ລະທຶກກາງອາກາດ! ຊາຍອາຍຸ 67 ປີ ກໍ່ເຫດບ້າຄັ່ງດ່າຢຽດ-ທຳຮ້າຍຮ່າງກາຍ ເທິງທ່ຽວບິນ ອາເມຣິກັນ ແອຣ໌ໄລນ໌

Must read

ເກີດເຫດລະທຶກເທິງທ່ຽວບິນຂອງສາຍການບິນ ອາເມຣິກັນ ແອຣ໌ໄລນ໌ (American Airlines) ເມື່ອຊາຍອາຍຸ 67 ປີ ກໍ່ເຫດບ້າຄ່ັ່ງ, ດ່າຢຽດເຊື້ອຊາດ-ເພດ ແລະ ຕົບຕີທຳຮ້າຍຮ່າງກາຍຜູ້ໂດຍສານທ່ານອື່ນ ຈົນອະດີດຕຳຫຼວດ ແລະ ຜູ້ໂດຍສານຕ້ອງຊ່ວຍກັນຈັບມັດດ້ວຍ ເຄເບິ້ນໄທ (Cable tie) ແລະ ມັດດ້ວຍສະກັອດຕິດໃສ່ກັບຕັ່ງ. ກັບຕັນເຮືອບິນຕັດສິນໃຈນຳເຄື່ອງລົງຈອດສຸກເສີນ ກ່ອນຕຳຫຼວດເຂົ້າຄວບຄຸມຕົວດຳເນີນຄະດີ.

ອົງການບໍລິຫານການບິນແຫ່ງຊາດສະຫະລັດ (FAA) ແລະ ເຈົ້າໜ້າທີ່ຕຳຫຼວດຂົນສົ່ງລັດແມຣີແລນ (MDTA) ເປີດເຜີຍລາຍງານເຫດຜູ້ໂດຍສານທີ່ກໍ່ຄວາມວຸ້ນວາຍເທິງທ່ຽວບິນ AA 618 ຂອງສາຍການບິນ ອາເມຣິກັນ ແອຣ໌ໄລນ໌ ທີ່ເດີນທາງອອກຈາກເດີ່ນບິນນານາຊາດ ດັລລັດ-ຟອດເວີທ ລັດເທັກຊັດ ມຸ່ງໜ້າສູ່ເດີ່ນບິນ ນວຣ໌ກ ຈົນເປັນເຫດໃຫ້ກັບຕັນຕ້ອງນຳເຄື່ອງບ່ຽງເສັ້ນທາງລົງຈອດສຸກເສີນທີ່ເດີ່ນບິນນານາຊາດ ບອນຕີມໍ-ວໍຊິງຕັນ.

ເຫດການດັ່ງກ່າວເກີດຂຶ້ນບໍລິເວນບ່ອນນັ່ງຊັ້ນໜຶ່ງ ເມື່ອທ້າວ ອາເທີ ລຸນດີນ ອາຍຸ 67 ປີ ຊາວລັດແອຣິໂຊນາ ເລີ່ມສະແດງພຶດຕິກຳຄຸກຄາມ, ໃຊ້ຄຳເວົ້າບໍ່ສຸພາບ, ຮ້ອງດ່າພະນັກງານ ແລະ ຜູ້ໂດຍສານທ່ານອື່ນດ້ວຍຄຳຢຽດເຊື້ອຊາດ ແລະ ຢຽດເພດຢ່າງຮຸນແຮງ. ເຖິງວ່າລູກເຮືອຈະພະຍາຍາມເຂົ້າຄວບຄຸມສະຖານະການແຕ່ ທ້າວ ລຸນດີນ ກັບຍິ່ງທະວີພຶດຕິກຳຮຸນແຮງ ແລະ ເລີ່ມລົງມືທຳຮ້າຍຮ່າງກາຍດ້ວຍການທຸບຕີຜູ້ໂດຍສານທີ່ນັ່ງດ້ານຂ້າງ ພ້ອມທັງທຳຮ້າຍຍິງສາວອີກຄົນໜຶ່ງທີ່ພະຍາຍາມເຂົ້າມາຫ້າມ.

ທ່າມກາງສະຖານະການທີ່ເລີ່ມບານປາຍ, ທ່ານ ຮວນ ເມເຮຍ ອະດີດເຈົ້າໜ້າທີ່ຕຳຫຼວດລັດນິວເຈີຊີ ແລະ ທ່ານ ຣິຊາດ ໂອເລນິກ ສອງຜູ້ໂດຍສານເຊິ່ງນັ່ງຢູ່ດ້ານໜ້າ ໄດ້ຕັດສິນໃຈເຂົ້າຈັບກຸມຕົວທ່ານ ລຸນດີນ ທັນທີ ໂດຍມີລູກເຮືອນຳກຸນແຈມືພລາສະຕິກສົ່ງໃຫ້ເພື່ອໃຊ້ພັນທະນາການຂໍ້ມື. ແຕ່ທ້າວ ລຸນດີນ ຍັງຄົງຂັດຂືນ ແລະ ພະຍາຍາມກັດທ່ານ ເມເຮຍ ແລະ ທ່ານ ໂອເລນິກ ພາໃຫ້ກຸ່ມຜູ້ໂດຍສານຕ້ອງນຳ “ເທບກາວ (ສະກັອດ)” ມາພັນມັດຮ່າງກາຍຂອງທ້າວ ລຸນດີນ ຕິດໄວ້ກັບຕັ່ງ ໂດຍເວັ້ນຊ່ວງບໍລິເວນປາກໄວ້ເພື່ອບໍ່ໃຫ້ກະທົບຕໍ່ລະບົບການຫາຍໃຈ. ນອກຈາກນີ້ ທ່ານ ໂອເລນິກ ຍັງຕ້ອງນັ່ງທັບບໍລິເວນຕັກຂອງຜູ້ກໍ່ເຫດໄວ້ເປັນເວລາດົນກວ່າ 15 ນາທີ ເພື່ອປ້ອງກັນບໍ່ໃຫ້ດິ້ນຫຼຸດ ຈົນເຄື່ອງລົງຈອດຢ່າງປອດໄພ.

ຫຼັງເຄື່ອງລົງຈອດທີ່ເດີ່ນບິນ ບອນຕີມໍ ເມື່ອເວລາປະມານ 22:15 ໂມງ, ເຈົ້າໜ້າທີ່ຕຳຫຼວດ MDTA ໄດ້ຂຶ້ນເທິງເຄື່ອງ ແລະ ເຂົ້າຄວບຄຸມຕົວທ່ານ ລຸນດີນ ທັນທີ ພ້ອມສົ່ງຕົວໃຫ້ທີມຫນ່ວຍແພດກວດປົວແຜທີ່ແຂນ ກ່ອນແຈ້ງຂໍ້ຫາດຳເນີນຄະດີໃນຄວາມຜິດຖານສ້າງຄວາມວຸ້ນວາຍໃນທີ່ສາທາລະນະ ແລະ ທຳຮ້າຍຮ່າງກາຍຜູ້ອື່ນ. ຂະນະດຽວກັນ ອົງການສືບສວນກາງ (FBI) ໄດ້ເຂົ້າມາຮ່ວມສືບສວນເຫດການທີ່ເກີດຂຶ້ນກາງອາກາດຕື່ມອີກ.

ດ້ານສາຍການບິນ ອາເມຣິກັນ ແອຣ໌ໄລນ໌ ໄດ້ອອກຖະແຫລງການຊີ້ແຈງວ່າ: “ຄວາມປອດໄພຂອງລູກຄ້າ ແລະ ພະນັກງານຄືຄວາມສໍາຄັນສູງສຸດ, ສາຍການບິນຈະບໍ່ຍອມຮັບການກະທຳຄວາມຮຸນແຮງທຸກຮູບແບບ ແລະ ຂໍຂອບໃຈພະນັກງານທີ່ປະຕິບັດໜ້າທີ່ດ້ວຍຄວາມເປັນມືອາຊີບ ບໍລິມາດລວມເຖິງຜູ້ໂດຍສານທຸກທ່ານທີ່ໃຫ້ຄວາມເຂົ້າໃຈ.” ທັງນີ້ ທ່ຽວບິນດັ່ງກ່າວໄດ້ເດີນທາງຕໍ່ໄປຍັງຈຸດໝາຍປາຍທາງທີ່ເມືອງ ນວຣ໌ກ ຫຼັງຈາກຈັດການສົ່ງຕົວຜູ້ກໍ່ເຫດຮຽບຮ້ອຍແລ້ວ.

ລາຍງານຈາກ FAA ລະບຸວ່າ ເທບກາວ ແລະ ກຸນແຈມືພລາສະຕິກຖືເປັນອຸປະກອນມາດຕະຖານທີ່ມີຕິດໄວ້ເທິງເຄື່ອງບິນພາານິດຫຼາຍແຫ່ງເພື່ອຮັບມືກັບຜູ້ໂດຍສານທີ່ກໍ່ຄວາມຮຸນແຮງ. ໂດຍໃນປີນີ້ ມີການລາຍງານເຫດຜູ້ໂດຍສານກໍ່ຄວາມວຸ້ນວາຍເທິງທ່ຽວບິນແລ້ວຫຼາຍກວ່າ 1,160 ລາຍ ເຊິ່ງຜູ້ກໍ່ເຫດອາດຕ້ອງປະເຊີນທັງໂທດທາງອາຍາ ແລະ ໂທດປັບຂັ້ນສູງຈາກ FAA ຫຼາຍກວ່າ 43,000 ໂດລາສະຫະລັດ (ປະມານ 1.5 ລ້ານບາດ) ສຳລັບຄວາມຜິດຖານທຳຮ້າຍ, ຂົ່ມຂູ່ ຫຼື ແຊກແຊງການປະຕິບັດງານຂອງລູກເຮືອ.

ແຫຼ່ງຂ່າວ: ABC News / CNN

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article