ຝົນຕົກໜັກທີ່ປະເທດຍີ່ປຸ່ນ ເກີດນ້ຳທ່ວມໜັກກະທົບໂຕກຽວ ຍິງອາຍຸ 60 ປີ ເສຍຊີວິດໃນລົດທີ່ຈົມນ້ຳ ເຕືອນດິນເຈື່ອນລະດັບສູງສຸດ

Must read

ຝົນຕົກໜັກທຳສະຖິຕິສູງສຸດຖົ່ມພື້ນທີ່ຕາເວັນອອກຂອງຍີ່ປຸ່ນ ສົ່ງຜົນໃຫ້ເກີດນ້ຳທ່ວມ ແລະ ກະທົບການເດີນທາງໃນນະຄອນຫຼວງໂຕກຽວ ແລະ ພື້ນທີ່ອ້ອມຂ້າງ. ຂະນະທີ່ມີແມ່ຍິງອາຍຸປະມານ 60 ປີ ເສຍຊີວິດ ຫຼັງຈາກລົດຈົມນ້ຳຢູ່ບໍລິເວນທາງລອດໃນແຂວງຟຸກຸຊິມະ.

ກົມອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ອອກຄຳເຕືອນດິນເຈື່ອນລະດັບ 5 ເຊິ່ງເປັນລະດັບສູງສຸດໃນບາງພື້ນທີ່ທາງຕອນໃຕ້ຂອງນະຄອນຫຼວງໂຕກຽວ ຫຼັງຈາກຝົນຕົກໜັກທຳສະຖິຕິສູງສຸດເປັນປະຫວັດການ. ໂດຍສະພາບຝົນຕົກໜັກໃນຍີ່ປຸ່ນໄດ້ເກີດຂຶ້ນຕັ້ງແຕ່ຊ່ວງເຊົ້າຂອງວັນທີ 7 ກັນຍາ, ສົ່ງຜົນກະທົບເປັນວົງກວ້າງໃນພື້ນທີ່ພາກຕາເວັນອອກ ເຊິ່ງລວມມີນະຄອນຫຼວງໂຕກຽວ, ແຂວງຊິບະ, ໄຊຕາມະ ແລະ ພື້ນທີ່ອ້ອມຂ້າງ. ເຫດການນີ້ເຮັດໃຫ້ເກີດນ້ຳທ່ວມ, ການເດີນທາງທາງລົດໄຟຕິດຂັດ ແລະ ໂຮງຮຽນຫຼາຍແຫ່ງຕ້ອງປິດການຮຽນການສອນຊົ່ວຄາວ.

ຢູ່ທີ່ເມືອງອິວາກິ, ແຂວງຟຸກຸຊິມະ, ເຈົ້າໜ້າທີ່ໄດ້ພົບລົດຖືກນ້ຳທ່ວມຢູ່ບໍລິເວນທາງລອດ ເລີຍໄດ້ຊ່ວຍເຫຼືອນຳແມ່ຍິງອາຍຸປະມານ 60 ປີ ອອກຈາກຮົບ, ແຕ່ລາວຢູ່ໃນສະພາບໝົດສະຕິ ແລະ ຖືກປະກາດວ່າເສຍຊີວິດໃນເວລາຕໍ່ມາ.

ໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງແມ່ນ ເກາະນີຈິມະ ໃນໝູ່ເກາະອິຊຸ ທາງຕອນໃຕ້ຂອງນະຄອນຫຼວງໂຕກຽວ, ໂດຍມີປະລິມານຝົນສະສົມໃນຊ່ວງ 24 ຊົ່ວໂມງສູງເຖິງ 485 ມິນລິແມັດ, ເຊິ່ງຖືວ່າສູງທີ່ສຸດນັບຕັ້ງແຕ່ເລີ່ມມີການບັນທຶກຂໍ້ມູນຂອງພື້ນທີ່ດັ່ງກ່າວ.

ກົມອຸຕຸນິຍົມວິທະຍາຍີ່ປຸ່ນ ໄດ້ປະກາດຄຳເຕືອນໄພດິນເຈື່ອນລະດັບ 5 (ລະດັບສູງສຸດ), ພ້ອມທັງຂໍໃຫ້ປະຊາຊົນຮີບຮ້ອນຊອກຫາພື້ນທີ່ປອດໄພ ໂດຍສະເພາະບໍລິເວນທີ່ຢູ່ໃກ້ໜ້າຜາ ແລະ ຫຸບເຂົາ.

ນອກຈາກນີ້, ຍັງມີການອອກຄຳເຕືອນລະດັບ 5 ໃນພື້ນທີ່ໂອຊິມະ ແລະ ໂທຊິມະ ເຊິ່ງຢູ່ໃນໝູ່ເກາະອິຊຸເຊັ່ນກັນ. ຂະນະທີ່ບາງພື້ນທີ່ຂອງແຂວງຊິບະ ແລະ ໄຊຕາມະ ເຊິ່ງຢູ່ໃກ້ນະຄອນຫຼວງໂຕກຽວ ຖືກປະກາດເຕືອນໄພດິນເຈື່ອນລະດັບ 4.

ຝົນທີ່ຕົກໜັກຍັງສົ່ງຜົນກະທົບຕໍ່ລະບົບຂົນສົ່ງ, ໂດຍຮົບໄຟບາງເສັ້ນທາງໃນນະຄອນຫຼວງໂຕກຽວຕ້ອງຫຼຸດທ່ຽວເດີນລົດ ຫຼື ລະງັບການໃຫ້ບໍລິການບາງສ່ວນ. ຂະນະທີ່ເສັ້ນທາງຢາມາກາຕະ ຊິນຄັນເຊັນ ມີການຢຸດເດີນຮົບໃນບາງຊ່ວງ, ສົ່ງຜົນໃຫ້ປະຊາຊົນຈຳນວນຫຼາຍໄດ້ຮັບຜົນກະທົບໃນການເດີນທາງ. ທາງການຍີ່ປຸ່ນຍັງເປີດເຜີຍວ່າ ໂຮງຮຽນຫຼາຍຮ້ອຍແຫ່ງ ໂດຍສະເພາະໃນເຂດຄັນໂຕ ແລະ ໂທໂຮຄຸ ຕ້ອງປິດຊົ່ວຄາວເພື່ອຄວາມປອດໄພຂອງນັກຮຽນ ແລະ ບຸກຄະລາກອນ.

ໃນເວລາຮ່ວມກັນ, ກົມອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ເຕືອນວ່າ ພື້ນທີ່ແຄມມະຫາສະໝຸດປາຊີຟິກຂອງຍີ່ປຸ່ນອາດຈະຍັງມີຝົນຕົກໜັກຕື່ມອີກ, ເນື່ອງຈາກມວນອາກາດອຸ່ນ ແລະ ຊຸ່ມກຳລັງເຄື່ອນເຂົ້າສູ່ແນວປະທະອາກາດເທິງເກາະຮອນຊູ, ພ້ອມເຕືອນໃຫ້ປະຊາຊົນເຝົ້າລະວັງນ້ຳທ່ວມ, ດິນເຈື່ອນ ແລະ ຝົນຕົກໜັກເປັນເວລານານຢ່າງໃກ້ຊິດ.

ແຫຼ່ງຂ່າວ: Kyodonews

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article