ອີງຕາມແຈ້ງການຂອງຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງທຸລະຄົມ ລົງເມື່ອວັນທີ 1 ກັນຍາ 2026 ກ່ຽວກັບການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນດາສະແກມເມີ.
ເນື້ອໃນສຳຄັນຂອງແຈ້ງການ: ການກຳຊັບບັນດາທຸລະກິດ ແລະ ສະຖານທີ່ພັກເຊົ່າທຸກປະເພດ ບໍ່ວ່າຈະເປັນໂຮງແຮມ, ອາພາດເມັ້ນ, ຕຶກອາຄານ, ເຮືອນພັກ, ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ ແລະ ສະຖານທີ່ອື່ນໆ ບໍ່ໃຫ້ອຳນວຍຄວາມສະດວກ, ລັກລອບເຄື່ອນໄຫວ ຫຼື ພົວພັນທາງກົງ ຫຼື ທາງອ້ອມ ກັບກຸ່ມແກ້ງອາຊະຍາກຳອອນລາຍ, ການພະນັນອອນລາຍ ແລະ ບັນດາສະແກມເມີຢູ່ ສປປ ລາວ ຢ່າງເດັດຂາດ.
ມາດຕະການນີ້ ມີເປົ້າໝາຍເພື່ອເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອິນເຕີເນັດ, ພະນັນອອນລາຍ ແລະ ສະແກມເມີ ພ້ອມທັງຮັບປະກັນດ້ານ ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສັງຄົມ.






