ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງວຽງຈັນ

Must read

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026, ພະນະ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 3 – 5 ກໍລະກົດ 2026.

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍພັນ ລະຍາ,ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນ ຫຼວງວຽງຈັນ, ເອກອັກຄະລັດຖະທູດ ຂອງ ທັງສອງປະ ເທດ, ພ້ອມດ້ວຍ ຄະນະທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍມຽນມາ ໃຫ້ການຕ້ອນຮັບ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນ ຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ກໍຄື ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງ ລະຫວ່າງ ສອງປະເທດ ລາວ – ມຽນ ມາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ພາບ: ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article