- Advertisement -spot_img

AUTHOR NAME

Jenjila

704 POSTS
0 COMMENTS

ມີແຈ້ງການໃຫ້ຢຸດເຊົາ ການຖົມດິນແດງ-ດິນດໍາຊົ່ວຄາວໃນຊ່ວງລະດູຝົນ ເລີ່ມວັນທີ 10 ກໍລະກົດ ຫາ 30 ຕຸລາ 2026 ຖ້າມີການລະເມີດ ຈະສັ່ງໂຈະກິດຈະການທັນທີ

ມີແຈ້ງການໃຫ້ຢຸດເຊົາ ການຖົມດິນແດງ-ດິນດໍາຊົ່ວຄາວໃນຊ່ວງລະດູຝົນ ເລີ່ມວັນທີ 10 ກໍລະກົດ ຫາ 30 ຕຸລາ 2026 ຖ້າມີການລະເມີດ ຈະສັ່ງໂຈະກິດຈະການທັນທີ ລາຍລະອຽດແຈ້ງການດັ່ງນີ້:

ແຈ້ງເຕືອນ ເຝົ້າລະວັງນ້ຳຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 03 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕໍ່າ ຫລື (ຮ່ອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝູນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈໍາປີ 2026 ຄາດວ່າຈະເຄື່ອນທີ່ຜ່ານເກາະໄຮໜາມ ແລະ ເຄື່ອນທີ່ຂຶ້ນຝັ່ງ ຂອງປະເທດຈີນຕອນໃຕ້ ໃນວັນທີ 4-6 ກໍລະກົດ 2026,...

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ

ວັນທີ 3 ກໍລະກົດ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ພົນຕີ ທະຫານເຮືອ ວິກເຕີ ກາວການົບ ຮອງຫົວໜ້າສູນບັນຊາປ້ອງກັນຊາດ ເເຫ່ງ...

ລາວ-ມຽນມາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ...

ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026, ພະນະ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ...

ຫຼັງຄື້ນຄວາມຮ້ອນເອີຣົບກຳລັງປະສົບກັບວິກິດການຄັ້ງໃໝ່ເກີດໄຟໄໝ້ປ່າທີ່ຮຸນແຮງຫຼາຍແຫ່ງທົ່ວປະເທດໃນເອີຣົບຕອນໃຕ້ຫຼາຍປະເທດຕ້ອງຍົກລະດັບການເຕືອນໄພ ແລະ ລະດົມກຳລັງເຈົ້າໜ້າທີ່ເພື່ອຮັບມືກັບວິກິດນີ້

"ຄື້ນຄວາມຮ້ອນທີ່ເຮັດລາຍສະຖິຕິ ໄດ້ກໍ່ໃຫ້ເກີດໄຟໄໝ້ປ່າທີ່ຮຸນແຮງຫຼາຍແຫ່ງທົ່ວປະເທດໃນເອີຣົບຕອນໃຕ້. ອຸນຫະພູມທີ່ສູງ, ສະພາບອາກາດທີ່ແຫ້ງແລ້ງ ແລະ ລົມແຮງ ກຳລັງເພີ່ມຄວາມສ່ຽງຕໍ່ການເກີດໄຟໄໝ້ປ່າ, ເຮັດໃຫ້ຫຼາຍປະເທດຕ້ອງຍົກລະດັບການເຕືອນໄພ ແລະ ລະດົມກຳລັງເຈົ້າໜ້າທີ່ເພື່ອຮັບມື." ໄຟໄໝ້ປ່າກຳລັງລຸກລາມທົ່ວພາກໃຕ້ຂອງເອີຣົບ ຫຼັງຈາກຜະເຊີນກັບໄພແຫ້ງແລ້ງ ແລະ ອຸນຫະພູມທີ່ສູງເປັນປະຫວັດການເປັນເວລາຫຼາຍສັບດາ ອັນເນື່ອງມາຈາກຄື້ນຄວາມຮ້ອນທີ່ຍາວນານເຊິ່ງເລີ່ມຕົ້ນໃນເດືອນມິຖຸນາ 2026, ປະເທດຝຣັ່ງ ກໍໄດ້ປະສົບກັບວິກິດການທາງດ້ານສິ່ງແວດລ້ອມຄັ້ງໃໝ່ເມື່ອບໍ່ດົນມານີ້ ເນື່ອງຈາກເກີດໄຟໄໝ້ປ່າລຸກລາມເປັນວົງກວ້າງຕາມແນວຊາຍຝັ່ງທະເລເມດິເຕີຣາເນ. ໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດແມ່ນເມືອງ ກາເນ-ອົງ-ຣູຊີຢົງ (Canet-en-Roussillon) ໃກ້ກັບຊາຍແດນສະເປນ. ພາບຈາກໂທລະພາບສະແດງໃຫ້ເຫັນສາງສິນຄ້າ ແລະ ເຮືອຢອດຈຳນວນຫຼາຍໃນທ່າເຮືອຖືກໄຟໄໝ້, ໃນຂະນະທີ່ຄວັນໄຟສີດຳໜາທຶບໄດ້ປົກຄຸມທົ່ວພື້ນທີ່ຊາຍຝັ່ງ....

ສະພາບອາກາດປະຈຳວັນທີ 03 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຫລື (ຮ່ອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝຸນເຂດຮ້ອນໄມສັກ (Maysak) ຫົວທີ 10 ປະຈຳປີ 2026 ປັດຈຸບັນເຄື່ອນທີ່ຢູູ່ເຂດທະເລຈີນໃຕ້ຕອນກາງ ກຳລັງເຄື່ອນທີີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ແລະ ຄາດວ່າຈະເຄື່ອນທີ່ຮອດບໍລິເວນເກາະໄຮໜານ, ສປ ຈີນ ໃນວັນທີ 4 ກໍລະກົດ 2026...

ເຝົ້າລະວັງພາຍຸໝຸນເຂດຮ້ອນພາຍຸໄມສັກຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມພ້ອມລົມແຮງໃນບາງທ້ອງຖິ່ນ ໃນຊ່ວງລະຫວ່າງວັນທີ 02-05 ກໍລະກົດ 2026.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນ ໄມສັກ (Maysak) ສະບັບທີ 2 ເນື່ອງຈາກມີຮ່ອງຄວາມກົດດັນອາກາດຕ່ຳຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງ. ສຳລັບພາຍຸໝູນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈຳປີ 2026 ທີ່ຕັ້ງຢູ່ທະເລຈີນໃຕ້ຕອນກາງນັ້ນ ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງໃຕ້ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າຈະເຄື່ອນທີ່ເຂົ້າໃກ້ເກາະໄຮນຳ...

ສະພາບອາກາດປະຈໍາວັນທີ 02 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ. ພ້ອມນັ້ນ, ພາຍຸດີເປຣຊັນ ທີ່ກຳລັງເຄື່ອນທີ່ຢູ່ເຂດທະເລ ຈີນໃຕ້ຕອນກາງ ຄາດວ່າຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝູນເຂດຮ້ອນ ແລະ ເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງໃຕ້. ສະພາບດັ່ງກ່າວຈະສົ່ງຜົນໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງເກືອບທົ່ວໄປ ແລະ ມີຝົນຕົກໜັກ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນໃນແຂວງພາກເໜືອ ແລະ ພາກກາງ. ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ທຸກພາກສ່ວນ ໃຫ້ລະມັດລະວັງ...

ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ

ວັນທີ 30 ມິຖຸນາ 2026 ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງຕະໂອ້ຍ ໄດ້ຈັດກອງປະຊຸມສຶກສາອົບຮົມກຸ່ມໄວລຸ້ນ ຈຳນວນ 15 ຄົນ (ຍິງ 6 ຄົນ) ທີ່ມົ້ວສຸມດື່ມນ້ຳກະທ້ອມ ແລະ ດື່ມຄໍລະເຈນປະສົມສານເສບຕິດ. ໂດຍການເປັນປະທານຂອງທ່ານ ພັນໂທ ກິແກ້ວ ແສງສຸລິຍາ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ...

Latest news

- Advertisement -spot_img