- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າປະປາ ແລະ ອໍານາດການປົກຄອງບ້ານ ຖິ່ນເພຍ ລົງດໍາເນີນມາດຕະການຂັ້ນ 2 ໂດຍການຕັດລະບົບໄຟຟ້າ ແລະ ນໍ້າປະປາ ອາຄານ...

ອຸຕຸນິຍົມໂລກເຕືອນ “ເອລນີໂຢ” ແນວໂນ້ມຮຸນແຮງສຸດຂີດ-ຮ້ອນກວ່າເກົ່າທ້າຍປີ ຍາວຈົນເຖິງ ກຸມພາ 2027

ອົງການອຸຕຸນິຍົມໂລກ (WMO) ເຕືອນວ່າ ປະກົດການ "ເອລນີໂຢ" (El Niño) ໄດ້ກໍ່ຕົວຂຶ້ນຢ່າງສົມບູນແລ້ວ ແລະ ກໍາລັງເພີ່ມຄວາມຮຸນແຮງ ມີແນວໂນ້ມພັດທະນາໄປສູ່ລະດັບ "ຮຸນແຮງຫຼາຍ" ໃນອີກຫຼາຍເດືອນຂ້າງໜ້າ. ໂດຍຄາດວ່າມີໂອກາດສູງເກືອບ 100% ທີ່ຈະດໍາເນີນຕໍ່ເນື່ອງໄປເຖິງເດືອນກຸມພາ 2027 ເຊິ່ງອາດສົ່ງຜົນກະທົບຢ່າງຮຸນແຮງຕໍ່ຮູບແບບຝົນ ແລະ ອຸນຫະພູມທົ່ວໂລກ, ເພີ່ມຄວາມສ່ຽງນໍ້າທ່ວມ, ໄພແລ້ງ ແລະ ສະພາບອາກາດຮ້ອນຈັດ. ພາບປະກອບ...

ພາຍຸໄຕ້ຝຸ່ນໂຊເດລ (Saudel) ພັດເຂົ້າມົນທົນຝູຈ້ຽນຂອງຈີນເປັນຮອບທີ 3 ສ້າງຄວາມເສຍຫາຍເປັນວົງກວ້າງ ທາງການຍົກລະດັບການຮັບມືຂຶ້ນສູ່ຂັ້ນສູງສຸດ

ໄຕ້ຝຸ່ນໂຊເດລ (Saudel) ໄດ້ພັດຂຶ້ນຝັ່ງບໍລິເວນຊາຍຝັ່ງມົນທົນຝູຈ້ຽນ ທາງຕາເວັນອອກສ່ຽງໃຕ້ຂອງຈີນອີກຄັ້ງ ຫຼັງຈາກທີ່ພາຍຸເຄີຍພັດຂຶ້ນຝັ່ງຢູ່ມົນທົນເຈີ້ຈຽງມາແລ້ວ 2 ຄັ້ງ ເມື່ອວັນທີ 28 ສິງຫາ ທີ່ຜ່ານມາ, ເຮັດໃຫ້ເກີດຝົນຕົກໜັກຢ່າງຕໍ່ເນື່ອງ ແລະ ເກີດນ້ຳຖ້ວມເປັນວົງກວ້າງໃນຫຼາຍພື້ນທີ່. ສູນອຸຕຸນິຍົມວິທະຍາມົນທົນຝູຈ້ຽນລະບຸວ່າ: ໄຕ້ຝຸ່ນໂຊເດລ ໄດ້ພັດຂຶ້ນຝັ່ງໃນຊ່ວງເຊົ້າຂອງວັນພະຫັດ ໂດຍມີຄວາມໄວລົມສູງສຸດໃກ້ສູນກາງພາຍຸປະມານ 23 ແມັດຕໍ່ວິນາທີ ຫຼື ປະມານ 83 ກິໂລແມັດຕໍ່ຊົ່ວໂມງ. ອິດທິພົນຂອງໄຕ້ຝຸ່ນດັ່ງກ່າວ ເຮັດໃຫ້ເກີດຝົນຕົກໜັກໃນພື້ນທີ່ສ່ວນໃຫຍ່ຂອງມົນທົນ,...

ອັບເດດການສ້ອມແປງເສັ້ນທາງພູຜາມ່ານ ເມືອງຄູນຄຳ ແຂວງຄຳມ່ວນ

ເສັ້ນທາງພູຜາມ່ານ ເມືອງຄູນຄຳ ແຂວງຄຳມ່ວນ, ເຊິ່ງເສັ້ນທາງດັ່ງກ່າວ ໄດ້ປິດການສັນຈອນຕັ້ງແຕ່ວັນທີ 03-04 ກັນຍາ 2026 ແລະ ຕາມກຳນົດການຈະເປີດໃຫ້ໃຊ້ງານແມ່ນວັນທີ 05 ກັນຍາ 2026 ເວລາ 6:00 ໂມງເຊົ້າ. ເສັ້ນທາງຫຼວງແຫ່ງຊາດເລກ 8 ເຂດພູຜາມ່ານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ຝົນຕົກໜັກ, ນໍ້າໄຫຼຊຸ, ດິນເຈື່ອນກະທົບຕໍ່ເສັ້ນທາງ ໄດ້ຮັບຄວາມເສຍຫາຍໜັກ ເພື່ອເຮັດໃຫ້...

ແຈ້ງການມອດໄຟ ວັນທີ 05,06/09/2026

ແຈ້ງການມອດໄຟ ວັນທີ 05,06/09/2026 ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ເນປານຄາດ ຕ້ອງສ້າງເຮືອນໃໝ່ 2 ໝື່ນຫຼັງ ໃຫ້ຜູ້ເຄາະຮ້າຍຈາກໄພພິບັດ ທີມກູ້ໄພກໍຍັງຄົງເດີນໜ້າປະຕິບັດໜ້າທີ່ຄົ້ນຫາ ຍອດຜູ້ເສຍຊີວິດເພີ່ມຂຶ້ນກວ່າ 1,252 ຄົນ

ຄວາມຄືບໜ້າເຫດໄພພິບັດນ້ຳຖ້ວມຊຸມ ແລະດິນເຈື່ອນຢູ່ເຂດທາງຕອນເໜືອຂອງເນປານ ທີ່ມີຊາຍແດນຕິດກັບເຂດປົກຄອງຕົນເອງທິເບດຂອງຈີນ. ລ່າສຸດ, ທາງການເນປານໄດ້ແຖລອງໃນວັນທີ 2 ກັນຍາວ່ານີ້ວ່າ: ຈຳເປັນຕ້ອງໄດ້ສ້າງເຮືອນຢູ່ອາໄສຂຶ້ນມາໃໝ່ປະມານ 20,000 ຫຼັງ ໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຈາກເຫດໄພພິບັດດັ່ງກ່າວ. ໃນຂະນະທີ່ທີມກູ້ໄພຍັງຄົງເດີນໜ້າຄົ້ນຫາຄົນງານທີ່ຕິດຢູ່ພາຍໃນອຸໂມງຂອງໂຄງການໂຮງໄຟຟ້າພະລັງນ້ຳຂອງເນປານ ເຊິ່ງເຊື່ອວ່າມີຮວມກັນປະມານ 900 ຄົນ. ທ່າມກາງຍອດຜູ້ເສຍຊີວິດຢູ່ເນປານເພີ່ມຂຶ້ນເປັນຢ່າງໜ້ອຍ 1,252 ລາຍ ແລະຢູ່ທິເບດ 21 ລາຍ, ໂດຍຍັງມີຜູ້ສູນຫາຍຮວມກັນຫຼາຍກວ່າ 4,200 ລາຍ. ທ່ານ...

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ລັດເວຍ

ຂປລ. ໃນຕອນເຊົ້າວັນທີ 24 ສິງຫາ 2026 ຜ່ານມາ, ທີ່ທຳນຽບປະທານາທິບໍດີ, ນະຄອນ ຫລວງ Riga, ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Edgars Rinkevics ປະທານາທິບໍດີ ແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ...

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026. ພິທີຕ້ອນຮັບດັ່ງກ່າວໄດ້ຈັດຂຶ້ນຢ່າງອົບອຸ່ນ...

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ SCO Plus

ໃນວັນທີ 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສ.ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້...

ບ້ານນໍ້າເງິນ ເມືອງນາໝໍ້ ໄດ້ຮັບຜົນກະທົບໄພນໍ້າຖ້ວມໜັກໜ່ວງທີ່ສຸດ

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ບ້ານນໍ້າເງິນ ເມືອງນາໝໍ້ ແຂວງອຸດົມໄຊ ເປັນອີກບ້ານໜຶ່ງ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໜັກໜ່ວງທີ່ສຸດ ໃນວັນທີ 29-30 ສິງຫາ 2026 ຜ່ານມາ, ຊຶ່ງໄດ້ຖ້ວມເຮືອນຊານ, ວັດວາອາລາມ, ຂົວ, ເສັ້ນທາງແຕ່ບ້ານຂວາງ ໄປຫານໍ້າເງິນຖືກຕັດຂາດ, ດິນເຈື່ອນຖົມທາງ, ທາງເຊາະເຈື່ອນ, ເສົາໄຟຟ້າລົ້ມຫລາຍກວ່າ 10...

Latest news

- Advertisement -spot_img