ຜູ້ປະສົບໄພທາງທຳມະຊາດຢູ່ແຂວງເຊກອງ ໄດ້ຮັບເຄື່ອງຊ່ວຍເຫລືອ

Must read

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫລືອ 250 ຖົງ ໃຫ້ແຂວງເຊກອງ ເພື່ອມອບຕໍ່ໃຫ້ກັບປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ໃນວັນທີ 9 ກັນຍາ 2026 ທີ່ຫ້ອງວ່າການແຂວງເຊກອງ ຕາງໜ້າກ່າວຮັບໂດຍທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນ ແຂວງເຊກອງ.

ໂອກາດນີ້, ທ່ານ ນາງ ຕ້າ ເຟືອງ ຢຸງ ໄດ້ກ່າວວ່າ: ຫລັງຮັບຊາບ ເຖິງປະຊາຊົນເມືອງກະລຶມ ແລະເມືອງດາກຈຶງ ໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ການດໍາລົງຊີວິດ ມີຄວາມຫຍຸ້ງຍາກ, ຊັບສິນ, ຜົນຜະລິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບຄວາມເສຍຫາຍ, ດ້ວຍຄວາມເປັນຫ່ວງເປັນໃຍ ຈາກຄະນະພັກ-ຄະນະນໍາ ກໍຄື ກົງສຸນໃຫຍ່ ປະຈໍານະຄອນປາກເຊ ທີ່ຢາກແບ່ງເບົາຄວາມທຸກໂສກ ຈຶ່ງໄດ້ປະສານສົມທົບກັນ ກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳພາກໃຕ້ຂອງລາວ ລະດົມເຄື່ອງຊ່ວຍເຫລືອທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ໃນມູນຄ່າ 50 ລ້ານກີບ ແລະ ສະມາຄົມຄົນຫວຽດນາມ ປະຈໍາແຂວງເຊກອງ ປະກອບສ່ວນ 10 ລ້ານກີບ ໄດ້ເຄື່ອງ 250 ຖົງ ນໍາມາມອບໃຫ້ໃນມື້ນີ້.

ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ກ່າວສະແດງຄວາມອົກຂອບໃຈ ມາຍັງກົງສຸນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ທີ່ມາມອບເຄື່ອງຊ່ວຍເຫລືອ, ໃນນາມຕ່າງໜ້າການນໍາແຂວງເຊກອງ ຢືນຢັນວ່າ: ຈະສົ່ງຕໍ່ເຄື່ອງຊ່ວຍເຫລົ່ານີ້ ໄປໃຫ້ຮອດໃຫ້ເຖິງປະຊາຊົນ ຜູ້ປະສົບໄພຕາມເປົ້າໝາຍໃຫ້ທົ່ວເຖິງ.

ຂ່າວ: ພຸດທະສອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article