ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM)

Must read

ບົດສຳພາດທ່ານ ເອກອັກຄະລັດຖະທູດ ດາວວີ ວົງໄຊ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ

ໃນຖານະທີ່ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຂໍໃຫ້ທ່ານມີຄຳເຫັນກ່ຽວກັບຂະບວນການກະກຽມຢູ່ເຊີແນວ (ເຈນີວາ) ໄດ້ດຳເນີນໄປຄືແນວໃດແດ່?

ຄຳຕອບ:

ຂະບວນການກະກຽມດ້ານເນື້ອໃນ ແລະ ດ້ານພາລະທິການຈຳນວນໜຶ່ງແມ່ນໄດ້ດຳເນີນຢູ່ ເຊີແນວ ນັບແຕ່ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມດັ່ງກ່າວ ແຕ່ທ້າຍເດືອນກັນຍາ ປີ 2025 ເປັນຕົ້ນມາ. ໃນນາມຕາງໜ້າປະທານກອງປະຊຸມ 3RC-CCM, ຂ້າພະເຈົ້າ ແລະ ຄະນະໄດ້ເຮັດໜ້າທີ່ປະສານງານຫຼັກ ກັບກອງເລຂາສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (ISU-CCM) ແລະ ຫ້ອງການກິດຈະການປົດອາວຸດແຫ່ງສະຫະປະຊາຊາດ (UNODA), ທີ່ເຊີແນວ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ທັງດ້ານເນື້ອໃນ ແລະ ດ້ານພາລະທິການຈຳນວນໜຶ່ງ. ທັງໝົດນີ້ ແມ່ນເພື່ອຮັບປະກັນວ່າ ຂະບວນການກະກຽມ ແລະ ການຈັດກອງປະຊຸມສາກົນທີ່ນະຄອນຫຼວງວຽງຈັນ ຈະດຳເນີນໄປຢ່າງສອດຄ່ອງກັບຫຼັກການ, ແບບແຜນ ແລະ ມາດຕະຖານຂອງອົງການສະຫະປະຊາຊາດ.

ສຳລັບດ້ານເນື້ອໃນ, ໂດຍພື້ນຖານແລ້ວແມ່ນມີເອກະສານສຳຄັນ 3 ສະບັບ ທີ່ຈະໄດ້ນຳມາພິຈາລະນາຮອບສຸດທ້າຍ ແລະ ຮັບຮອງເອົາໃນລະຫວ່າງກອງປະຊຸມທີ່ນະຄອນຫຼວງວຽງຈັນ.

ສະບັບທຳອິດ ແມ່ນ ເອກະສານທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ ຕະຫຼອດ 5 ປີ ທີ່ຜ່ານມາ (2021-2026), ຊຶ່ງຈະຊ່ວຍໃຫ້ພວກເຮົາສາມາດເຫັນເຖິງຄວາມຄືບໜ້າ, ຜົນສຳເລັດ ແລະ ສິ່ງທ້າທາຍທີ່ຍັງເຫຼືອຢູ່ໃນການຈັດຕັ້ງປະຕິບັດສົນທີສັນຍາ.

ສະບັບທີສອງ ແມ່ນ ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP), ຊຶ່ງຈະກຳນົດທິດທາງ ແລະ ບູລິມະສິດຂອງການຈັດຕັ້ງປະຕິບັດສົນທິສັນຍາໃນ ສົກປີ 2027-2031.

ສະບັບທີສາມ ແມ່ນ ຖະແຫຼງການນະຄອນຫຼວງວຽງຈັນ, ຊຶ່ງຈະສະທ້ອນເຖິງເຈດຕະນາ ແລະ ຄວາມໝາຍໝັ້ນທາງການເມືອງຂອງບັນດາລັດພາຄີຕໍ່ການຈັດຕັ້ງຜັນຂະຫຍາຍຕາມສົນທິສັນຍາ.

ທັງ 3 ເອກະສານນີ້ ໄດ້ຖືກຮ່າງ ແລະ ປຶກສາຫາລືຫຼາຍຄັ້ງ ທັງໃນຮູບແບບກອງປະຊຸມທາງການ ແລະ ບໍ່ທາງການນັບຕັ້ງແຕ່ຕົ້ນປີ 2026 ຢູ່ເຊີແນວ ໂດຍການເປັນປະທານຂອງສຳນັກງານຜູ້ຕາງໜ້າຖາວອນແຫ່ງສປປ ລາວ ເຮັດວຽກຮ່ວມກັບບັນດາລັດພາຄີ, ລັດທີ່ລົງນາມ, ອົງການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆຢ່າງຕັ້ງໜ້າ ແລະ ໃກ້ຊິດ.

ສຳລັບດ້ານພາລະທິການ, ໂດຍຜ່ານການປະສານງານຢ່າງໃກ້ຊິດກັບກອງເລຂາສົນທິສັນຍາ (ISU-CCM), ໜັງສືເຊື້ອເຊີນ ພ້ອມທັງເອກະສານພາລະທິການທັງໝົດທີ່ກ່ຽວຂ້ອງ ໄດ້ຖືກສົ່ງໄປຍັງບັນດາລັດພາຄີ, ລັດສັງເກດການ ແລະ ອົງການຈັດຕັ້ງຕ່າງໆຢ່າງທົ່ວເຖິງ.

ນອກຈາກນັ້ນ, ຍັງໄດ້ມີການພົບປະຈັດກອງປະຊຸມຊີ້ແຈງຂໍ້ມູນ ຫຼື Briefing ຫຼາຍຄັ້ງ ເພື່ອອະທິບາຍລາຍລະອຽດກ່ຽວກັບການເຂົ້າຮ່ວມກອງປະຊຸມ, ການເດີນທາງແລະ ຂັ້ນຕອນການລົງທະບຽນ.

ພວກເຮົາຍິນດີທີ່ໄດ້ເຫັນຄວາມສົນໃຈ ແລະ ຄວາມກະຕືລືລົ້ນຈາກບັນດາລັດພາຄີ, ລັດທີ່ລົງນາມ, ລັດສັງເກດການ ແລະ ອົງການຈັດຕັ້ງສາກົນ ຕໍ່ການເຂົ້າຮ່ວມກອງປະຊຸມຄັ້ງນີ້. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ວົງຄະນາຍາດສາກົນຍັງສືບຕໍ່ໃຫ້ຄວາມສຳຄັນ ແລະ ມີຄວາມໝາຍໝັ້ນຕໍ່ເປົ້າໝາຍຂອງສົນທິສັນຍາກ່ຽວກັບການຫຼຸດຜ່ອນວາອຸດເພື່ອມະນຸດສະທຳສະບັບນີ້.

ຂະບວນການກະກຽມທີ່ເຊີແນວ ໄດ້ວາງພື້ນຖານທີ່ສຳຄັນໃຫ້ແກ່ກອງປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ຄະນະຜູ້ແທນທັງໝົດ ສາມາດພ້ອມກັນທົບທວນຄືນຄວາມຄືບໜ້າ, ພິຈາລະນາສິ່ງທ້າທາຍທີ່ຍັງຄົງຄ້າງ ແລະ ກຳນົດທິດທາງສຳລັບ 5 ປີຕໍ່ໜ້າ ໂດຍການຮັບຮອງເອົາເອກະສານທີ່ສຳຄັນ 3 ສະບັບດັ່ງກ່າວ ແລະ ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article