ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

Must read

ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ສະຫາຍ ອານຸສິດ ສຸຂະທຳມະວົງ ຄະນະປະຈຳ ເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.

ສະຫາຍ ສຸລິຍາ ແກ້ວພິລາວົງ ໄດ້ຍົກໃຫ້ເຫັນມູນເຊື້ອຜົນງານຕະຫຼອດໄລຍະ 71 ປີ ຜ່ານມາ ໂດຍພາຍໃຕ້ຮົ່ມທຸງຂອງພັກເຮົາ ກໍຄືການນໍາພາຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ; ຄະນະບໍລິຫານງານຊາວໜຸ່ມໄດ້ເພີ່ມທະວີປະຕິບັດສະກັດກັ້ນການປະຕິບັດນະໂຍບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີຕໍ່ລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງ ຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ. ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງຄະນະບໍລິຫານງານຊາວໜຸ່ມໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນ

ແປງໃໝ່ຮອບດ້ານ ມີຫຼັກການ, ເຮັດໃຫ້ປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອ ທາດແທ້ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ຢຶດໝັ້ນທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ພ້ອມທັງເປັນເຈົ້າການປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ຖອດຖອນບົດຮຽນຈາກພຶດຕິກຳດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງຊາວໜຸ່ມແຕ່ລະຂົງເຂດ ໃນການນໍາພາວຽກງານຊາວໜຸ່ມແຕ່ຂັ້ນສູນກາງຮອດທ້ອງຖິ່ນ ແລະ ມີຄວາມເຕີບໃຫຍ່ທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໃນຂົງເຂດຊາວໜຸ່ມ, ສືບທອດພາລະກິດໃນການພັດທະນາປະເທດຊາດດັ່ງ ປະທານ ໄກສອນ ພົມວິຫານ ທີ່ໄດ້ຂະໜານນາມໃຫ້ແກ່ຊາວໜຸ່ມວ່າ: ຊາວໜຸ່ມປຽບເໝືອນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ເປັນສິນໄຊແຫ່ງຍຸກສະໄໝ.

ຈາກນັ້ນ, ສະຫາຍ ອານຸສິດ ສຸຂະທຳມະວົງ ໄດ້ໃຫ້ກຽດຂຶ້ນຜ່ານແຜນການສ້າງຂະບວນການຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ແລະ ພິທີຈັບມືແຂ່ງຂັນລະຫວ່າງບັນດາເລຂາໜ່ວຍຊາວໜຸ່ມທີ່ຂຶ້ນກັບ ສປສສ. ໃນຕອນທ້າຍກອງປະຊຸມ ສະຫາຍ ຂຸນສຸວັນ ສຸທຳມະວົງ ໄດ້ໂອ້ລົມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ 147 ສະຫາຍ ຈົ່ງສຸມສະຕິປັນຍາເຂົ້າໃນການປະຕິບັດວຽກງານວິຊາສະເພາະ ໂດຍສະເພາະການບໍລິຫານຄະດີໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ, ເພື່ອສູ້ຊົນໃຫ້ບັນລຸຄາດໝາຍການສ້າງໜ່ວຍຊາວໜຸ່ມ 4 ບຸກ ໃຫ້ໄດ້ 100% ໃນປີ 2026.

(ຂ່າວ: ສປສສ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article