- Advertisement -spot_img

AUTHOR NAME

Pele

507 POSTS
0 COMMENTS

ແຈ້ງການມອດໄຟ ວັນທີ 30 ເມສາ, 2, 3 ພຶດສະພາ 2026

ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ແຈ້ງການມອດໄຟ ວັນທີ 30/04/2026 , ວັນທີ 02,03/05/2026

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ຂະແໜງລ້ຽງສັດ–ການປະມົງ ສາລະວັນ ຢືນຢັນສາເຫດປາຕາຍ ເກີດຈາກປະກົດການ “ແອລດີໂຍ” ບໍ່ແມ່ນມາຈາກນໍ້າເປັນພິດ

ເມື່ອລໍ່ດົນມານີ້, ປະກົດການປາຕາຍເປັນຈໍານວນໜຶ່ງ ໃນແມ່ນໍ້າເຊໂດນ ໄດ້ກາຍເປັນຂ່າວຮ້ອນໃນສັງຄົມອອນລາຍ, ຊຶ່ງປະຊາຊົນເກີດຄວາມກັງວົນ ຕໍ່ຄຸນນະພາບແຫຼ່ງນໍ້າ ແລະ ຄວາມປອດໄພດ້ານສິ່ງແວດລ້ອມ ຕໍ່ກັບກະແສຂ່າວດັ່ງກ່າວ, ຂະແໜງລ້ຽງສັດ ແລະ ການປະມົງ ແຂວງສາລະວັນ ໄດ້ອອກຊີ້ແຈງຢ່າງເປັນທາງການ ພ້ອມລົງກວດກາພາກສະໜາມເພື່ອຊອກຫາສາເຫດຢ່າງລະອຽດ ແລະ ປະເມີນສະພາບການຢ່າງຮອບດ້ານ. ທ່ານ ເພັດນີກອນ ສີນທະສັກ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ...

ສອງຂົວເບຕົ່ງຢູ່ເມືອງຄຳ ກໍ່ສ້າງສຳເລັດ 100%

ໃນວັນທີ 28 ເມສານີ້, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງກວດກາໂຄງການກໍ່ສ້າງຂົວເບຕົ່ງເສີມເຫຼັກ 2 ແຫ່ງຢູ່ເມືອງຄຳ ແຂວງຊຽງຂວາງ. ທ່ານ ຈັນສະໝອນ ທຳມະວົງ ປະທານບໍລິສັດ ບ້ານນາ ພັດທະນາກໍ່ສ້າງຈຳກັດ ໄດ້ລາຍງານວ່າ: ບໍລິສັດໄດ້ເລີ່ມລົງມືກໍ່ສ້າງຂົວ 2 ແຫ່ງ ມາແຕ່ວັນທີ...

ຍທຂ ເມືອງຈຳພອນ ລົງຕິດຕາມການສ້ອມແປງຂົວ ຮັບປະກັນຄວາມປອດໄພໃນການສັນຈອນ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອເປັນການປັບປຸງພື້ນຖານໂຄງລ່າງ ແລະ ອຳນວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່ຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກ ແລະ ປອດໄພກວ່າເກົ່າ, ໃນຕອນບ່າຍວັນທີ 27 ເມສາ 2026 ຜ່ານມານີ້, ທ່ານ ປີໂຕລ້າ ຄູນສັກສີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຈຳພອນ ພ້ອມດ້ວຍຄະນະວິຊາການ ລົງຕິດຕາມກວດກາການສ້ອມແປງຂົວເບເລ ຫລື ຂົວເຫລັກປູໄມ້...

ເດືອນເມສາເງິນເຟີ້ 10.2% ຈາກລາຄານໍ້າມັນ-ຄ່າຂົນສົ່ງ ແພງຂຶ້ນ

ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນ ເມສາ 2026 ພຸ່ງຂຶ້ນແຕະລະດັບ 10.2% ໂດຍໄດ້ຮັບຜົນກະທົບ ຢ່າງໜັກ ຈາກວິກິດການໃນຕາເວັນອອກ ກາງທີ່ດັນລາຄານໍ້າມັນເຊື້ອໄຟໃຫ້ແພງຂຶ້ນ. ສະຖານະການດັ່ງກ່າວໄດ້ສ້າງແຮງກົດດັນໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ໂດຍສະເພາະຄ່າຂົນສົ່ງ ແລະ ສິນຄ້າອຸປະໂພກບໍລິໂພກທີ່ປັບຕົວສູງຂຶ້ນຕາມໆກັນ. ຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ. ອີງຕາມບົດລາຍງານຫຼ້າສຸດຈາກສູນສະຖິຕິແຫ່ງຊາດ ກະຊວງການເງິນ ລະບຸວ່າ: ຕົວເລກເງິນເຟີ້ເດືອນເມສາໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກ 9.7% ໃນເດືອນມີນາ ມາເປັນ...

ພົບເຫດປາຕາຍຈຳນວນຫລາຍ ຢູ່ແຄມນໍ້າເຊໂດນ ບໍ່ຮູ້ສາເຫດ ຍັງບໍ່ມີໜ່ວຍງານກ່ຽວຂ້ອງຊີ້ແຈງ

ວັນທີ 23 ເມສາ 2026 ປະຊາຊົນສ່ອງແສງ ວ່າ: ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫລາຍຢູ່ນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ. ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າອາດຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫລື ໃຊ້ນໍ້າເຊເຂດດັ່ງກ່າວ. ພ້ອມທັງຝາກເຖິງພາກສ່ວນທີ່ກ່ຽວຂ້ອງລົງກວດກາຫາສາເຫດດ້ວຍ ເນື່ອງຈາກອາດຈະເປັນການທໍາລາຍລະບົບນິເວດ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ. ຂ່າວ: ໜັງສືພິມລາວພັດທະນາ Laophattana News

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38

ໃນລະຫວ່າງວັນທີ 22-24 ເມສາ ຜ່ານມານີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 (The Thirty–Eighth Session of the...

ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໂດຍໄດ້ຮັບການສະໜັບສະໜູນຈາກວາລະສານຈໍາປາ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກໍາອ່ານປຶ້ມ "ສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຂຶ້ນໃນວັນທີ 24 ເມສານີ້ ທີ່ ມຊ, ໂດຍມີ ທ່ານ ອຸ່ນຫຼ້າ ສີວັນເພັງ...

ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ...

Latest news

- Advertisement -spot_img