“ຄື້ນຄວາມຮ້ອນທີ່ເຮັດລາຍສະຖິຕິ ໄດ້ກໍ່ໃຫ້ເກີດໄຟໄໝ້ປ່າທີ່ຮຸນແຮງຫຼາຍແຫ່ງທົ່ວປະເທດໃນເອີຣົບຕອນໃຕ້. ອຸນຫະພູມທີ່ສູງ, ສະພາບອາກາດທີ່ແຫ້ງແລ້ງ ແລະ ລົມແຮງ ກຳລັງເພີ່ມຄວາມສ່ຽງຕໍ່ການເກີດໄຟໄໝ້ປ່າ, ເຮັດໃຫ້ຫຼາຍປະເທດຕ້ອງຍົກລະດັບການເຕືອນໄພ ແລະ ລະດົມກຳລັງເຈົ້າໜ້າທີ່ເພື່ອຮັບມື.”
ໄຟໄໝ້ປ່າກຳລັງລຸກລາມທົ່ວພາກໃຕ້ຂອງເອີຣົບ
ຫຼັງຈາກຜະເຊີນກັບໄພແຫ້ງແລ້ງ ແລະ ອຸນຫະພູມທີ່ສູງເປັນປະຫວັດການເປັນເວລາຫຼາຍສັບດາ ອັນເນື່ອງມາຈາກຄື້ນຄວາມຮ້ອນທີ່ຍາວນານເຊິ່ງເລີ່ມຕົ້ນໃນເດືອນມິຖຸນາ 2026, ປະເທດຝຣັ່ງ ກໍໄດ້ປະສົບກັບວິກິດການທາງດ້ານສິ່ງແວດລ້ອມຄັ້ງໃໝ່ເມື່ອບໍ່ດົນມານີ້ ເນື່ອງຈາກເກີດໄຟໄໝ້ປ່າລຸກລາມເປັນວົງກວ້າງຕາມແນວຊາຍຝັ່ງທະເລເມດິເຕີຣາເນ.
ໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດແມ່ນເມືອງ ກາເນ-ອົງ-ຣູຊີຢົງ (Canet-en-Roussillon) ໃກ້ກັບຊາຍແດນສະເປນ. ພາບຈາກໂທລະພາບສະແດງໃຫ້ເຫັນສາງສິນຄ້າ ແລະ ເຮືອຢອດຈຳນວນຫຼາຍໃນທ່າເຮືອຖືກໄຟໄໝ້, ໃນຂະນະທີ່ຄວັນໄຟສີດຳໜາທຶບໄດ້ປົກຄຸມທົ່ວພື້ນທີ່ຊາຍຝັ່ງ. ທາງການທ້ອງຖິ່ນໄດ້ອົບພະຍົບປະຊາຊົນປະມານ 1,500 ຄົນອອກຈາກຈຸດຕັ້ງແຄັມ ແລະ ສັ່ງປິດສະໜາມບິນແປກປີຍັງ (Perpignan) ດ້ວຍເຫດຜົນດ້ານຄວາມປອດໄພ.

ເຄື່ອງບິນຖືກສົ່ງໄປດັບໄຟໃນພາກພື້ນ ປູໂຊນ-ມີເນກວາ (Poujols-Minervois) ປະເທດຝຣັ່ງ. ພາບ: RTE
ຈາກລາຍງານຂອງ DW ເມື່ອວັນທີ 2 ກໍລະກົດ, ເຈົ້າໜ້າທີ່ດັບເພີງເກືອບ 2,000 ນາຍ ແລະ ພາຫະນະພາກພື້ນດິນຫຼາຍຮ້ອຍຄັນຖືກລະດົມກຳລັງເພື່ອຄວບຄຸມໄຟໄໝ້ປ່າ. ນອກຈາກນີ້, ເຮລິຄອບເຕີດັບເພີງຢ່າງໜ້ອຍ 4 ລຳ ແລະ ເຄື່ອງບິນ Canadair 3 ລຳ ກໍກຽມພ້ອມໃຫ້ການສະໜັບສະໜູນຫາກໄຟຍັງຄົງລຸກລາມຕໍ່ໄປ.
ໃນເຂດຊານເມືອງ ມາກເຊ (Marseille), ນັກດັບເພີງສາມາດຄວບຄຸມໄຟໄໝ້ໃຫຍ່ສອງຈຸດໄດ້ໃນລະຫວ່າງວັນ, ແຕ່ຍັງຄົງຕ້ອງຕໍ່ສູ້ກັບໄຟໄໝ້ຄັ້ງໃຫຍ່ໃນແຂວງ ໂອດ (Aude). ລົມແຮງທີ່ພັດດ້ວຍຄວາມໄວເຖິງ 70 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ໄຟລຸກລາມຢ່າງຮ່ວດຮ່ວງໄປທົ່ວພື້ນທີ່ປະມານ 900 ເຮັກຕາ, ບີບບັງຄັບໃຫ້ນັກດັບເພີງເກືອບ 700 ນາຍ ຕ້ອງເຮັດວຽກຢ່າງຕໍ່ເນື່ອງພາຍໃຕ້ສະພາບການທີ່ຍາກລຳບາກຢ່າງຍິ່ງ. ທ່ານ ເຊບາສຕຽນ ເລີກໍນູ (Sébastien Lecornu), ນາຍົກລັດຖະມົນຕີຝຣັ່ງ ກ່າວວ່າ ປ່າໄມ້ປະມານ 8,700 ເຮັກຕາ ຖືກໄຟໄໝ້ໄປແລ້ວນັບຕັ້ງແຕ່ເລີ່ມລະດູໄຟໄໝ້ປ່າ, ແລະ ມີພື້ນທີ່ອີກ 1,200 ເຮັກຕາ ທີ່ໄດ້ຮັບຜົນກະທົບໃນວັນທີ 2 ກໍລະກົດພຽງວັນດຽວ. “ສະຖານະການຕຶງຄຽດຫຼາຍ” ທ່ານ ເລີກໍນູ ກ່າວ.
ລັດຖະບານຝຣັ່ງ ໄດ້ຈັດກອງປະຊຸມສຸກເສີນຂຶ້ນທີ່ເມືອງ ມາກເຊ ເພື່ອປະເມີນສະຖານະການ ແລະ ດຳເນີນມາດຕະການຮັບມື, ທ່າມກາງຄຳເຕືອນຈາກໜ່ວຍງານດ້ານອຸຕຸນິຍົມວິທະຍາຂອງປະເທດວ່າ ຄື້ນຄວາມຮ້ອນທີ່ຮຸນແຮງລະລອກໃໝ່ອາດຈະກັບມາອີກຄັ້ງໄວທີ່ສຸດໃນສັບດາໜ້າ.

ສະເປນສູນເສຍພື້ນທີ່ປ່າໄປຫຼາຍໝື່ນເຮັກຕານັບຕັ້ງແຕ່ຕົ້ນປີ. ພາບ: TRTWorld
ຢູ່ປະເທດສະເປນ, ຫຼັງຈາກເກີດຄື້ນຄວາມຮ້ອນທີ່ມີອຸນຫະພູມສູງເກີນ 45 ອົງສາເຊນຊຽດໃນຫຼາຍພື້ນທີ່ທາງຕອນໃຕ້, ເຮັດໃຫ້ດິນແຫ້ງແລ້ງ ແລະ ພືດພັນຕ່າງໆ ສູນເສຍຄວາມຊຸ່ມຊື່ນໄປເກືອບທັງໝົດ, ເຊິ່ງກໍ່ໃຫ້ເກີດສະພາວະທີ່ເອື້ອອຳນວຍຕໍ່ການເກີດໄຟໄໝ້ປ່າ ແລະ ລຸກລາມຢ່າງຮວດຮ່ວງ. ຈາກຂໍ້ມູນຂອງລະບົບຂໍ້ມູນໄຟໄໝ້ປ່າແຫ່ງເອີຣົບ (EFFIS) ພົບວ່າ ປ່າໄມ້ເກືອບ 50,000 ເຮັກຕາ ຖືກໄຟໄໝ້ໃນປະເທດນັບຕັ້ງແຕ່ຕົ້ນປີ, ເຊິ່ງສູງກວ່າໄລຍະເວລາດຽວກັນຂອງປີຜ່ານມາຢ່າງຫຼວງຫຼາຍ.
ໃນເດືອນມິຖຸນາ ປີ 2026, ປ່າໄມ້ຂອງສະເປນຖືກໄຟໄໝ້ໄປປະມານ 15,900 ເຮັກຕາ. ປັດຈຸບັນ ສະເປນກຳລັງຜະເຊີນກັບໄຟໄໝ້ປ່າຂະໜາດໃຫຍ່ 14 ຈຸດ, ເຊິ່ງແຕ່ລະຈຸດກວມເອົາພື້ນທີ່ກວ່າ 500 ເຮັກຕາ. ໃນພາກພື້ນ ອາຣາກອນ (Aragon), ໄຟໄໝ້ປ່າໃນເມືອງ ເລຊີນີນາ (Leciñena) ໄດ້ທຳລາຍພື້ນທີ່ໄປປະມານ 2,200 ເຮັກຕາ, ໃນຂະນະທີ່ໄຟໄໝ້ປ່າບ່ອນອື່ນໆ ໃນເມືອງ ອູເອສກາ (Huesca) ແລະ ອຸດທະຍານທຳມະຊາດ ເດສເປຍຍາເປຣົສ (Despeñaperros) ໄດ້ບີບບັງຄັບໃຫ້ປະຊາຊົນຫຼາຍຮ້ອຍຄົນຕ້ອງອົບພະຍົບອອກຈາກເຮືອນຊານ.
ຢູ່ປະເທດໂປຕຸກກາ, ສະຖານະການແມ່ນຕຶງຄຽດຫຼາຍ ເນື່ອງຈາກໃນລະຫວ່າງທ່ຽງຄືນຫາບ່າຍ 3 ໂມງ ຂອງວັນທີ 2 ກໍລະກົດ, ກອງກຳລັງປ້ອງກັນໄພພົນລະເຮືອນໄດ້ບັນທຶກເຫດໄຟໄໝ້ປ່າເຖິງ 62 ຈຸດທົ່ວປະເທດ. ເຈົ້າໜ້າທີ່ເກືອບ 2,000 ນາຍ, ພາຫະນະພາກພື້ນດິນກວ່າ 500 ຄັນ ແລະ ເຄື່ອງບິນດັບເພີງຫຼາຍສິບລຳ ຖືກລະດົມກຳລັງເພື່ອຮັບມືກັບສະຖານະການ. ໜຶ່ງໃນຈຸດທີ່ໜ້າເປັນຫ່ວງທີ່ສຸດແມ່ນຢູ່ໃນພື້ນທີ່ ວູເຊລາ (Vouzela), ເຊິ່ງມີນັກດັບເພີງກວ່າ 300 ນາຍ ກຳລັງພະຍາຍາມຄວບຄຸມໄຟໄໝ້ໃນພູມສັນຖານທີ່ຂະຣຸຂະຣະ. ລັດຖະບານໂປຕຸກກາ ໄດ້ປະກາດພາວະສຸກເສີນທົ່ວແຜ່ນດິນໃຫຍ່ ຕັ້ງແຕ່ວັນທີ 3 ຫາ 6 ກໍລະກົດ ເພື່ອດຳເນີນມາດຕະການປ້ອງກັນພິເສດ.

ແມ່ນ້ຳສາຍໜຶ່ງໃນຮົງກາຣີແຫ້ງເຫືອດໄປ ເນື່ອງຈາກໄພແຫ້ງແລ້ງໃນເອີຣົບ. ພາບ: ຊິນຫົວ
ສະຖາບັນວິໄຈທາງທະເລ ແລະ ບັນຍາກາດແຫ່ງໂປຕຸກກາ ເຕືອນວ່າ ຄື້ນຄວາມຮ້ອນໃນປັດຈຸບັນອາດຈະແກ່ຍາວນານເຖິງ 10 ວັນ, ໂດຍຫຼາຍພື້ນທີ່ອຸນຫະພູມຈະສູງເກີນ 40 ອົງສາເຊນຊຽດ, ໃນຂະນະທີ່ອຸນຫະພູມໃນເວລາກາງຄືນຈະຢູ່ທີ່ 20-25 ອົງສາເຊນຊຽດ. ຜູ້ຊ່ຽວຊານລະບຸວ່າ ສະພາບອາກາດເຊັ່ນນີ້ ເຮັດໃຫ້ຄວາມຊຸ່ມຊື່ນໃນອາກາດຕ່ຳຫຼາຍ, ສົ່ງຜົນໃຫ້ການດັບໄຟມີຄວາມຍາກລຳບາກຍິ່ງຂຶ້ນ.
ຢູ່ປະເທດເກຣັກ, ແມ້ວ່າຈະບໍ່ໄດ້ຜະເຊີນກັບຄື້ນຄວາມຮ້ອນທີ່ຮຸນແຮງຄືກັບໃນເອີຣົບຕາເວັນຕົກ, ແຕ່ກໍເກີດໄຟໄໝ້ປ່າຂຶ້ນພ້ອມກັນຫຼາຍຈຸດ ເຊັ່ນ: ຟຕີໂອຕິດາ (Phthiotis), ຮັລຄິດິກິ (Chalkidiki) ແລະ ເກາະຊາລາມິນາ (Salamina). ເຈົ້າໜ້າທີ່ດັບເພີງກວ່າ 135 ນາຍ ພ້ອມດ້ວຍເຄື່ອງບິນ ແລະ ເຮລິຄອບເຕີ 25 ລຳ ຖືກສົ່ງໄປຊ່ວຍດັບໄຟ.
ເມື່ອວັນກ່ອນ, ໄດ້ເກີດເຫດໄຟໄໝ້ປ່າທາງຕອນເໜືອຂອງເກຣັກ ເຮັດໃຫ້ພໍ່ ແລະ ລູກຊາຍ ເສຍຊີວິດ ຫຼັງຈາກແປວໄຟໄດ້ລຸກລາມເຂົ້າສູ່ພື້ນທີ່ປ່າໃກ້ເມືອງ ເທສຊາໂລນີກິ (Thessaloniki). ທາງການຍັງຄົງເລັ່ງໃຫ້ປະຊາຊົນໃນຫຼາຍໝູ່ບ້ານອົບພະຍົບ ເນື່ອງຈາກຄວາມສ່ຽງທີ່ໄຟຈະລຸກລາມຍັງຄົງສູງຢູ່.
ຜູ້ຊ່ຽວຊານເຕືອນວ່າອາດເກີດ “ສົງຄາມຍືດເຍື້ອ”
ຕາມລາຍງານຂອງອົງການອຸຕຸນິຍົມວິທະຍາໂລກ (WMO), ຄື້ນຄວາມຮ້ອນທີ່ແກ່ຍາວນານໃນເອີຣົບຕາເວັນຕົກກວ່າໜຶ່ງສັບດາ ໃນຊ່ວງທ້າຍເດືອນມິຖຸນາ ໄດ້ສ້າງສະພາວະທີ່ເອື້ອຕໍ່ການເກີດໄຟໄໝ້ປ່າໃນວົງກວ້າງ. ອຸນຫະພູມທີ່ສູງຢ່າງຕໍ່ເນື່ອງ, ຄວາມຊຸ່ມຊື່ນຕ່ຳຫຼາຍ, ພືດພັນທີ່ແຫ້ງແລ້ງ ແລະ ລົມແຮງ ລ້ວນແຕ່ສົ່ງຜົນໃຫ້ຄວາມສ່ຽງຕໍ່ການເກີດໄຟໄໝ້ປ່າ ແລະ ການລຸກລາມຢ່າງຮ່ວດຮ່ວງເພີ່ມສູງຂຶ້ນຢ່າງມະຫາສານ.
ທີ່ສຳຄັນ, ຜູ້ຊ່ຽວຊານເຕືອນວ່າ ສະຖານະການນີ້ອາດຈະກາຍເປັນ “ພາວະປົກກະຕິໃໝ່” (New Normal) ແລະ ເອີຣົບຈຳເປັນຕ້ອງກຽມພ້ອມສຳລັບ “ການຕໍ່ສູ້ທີ່ຍືດເຍື້ອ” ເນື່ອງຈາກຮູບແບບສະພາບອາກາດຈະຮຸນແຮງຂຶ້ນເລື້ອຍໆ ອັນເນື່ອງມາຈາກການປ່ຽນແປງສະພາບພູມອາກາດ. ຈາກຂໍ້ມູນຫຼ້າສຸດຂອງ Euronews ເມື່ອເຊົ້າວັນທີ 3 ກໍລະກົດ, ປ່າໄມ້ປະມານ 130,400 ເຮັກຕາ ຖືກໄຟໄໝ້ທົ່ວສະຫະພາບເອີຣົບ (EU) ນັບຕັ້ງແຕ່ຕົ້ນປີ, ເຊິ່ງຫຼາຍກວ່າຄ່າສະເລ່ຍຂອງປີກ່ອນໆ ເຖິງ 16%.
ສະຖານະການໃນຫຼາຍພື້ນທີ່ບົ່ງຊີ້ວ່າອາດຈະຮ້າຍແຮງຂຶ້ນກວ່າເກົ່າ. ທາງຕອນໃຕ້ຂອງຝຣັ່ງ, ລົມກະໂຊກແຮງເຖິງ 70 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ໄຟໄໝ້ປ່າປ່ຽນທິດທາງຢູ່ຕະຫຼອດເວລາ, ສົ່ງຜົນໃຫ້ການດັບໄຟເປັນໄປໄດ້ຍາກ. ຢູ່ໂປຕຸກກາ, ໜ່ວຍງານດ້ານອຸຕຸນિຍົມວິທະຍາລາຍງານວ່າ ແມ້ແຕ່ໃນເວລາກາງຄືນ, ຄວາມຊຸ່ມຊື່ນກໍບໍ່ໄດ້ເພີ່ມຂຶ້ນຢ່າງມີໄນສຳຄັນຄືປົກກະຕິ, ເຮັດໃຫ້ໄຟໄໝ້ປ່າລຸກລາມໄດ້ໂດຍບໍ່ເລືອກເວລາ.

ຄວາມຊຸ່ມຊື່ນຕ່ຳຜິດປົກກະຕິໃນເວລາກາງຄືນ ເຮັດໃຫ້ການດັບໄຟປ່າໃນໂປຕຸກກາເປັນໄປໄດ້ຍາກ. ພາບ: ຣອຍເຕີ
ນອກຈາກຄວາມສ່ຽງຈາກໄຟໄໝ້ປ່າແລ້ວ, ຫຼາຍປະເທດຍັງຜະເຊີນກັບພາວະໄພແຫ້ງແລ້ງທີ່ຮຸນແຮງຂຶ້ນເລື້ອຍໆ. ຫຼັງຈາກເກີດໄພແຫ້ງແລ້ງ ແລະ ອຸນຫະພູມສູງຕິດຕໍ່ກັນຫຼາຍສັບດາ, ພື້ນທີ່ກະສິກຳຈະສູນເສຍຄວາມສາມາດໃນການກັກເກັບຄວາມຊຸ່ມຊື່ນ, ໃນຂະນະທີ່ປ່າໄມ້ຈະມີຄວາມສ່ຽງຕໍ່ການເກີດໄຟໄໝ້ຫຼາຍຂຶ້ນ.
ຢູ່ປະເທດອີຕາລີ, ພາກເໜືອກຳລັງຜະເຊີນກັບຊ່ວງລະດູຮ້ອນທີ່ຍາກລຳບາກ ເນື່ອງຈາກທັງສອງພາກພື້ນເສດຖະກິດສຳຄັນ ໄດ້ແກ່ ເວນິໂຕ (Veneto) ແລະ ລອມບາດີ (Lombardy) ກຳລັງປະສົບບັນຫາການຂາດແຄນນ້ຳຢ່າງຮຸນແຮງພ້ອມກັນ.
ເພື່ອຕອບສະໜອງຕໍ່ສະຖານະການນີ້, ຫຼາຍປະເທດໃນເອີຣົບກຳລັງເສີມສ້າງສັກກະຍະພາບໃນການຮັບມື. ນອກຈາກການລະດົມກຳລັງຄົນ ແລະ ອຸປະກອນດັບເພີງເພີ່ມເຕີມແລ້ວ, ເກຣັກ ຍັງເປັນປະເທດທຳອິດທີ່ຕິດຕັ້ງລະບົບດາວທຽມສະເພາະກິດ 4 ດວງສຳລັບກວດຈັບໄຟໄໝ້ປ່າ. ດາວທຽມທີ່ພັດທະນາໂດຍ OroraTech ດ້ວຍການສະໜັບສະໜູນທາງດ້ານການເງິນຈາກສະຫະພາບເອີຣົບ, ໄດ້ໃຊ້ເຊັນເຊີຄວາມຮ້ອນຮ່ວມກັບປັນຍາປະດິດ (AI) ໃນການກວດຈັບຈຸດຄວາມຮ້ອນຂະໜາດນ້ອຍພຽງ 4×4 ແມັດ ພ້ອມທັງສົ່ງຂໍ້ມູນແບບຮຽລທາມ (Real-time) ໄປຍັງນັກດັບເພີງ. ລະບົບນີ້ບໍ່ພຽງແຕ່ຊ່ວຍກວດຈັບໄຟໄໝ້ໄດ້ຕັ້ງແຕ່ເລີ່ມຕົ້ນໃນພື້ນທີ່ຫ່າງໄກສອກຫຼີກ, ແຕ່ຍັງຊ່ວຍໃນການຄາດຄະເນທິດທາງການລຸກລາມຂອງໄຟ, ເຮັດໃຫ້ສາມາດຈັດວາງກຳລັງພົນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.

ພາບຖ່າຍດາວທຽມໂດຍ OroraTech. ພາບ: ITN
ຂະນະດຽວກັນ, ໂປຕຸກກາ ຍັງຄົງເລັ່ງເພີ່ມຄວາມພ້ອມຂອງລະບົບປ້ອງກັນໄພພົນລະເຮືອນ ໂດຍການເພີ່ມກຳລັງທະຫານໃນພື້ນທີ່ສ່ຽງສູງ ແລະ ເພີ່ມເຮລິຄອບເຕີ ກັບ ເຄື່ອງບິນດັບເພີງ. ສ່ວນໃນຝຣັ່ງ, ທາງການໄດ້ຈັດຕັ້ງກົນໄກການໃຫ້ຂໍ້ມູນຢ່າງຕໍ່ເນື່ອງເພື່ອປະເມີນສະຖານະການ ແລະ ກຽມພ້ອມຮັບມືກັບຄື້ນຄວາມຮ້ອນລະລອກໃໝ່ທີ່ອາດຈະເກີດຂຶ້ນ.
ເນື່ອງຈາກເອີຣົບເປັນພາກພື້ນທີ່ອຸນຫະພູມສູງຂຶ້ນໄວທີ່ສຸດໃນໂລກ, ຄະນະກຳມາທິການເອີຣົບຈຶ່ງວາງແຜນທີ່ຈະປະກາດແຜນການຮັບມືກັບການປ່ຽນແປງສະພາບພູມອາກາດພາຍໃນທ້າຍປີນີ້ ຕາມທີ່ ທ່ານ ວັອບເກີ ຮຸກສຕຣາ (Wopke Hoekstra), ກຳມາທິການດ້ານສະພາບພູມອາກາດຂອງສະຫະພາບເອີຣົບກ່າວ. ແຜນດັ່ງກ່າວຈະບໍ່ກຳນົດຮູບແບບດຽວສຳລັບທຸກປະເທດ, ແຕ່ຈະມຸ່ງເນັ້ນໄປທີ່ການພັດທະນາສະຖານະການຄວາມສ່ຽງ, ການແບ່ງປັນປະສົບການ ແລະ ການສົ່ງເສີມການປະສານງານໃນການຮັບມືກັບເຫດການສະພາບອາກາດທີ່ຮຸນແຮງ.
ທ່ານ ຮຸກສຕຣາ ກ່າວວ່າ: “ບໍ່ມີເຫດຜົນໃດທີ່ ບຣຸກເຊນ (Brussels) ຈະຕ້ອງໄປບອກ ເກຣັກ ຫຼື ສະເປນ ວ່າຈະຮັບມືກັບໄຟໄໝ້ປ່າແນວໃດ, ພວກເຂົາເຂົ້າໃຈເລື່ອງນີ້ດີກວ່າພວກເຮົາ”. ເຖິງຢ່າງໃດກໍຕາມ, ທ່ານໄດ້ສະເໜີແນະວ່າ ສະຫະພາບເອີຣົບສາມາດມີບົດບາດໃນການປະສານງານຜ່ານສະຖານະການຈຳລອງຮ່ວມກັນ ແລະ ການແບ່ງປັນແນວທາງການປະຕິບັດທີ່ດີທີ່ສຸດລະຫວ່າງປະເທດສະມາຊິກ ເພື່ອເສີມສ້າງຄວາມຢືດຢຸ່ນຕໍ່ການປ່ຽນແປງສະພາບພູມອາກາດ.
ໄທຮາ
ທີ່ມາ: https://cand.vn/sau-nang-nong-chau-au-doi-mat-mot-cuoc-khung-hoang-moi-post815675.html





