຜູ້ຊ່ຽວຊານມອງວ່າ ກ້າວຕໍ່ໄປຂອງຄວາມໝັ້ນຄົງດ້ານພະລັງງານຂອງປາກິສຖານ ຄືລະບົບເກັບສະສົມພະລັງງານ ຫຼື ແບັດເຕີຣີ ເພື່ອເກັບໄຟຟ້າທີ່ຜະລິດໄດ້ໃນຕອນກາງວັນໄວ້ໃຊ້ຕອນກາງຄືນ

ຄູຣຣາມ ດັດສກີ ອະດີດລັດຖະມົນຕີພະລັງງານປາກິສຖານ ລະບຸວ່າ ລາຄາແບັດເຕີຣີທີ່ຫຼຸດລົງຢ່າງວ່ອງໄວ ກຳລັງປ່ຽນໂຊ້ງຂານດ້ານພະລັງງານຂອງປະເທດ ເພາະໃນຕອນນີ້ ບໍ່ໃຊ່ພຽງແຕ່ຕິດຕັ້ງໂຊລາເຊລໄດ້ເທົ່ານັ້ນ ແຕ່ຍັງສາມາດຕິດຕັ້ງແບັດເຕີຣີຂະໜາດໃຫຍ່ຄຽງຄູ່ກັນ ເພື່ອໃຫ້ເຮືອນ ແລະ ທຸລະກິດ ມີໄຟຟ້າໃຊ້ໄດ້ດົນຂຶ້ນຢ່າງຄຸ້ມຄ່າ ໃນສະພາບການທີ່ໂລກຍັງປະເຊີນຄວາມບໍ່ແນ່ນອນດ້ານພະລັງງານ ດັ່ງນັ້ນ ໂຊລາເຊລ ຈຶ່ງອາດບໍ່ໃຊ່ພຽງທາງເລືອກ ແຕ່ກຳລັງກາຍເປັນທາງລອດຂອງທັງປະເທດ.
ທີ່ມາ: channelnewsasia

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article