- Advertisement -spot_img

AUTHOR NAME

Pele

422 POSTS
0 COMMENTS

ໄຊສົມບູນ ປະກາດການອະໄພຍະໂທດ ໃຫ້ແກ່ນັກໂທດທີ່ມີຄວາມກ້າວໜ້າ

ໃນວັນທີ 25 ທັນວາຜ່ານມານີ້, ຄະນະກຳມະການອະໄພຍະໂທດ ແຂວງໄຊສົມບູນ ໄດ້ຈັດພິທີປະກາດການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ (ຜາແດງ) ໂດຍການເປັນປະທານຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ...

ເສຍຊີວິດ 782 ຄົນຈາກອຸບັດເຫດໃນໄລຍະ 11 ເດືອນຂອງປີ 2025

ໃນໄລຍະເດືອນມັງກອນ ຫາເດືອນພະຈິກ 2025 (11 ເດືອນ) ທົ່ວປະເທດມີຜູ້ເສຍຊີວິດເຖິງ 782 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 5,740 ລາຍ, ມີພາຫະນະເສຍຫາຍ 10,229 ຄັນ ແລະ ມີຜູ້ບາດເຈັບ 8,873 ຄົນ. ສະເພາະໄລຍະປີໃໝ່ສາກົນ 2025 ເປັນພຽງໄລຍະສັ້ນໆ ມີອຸບັດເຫດ 170 ລາຍ ເຮັດໃຫ້ມີຜູ້ເສຍຊີວິດ...

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້. ທ່ານ ຄໍາໄຕ ແກ້ວປະເສີດ ເລຂາຄະນະບໍລິຫານງານພັກເມືອງສຸຂຸມາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ບ້ານແຊ ແມ່ນບ້ານໜຶ່ງທີ່ຍັງບໍ່ມີເສັນທາງທ່ຽວໄດ້ສອງລະດູ ແລະ ອີງຕາມການປະເມີນ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ...

ພົບເຫັນການລັກອຸປະກອນໝໍ້ແປງໄຟຟ້າ ຢູ່ ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໃນຄືນຂອງ ວັນທີ 26 ທັນວາ 2025, ໄດ້ມີຮັບແຈ້ງເຫດການໄຟຟ້າດັບ ແລະ ຮັບແຈ້ງມີການລັກອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານແສນອຸດົມ ເມືອງໄຊທານີ ຜ່ານການລົງກວດກາ ເຈົ້າໜ້າທີ່ກວດພົບເຫັນວ່າ ມີກຸ່ມຄົນບໍ່ດີລັກມ້າງ ແລະ ເອົາອຸປະກອນປະກອບໝໍ້ແປງໄຟຟ້າ ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ລະບົບໄຟຟ້າຂັດຂ້ອງ ແລະ ໄຟມອດເປັນບໍລິເວນກວ້າງ. ການລັກຊັບຂອງລັດ ໂດຍສະເພາະອຸປະກອນໄຟຟ້າ ບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ແຕ່ຍັງສ້າງຄວາມອັນຕະລາຍຕໍ່ຊີວິດ ແລະ ສ້າງຄວາມລຳບາກໃຫ້ແກ່ສັງຄົມ. ປະຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງດຳເນີນການສ້ອມແປງຢ່າງຮີບດ່ວນ...

ນະຄອນພູເອີ ແລະ ແຂວງຜົ້ງສາລີ ຫາລືການທ່ອງທ່ຽວຂ້າມແດນ

ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຜົ້ງສາລີ ພົບປະແລກປ່ຽນບົດຮຽນກັບຫ້ອງ ການວັດທະນະທຳ ແລະ ທ່ອງທ່ຽວນະຄອນພູເອີ ສປ ຈີນໃນວັນທີ 24 ທັນວາຜ່ານມາ ທີ່ນະຄອນພູເອີ ແຂວງ ຢຸນນານ ສປ ຈີນ, ນຳໂດຍທ່ານ ອ່ອນຄຳ ອີນແສງ ຫົວໜ້າພະແນກ ວທ ແຂວງຜົ້ງສາລີ...

ທ່ານ ສົມສະຫວາດ ເລັ່ງສະຫວັດ ເຄື່ອນໄຫວຢ້ຽມຢາມໂຮງໝໍສາກົນ-ຄໍາມ່ວນ

ໃນວັນທີ 25 ທັນວານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂຮງໝໍສາກົນ-ຄໍາມ່ວນ ຢູ່ທີ່ເມືອງທ່າແຂກ ແຂວງຄຳມ່ວນ, ໂດຍໃຫ້ການຕ້ອນຮັບຂອງທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍສາກົນ-ຄໍາມ່ວນ, ມີບັນດາຜູ້ລົງທຶນ ແລະ ພະນັກງານ ແພດ-ໝໍ...

ຂົວມິດຕະພາບ ລາວ-ໄທ ແຫ່ງທີ​ V ເປີດນໍາໃຊ້ຢ່າງເປັນທາງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ເປີດການນໍາໃຊ້ຢ່າງເປັນທາງການໃນວັນທີ 25 ທັນວາ 2025 ນີ້, ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຮ່ວມ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ​ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ...

ແຈ້ງມອດໄຟ ວັນທີ 27-28/12/2025 ເມືອງໄຊເສດຖາ

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ. ໃນພິທີ,...

ປກສ ແຂວງວຽງຈັນ ກັກຕົວຜູ້ຄ້າຂາຍ ແລະ ຜະລິດຢາບ້າ ພ້ອມຂອງກາງເຄື່ອງຜະລິດຢາບ້າ ແລະ ຢາເສບຕິດຫລາຍລາຍການ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 10 ພະຈິກ 2025 ເວລາປະມານ 09:30 ນາທີ ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫລວດ ປກສ ເມືອງໂພນໂຮງ ເຂົ້າກວດຄົ້ນເຮືອນເປົ້າໜາຍຜະລິດຢາບ້າ ຢູ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ຈຳນວນ 4 ຄົນມີຄື:...

Latest news

- Advertisement -spot_img