ໃນຄັ້ງວັນທີ 12 ກໍລະກົດ 2026, ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມອບ ຜູ້ຖືກຫາ ສັນຊາດຈີນ ຢູ່ທີ່ດ່ານສາກົນບໍ່ໍເຕນ ( ສປປ ລາວ ) – ບໍ່ຫ່ານ ( ສປ ຈີນ ) ທີ່ກະທໍາຜິດກົດໝາຍ ຂອງ ສປປ ລາວ ຈໍານວນທັງໝົດ 95 ຄົນ, ໃນນີ້ຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ) ຈໍານວນ 92 ຄົນ, ຜູ້ຖືກຫາຂໍ້ຫາເຂົ້າເມືອງຜິດກົດໝາຍ ຈໍານວນ 3 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.

ນີ້ກໍແມ່ນປະຕິບັດຕາມການຮ່ວມມືລະຫວ່າງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ( ສ ປປ ລາວ ແລະ ສປ ຈີນ ) ເພື່ອເປັນການສະກັດກັ້ນຕ້ານອາຊະຍາກໍາຂ້າມຊາດ.

ການມອບ-ຮັບຄັ້ງນີ້ ຕາງໜ້າຝ່າຍລາວມີ ພັທ ສອນເພັດ ຟອງສະໝຸດ ຫົວໜ້າພະແນກກວດຄົນເຂົ້າ-ອອກ ເມືອງ ( ຕມ ) ທ່ານ ພັຕ ສີສະຫວາດ ໄຊຍະແສງ ຮອງຫົວໜ້າພະແນກ ຕໍາຫຼວດ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

ຂ່າວ: ປກສ ແຂວງບໍ່ແກ້ວ





