ນາຍົກລັດຖະມົນຕີນອກແວ ເປີດເຜີຍວ່າ ເຮືອບິນທີ່ນຳປະທານາທິບໍດີ ໂວໂລດີມີຣ ເຊເລນສະກີ (Volodymyr Zelenskyy) ຂອງຢູເຄນ ເດີນທາງຈາກມອນໂຟວາໄປກຣຸງອົດສະໂລ ເພື່ອຮ່ວມພະລາຊະພິທີສົບສົມເດັດພະລາຊາທິບໍດີ ຮາຣັລທີ່ 5 (Harald V) ເກືອບຖືກໂດຣນໂຈມຕີ. ຂະນະທີ່ຝ່າຍອູແກຣນລະບຸວ່າ ເປັນເຫດເຕືອນໄພ ຫຼັງໂດຣນຣັດເຊຍລ້ຳເຂົ້ານ່ານຟ້າມອນໂຟວາ ແລະ ໂຣມາເນຍ.
ທ່ານ ໂຢນາດ ການ ສະເຕີເຣີ (Jonas Gahr Støre) ນາຍົກລັດຖະມົນຕີນອກແວ ໃຫ້ສຳພາດກັບສະຖານີໂທລະພາບ NRK ວ່າ ເຮືອບິນຂອງເຊເລນສະກີ “ເກືອບຖືກໂດຣນໂຈມຕີ” ຂະນະກຳລັງກຽມບິນຂຶ້ນຈາກມອນໂຟວາ ພ້ອມລະບຸວ່າ ນີ້ແມ່ນຄວາມເປັນຈິງທີ່ຜູ້ນຳອູແກຣນຕ້ອງເຜຊີນຢູ່ທຸກມື້. ຢ່າງໃດກໍຕາມ, ນາຍົກນອກແວບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມ.
ດ້ານແຫຼ່ງຂ່າວຈາກສຳນັກງານປະທານາທິບໍດີອູແກຣນ ໃຫ້ຂໍ້ມູນທີ່ແຕກຕ່າງກັນເລັກນ້ອຍ ໂດຍລະບຸວ່າ ສິ່ງທີ່ເກີດຂຶ້ນແມ່ນການແຈ້ງເຕືອນໄພໃນມອນໂຟວາ ຫຼັງຈາກໂດຣນຂອງຣັດເຊຍລຳໜຶ່ງລ້ຳເຂົ້ານ່ານຟ້າມອນໂຟວາ ແລະ ໂຣມາເນຍ ພ້ອມຢ້ຳວ່າ ການກ່າວວ່າເຊເລນສະກີຕົກຢູ່ໃນອັນຕະລາຍນັ້ນ ແມ່ນການກ່າວເກີນຈິງ.
ເຫດການດັ່ງກ່າວເຮັດໃຫ້ທ່ຽວບິນຂອງເຊເລນສະກີຕ້ອງລ່າຊ້າ ຂະນະຈອດຣໍຢູ່ທ່າອາກາດສະຍານສາກົນ ຄີຊີເນົາ (Chișinău) ເມືອງຫຼວງຂອງມອນໂຟວາ. ເຮືອບິນໄດ້ຮັບອະນຸຍາດໃຫ້ບິນຂຶ້ນ ຫຼັງເຈົ້າໜ້າທີ່ກວດສອບ ແລະ ຢືນຢັນວ່າ ໂດຣນໄອພົ່ນລຳດັ່ງກ່າວໄດ້ຕົກ ແລະ ລະເບີດໃນດິນແດນມອນໂຟວາ ເຊິ່ງຫ່າງຈາກສະໜາມບິນປະມານ 160 ກິໂລແມັດ.
ທ່ານ ວະລາດິສະລາຟ ຄຸນມິນສະກີ (Vladislav Kulminski) ເອກອັກຄະລາຊະທູດມອນໂຟວາ ປະຈຳສະຫະລັດฯ ສະແດງທັດສະນະວ່າ ເຫດການນີ້ “ອາດບໍ່ແມ່ນອຸບັດຕິເຫດ” ເພາະເປັນໄປໄດ້ຍາກທີ່ໂດຣນໄອພົ່ນຈະບິນເຂົ້າມາເພື່ອລາດຕາເວນ ໃນຂະນະທີ່ເຮືອບິນປະທານາທິບໍດີອູແກຣນຈອດຢູ່. ເຖິງຢ່າງໃດກໍຕາມ, ຍັງໄວເກີນໄປທີ່ຈະສະຫຼຸບ ເພາະຢູ່ລະຫວ່າງການສືບສວນ. ທັງນີ້, ລັດຖະບານຣັດເຊຍຍັງບໍ່ທັນໄດ້ອອກມາສະແດງຄວາມຄິດເຫັນໃດໆ.
ທ່ານນາງ ໄມອາ ຊານດູ (Maia Sandu) ປະທານາທິບໍດີມອນໂຟວາ ໄດ້ປະນາມການລ່ວງລ້ຳນ່ານຟ້າວ່າເປັນ “ໄພຄຸກຄາມຮ້າຍແຮງຕໍ່ຊີວິດປະຊາຊົນ” ຫຼັງຈາກພົບໂດຣນອີກລຳລ້ຳນ່ານຟ້າໃນວັນອັງຄານ (8 ກັນຍາ) ແລະ ມີການໂຈມຕີບໍລິເວນຊາຍແດນຕິດອູແກຣນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ. ມອນໂຟວາຈຶ່ງໄດ້ສັ່ງປິດນ່ານຟ້າຊົ່ວຄາວ.
ທ່ານ ເຊເລນສະກີ ເດີນທາງເຖິງກຣຸງອົດສະໂລໃນຄ່ຳວັນອັງຄານ ເພື່ອພົບກັບນາຍົກລັດຖະມົນຕີນອກແວ, ທ່ານ ເຢນ ສະໂຕລເທນເບີກ (Jens Stoltenberg) ລັດຖະມົນຕີກະຊວງການເງິນ ແລະ ທ່ານ ເອດເປັນ ບາຕ ໄອເດ (Espen Barth Eide) ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອຫາລືກ່ຽວກັບການຊ່ວຍເຫຼືອທາງການທະຫານ ແລະ ລະບົບປ້ອງກັນໄພທາງອາກາດ.
ໃນວັນພຸດ (9 ກັນຍາ), ເຊເລນສະກີ ໄດ້ເຂົ້າຮ່ວມພະລາຊະພິທີສົບຂອງສົມເດັດພະລາຊາທິບໍດີ ຮາຣັລທີ່ 5 ເຊິ່ງສະຫວັນຄົດໃນວັນທີ 28 ສິງຫາ ໃນພະຊົນມາຍຸ 89 ພະຊົນສາ ໂດຍມີຜູ້ນຳ ແລະ ບຸກຄົນ ສຳຄັນຈາກກວ່າ 20 ປະເທດເຂົ້າຮ່ວມ ເຊັ່ນ: ເຈົ້າຊາຍ ວິລເລຽມ ມະກຸດຣາຊະກຸມານແຫ່ງສະຫະລາຊະອານາຈັກ ແລະ ເຈົ້າຊາຍ ອາກິຊິໂນະ ມະກຸດຣາຊະກຸມານແຫ່ງຍີ່ປຸ່ນ. ຫຼັງເສັດສິ້ນພິທີ, ເຊເລນສະກີ ໄດ້ເດີນທາງຕໍ່ໄປຍັງປະເທດແຄນາດາ ເພື່ອພົບຫາລືກັບຜູ້ນຳແຄນາດາຕໍ່ໄປ.
ທີ່ມາ: CNN





