- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ເມືອງຊະນະສົມບູນ ລະດົມກຳລັງເກັບຊາກປາຕາຍ ຢູ່ຕາມແຄມແມ່ນ້ຳເຊໂດນ ມາຈູດເຜົາຖິ້ມ

ວັນທີ 6 ພຶດສະພາ 2026 ອົງການປົກເມືອງເມືອງຊະນະສົມບູນ ແຂວງຈໍາປາສັກ ສົມທົບກັບ ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານຊາວບ້ານຄີລີ ທີ່ຂື້ນກັບຕາແສງໜອງດູ່ ເມືອງຊະນະສົມບູນ ເກັບຊາກປາຕາຍ ຢູ່ຕາມແຄມຝັ່ງແມ່ນ້ຳເຊໂດນ ແລ້ວນຳມາທຳລາຍຈູດເຜົາຖິ້ມ ໂດຍການນໍາພາຂອງ ທ່ານ ອໍ່າໄຊ ພອນມະນີ ປະທານຄະນະຄະນະກຳມະການປົກຄອງເມືອງຊະນະສົມບູນ ພ້ອມດ້ວຍ ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ປັດຈຸບັນ, ທາງອົງການປົກຄອງເມືອງຊະນະສົມບູນ...

ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍສະຫາຍໄດ້ເນັ້ນຫຼາຍບັນຫາສໍາຄັນໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ. ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ແນວລາວສ້າງຊາດຕ້ອງໄດ້ໃຫ້ຄວາມສໍາຄັນຕໍ່ການສືບຕໍ່ຕັ້ງໜ້າເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວລາວສ້າງຊາດໃນການເຕົ້າໂຮມມະຫາສາມັກຄີເປັນປຶກແຜນຂອງຊາດ, ເຊີດຊູສະຕິເປັນເຈົ້າ, ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອ ກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ,...

ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ

ໂທລະພາບ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 5 ພືດສະພາ 2026 ເຈົ້າໜ້າທີ່ກອງວິຊາສະເພາະຕໍາຫລວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນ ຫລວງພະບາງ ໄດ້ຈັດພິທີສຶກສາອົບຮົມບັນດາກຸ່ມແກ້ງ ຂັບຂີ່ທີ່ລະເມີດລະບຽບກົດຈະລາຈອນ ແລະ ດັດແປງສະພາບເຕັກນິກລົດຈັກ ໂດຍເປັນປະທານຂອງ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບນະຄອນ, ມີຄະນະພະແນກການ, ນັກຂັບຂີ່ທີ່ລະເມີດລະບຽບ...

ລາຍງານສະພາບອາກາດປະຈໍາວັນທີ 6 ພຶດສະພາ 2026

ຄວາມກົດດັນຕ່ຳຂອງອາກາດຮ້ອນ ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ - ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶຶ່ງຈະເຮັດອາກາດຮ້ອນຢູ່ທົົ່ວໄປ ແລະ ຈະໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິຶ່ນ. ດັ່ງນັ້ນ ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ...

ນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 7-8 ພຶດສະພາ 2026 ທີ່ຟິລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໂດຍການເປັນປະທານອາຊຽນ ຂອງຟີລິບປິນ ພາຍໃຕ້ຄໍາຂວັນ “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ໃນວັນທີ 7-8 ພຶດສະພາ 2026 ທີ່ເຊບູ ປະເທດຟີລິບປິນ, ໂດຍຕອບສະໜອງຕາມການເຊື້ອເຊີນ...

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ

ສໍານັກຂ່າວ BBC ລາຍງານວ່າ: ເວລາ ປະມານ 16:40 ໂມງ, ວັນທີ 4 ພຶດສະພາ 2026 ເກີດເຫດລະເບີດຮຸນແຮງຢູ່ໂຮງງານຜະລິດພຸໄຟ ຮວາເສີງ (Huasheng Fireworks) ໃນເມືອງ ຫລິວຢາງ ແຂວງຫູໜານ ທາງພາກໃຕ້ຂອງ ສປ ຈີນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ...

ເມືອງຊະນະສົມບູນ ຫ້າມນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ-ສັດນໍ້າຢູ່ສາຍນໍ້າເຊໂດນ ມາບໍລິໂພກ ຈົນກວ່າຈະຫາສາເຫດການຕາຍຂອງປາ

ຂປລ. ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຄະນະກຳມະການປົກຄອງ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ອອກແຈ້ງການ ຕໍ່ພໍ່ແມ່ປະຊາຊົນ ໃນຂອບເຂດບ້ານນາດ່ານ, ບ້ານນາຂາມ, ບ້ານຄີລີ ແລະ ເຂດໃກ້ຄຽງ ຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ຢູ່ສາຍນໍ້າເຊໂດນມາບໍລິໂພກ ເນື່ອງຈາກ ເກີດສະພາບການຕາຍຂອງປາ ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ. ແນກກະສິກຳ...

ລາຍງານສະພາບອາກາດປະຈໍາວັນທີ 5 ພຶດສະພາ 2026

ໃນໄລຍະນີ້ ປະເທດລາວໄດ້ຮັບອິດທິພົນຈາກ ຄວາມກົດດັນສູງຂອງອາກາດເຢັນ ຈາກປະເທດຈີນທີ່ແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງ. ໃນຂະນະດຽວກັນ ກໍມີ ກະແສລົມຕາເວັນຕົກ - ຕາເວັນຕົກສ່ຽງໃຕ້ ພັດປົກຄຸມ ເຊິ່ງເປັນປັດໄຈຫຼັກທີ່ເຮັດໃຫ້ເກີດມີຝົນຕົກ ຟ້າຮ້ອງ ແລະ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ. ພາກເໜືອ: ມີອາກາດເຢັນໃນຕອນເຊົ້າ ໂດຍສະເພາະແຂວງຜົ້ງສາລີ ແລະ ຫົວພັນ ເຊິ່ງມີອຸນຫະພູມຕ່ຳສຸດປະມານ...

ກອງປະຊຸບຄະນະຮັບຜິດຊອບປະຕິບັດແຜນງານລະດັບພາກພື້ນ ຫາລືການຍຸດຕິການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບໃນ ສ ປ ປ ລາວ

ຂປລ. ເມືາອບໍ່ດົນມານີ້, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການ UNFPA ປະຈຳ ສປປ ລາວ ແລະ ອົງການ ອຸຍນີເຊບ ໂດຍການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ເປີດຕົວຄະນະທີ່ປຶກສາແຫ່ງຊາດ ວ່າດ້ວຍການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ...

ລາວ-ໄທ ຮ່ວມມືແກ້ໄຂບັນຫາໝອກຄວັນ ຂ້າມແດນ ຊູ “ຍຸດທະສາດຟ້າໃສ” ຄືນອາກາດບໍລິສຸດໃຫ້ປະຊາຊົນ

ໃນວັນທີ 29 ເມສາ ນີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ ໄຂມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ທ່ານ ສຸຊາດ ຊົມກຣິ່ນ ລັດຖະມົນຕີ...

Latest news

- Advertisement -spot_img