
ຂປລ. ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຄະນະກຳມະການປົກຄອງ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ອອກແຈ້ງການ ຕໍ່ພໍ່ແມ່ປະຊາຊົນ ໃນຂອບເຂດບ້ານນາດ່ານ, ບ້ານນາຂາມ, ບ້ານຄີລີ ແລະ ເຂດໃກ້ຄຽງ ຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ຢູ່ສາຍນໍ້າເຊໂດນມາບໍລິໂພກ ເນື່ອງຈາກ ເກີດສະພາບການຕາຍຂອງປາ ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ.
ແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ໄດ້ລາຍງານ ໃນວັນທີ 4 ພຶດສະພາ 2026 ກ່ຽວກັບການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍ້າເຊໂດນ ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ວ່າ: ພາຍຫລັງທີ່ໄດ້ຮັບແຈ້ງຈາກຄະນະພັກ-ອົງການປົກຄອງຂັ້ນທ້ອງຖິ່ນ ວ່າມີປາຕາຍຢູ່ສາຍນໍ້າເຊໂດນ ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ, ໃນວັນທີ 2 ພຶດສະພາ 2026, ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກ ແລະ ຫ້ອງການກະສິກຳ-ສິ່ງແວດລ້ອມ ເມືອງຊະນະສົມບູນ ຮ່ວມກັບ ອົງການປົກຄອງບ້ານໆນາດ່ານ, ບ້ານນາຂາມ ແລະ ບ້ານ ຄີລີ ເຂົ້າຮ່ວມ ໄດ້ລົງຕິດຕາມກວດກາສະພາບການຕາຍຂອງປາຕົວຈິງ ເຫັນວ່າປາຕາຍໃນໄລຍະ 2-3 ວັນຜ່ານມາ, ເຮັດໃຫ້ມີກິ່ນເໝັນ ແລະ ນໍ້າຂຸ່ນ.

ອີງຕາມຄໍາໃຫ້ການຂອງຄະນະພັກ-ອົງການປົກຄອງບ້ານ ທີ່ໄດ້ລົງຮ່ວມກັນ ໃຫ້ຂໍ້ມູນວ່າ: ປາເລີ່ມຕາຍແຕ່ວັນທີ 28 ເມສາ 2026 ຫາ ວັນທີ 2 ພຶດສະພາ 2026 ໂດຍບໍ່ຮູ້ສາເຫດການຕາຍຂອງປາທີ່ຕາຍຟູຢູ່ຕາມແຄມນໍ້າ ໃນເຂດບໍລິເວນ 3 ບ້ານດັ່ງກ່າວ, ໃນບໍລິເວນ 3 ບ້ານ ແລະ ບ້ານໃກ້ຄຽງ ແມ່ນບໍ່ມີໂຮງງານ ອຸດສະຫະກຳ ແລະ ກິດຈະການຕ່າງໆ, ສ່ວນຫລາຍປະຊາຊົນໃນເຂດດັ່ງກ່າວແມ່ນເຮັດກະສິກໍາ ເຊັ່ນ: ປູກເຂົ້າ ແລະ ສວນຄົວຂະໜາດນ້ອຍ. ໃນການລົງຕິດຕາມກວດກາ ແລະ ເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງຄັ້ງນີ້ ທາງວິຊາການໄດ້ນໍາໃຊ້ເຄື່ອງວັດແທກຄຸນນະພາບນໍ້າຂັ້ນພື້ນຖານ ເປັນຕົ້ນ ຄວາມເປັນກົດ-ດ່າງ, ຄ່າຊັກນໍາໄຟຟ້າຂອງນໍ້າ, ວັດແທກປະລິມານອອກຊີເຈນທີ່ຈໍາເປັນ, ອຸນຫະພູມຂອງນໍ້າ ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ. ຜົນການວິໄຈ ໃນ 3 ຈຸດບ້ານນາດ່ານ, ນາຂາມ ແລະ ບ້ານຄີລີ ຄວາມເປັນກົດ-ດ່າງ 11,30, 10,16, 11,12, ຄ່າຊັກນໍາໄຟຟ້າຂອງນໍ້າ 114, 131, 131, ວັດແທກປະລິມານອອກຊີເຈນທີ່ຈໍາເປັນ 85,6 ລິດ, 152,6 ລິດ, 95,3 ລິດ, ອຸນຫະພູມຂອງນໍ້າ 31,13 ອົງສາ, 34,99 ອົງສາ, 33,02 ອົງສາ ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ 57 ລິດ, 55 ລິດ ແລະ 57 ລິດ. ຜ່ານຈາກການສັງເກດຄ່າວັດແທກນໍ້າທັງ 3 ຈຸດ ເຫັນວ່າ ຄ່າຄວາມເປັນກົດ-ດ່າງ ທັງ 3 ຈຸດ ແມ່ນຂຶ້ນສູງກວ່າເກນມາດຕະຖານ ສະແດງໃຫ້ເຫັນວ່າ ມີຄວາມເປັນດ່າງສູງຫລາຍ ຊຶ່ງຄ່າຄວາມເປັນນໍ້າປົກກະຕິແມ່ນຢູ່ປະມານ 5-9, ສາເຫດທີ່ຄ່າຄວາມເປັນດ່າງສູງ ອາດເກີດຈາກຫລາຍປັດໄຈ ເຊັ່ນ: ມີສານລະລາຍດ່າງເຂັ້ມຂຸ້ນເຈື່ອປົນ, ນໍ້າ ຫລື ສານລະລາຍນັ້ນ ມີສ່ວນປະສົມສານເຄມີທີ່ມີຄວາມເປັນດ່າງສູງ ເຊັ່ນ: ໂຊດຽມໄດຣອກໄຊ (ໂຊດາໄຟ), ແຄຊຽມໄດຣອກໄຊ (ປູນຂາວ) ຫລື ໂຊດຽມຄາບໍເນດ; ຈາກຂະບວນການທາງເຄມີ/ອຸດສະຫະກໍາຈາກນໍ້າເປື້ອນທີ່ບໍ່ໄດ້ຜ່ານການບໍາບັດ ຈາກໂຮງງານ ຫລື ການຟອກຍ້ອມ, ອຸນຫະພູມນໍ້າ ຈຸດບ້ານນາຂາມ ແລະ ຈຸດບ້ານຄີລີ ແມ່ນຂ້ອນຂ້າງສູງ ແຕ່ກໍບໍ່ສາມາດເຮັດໃຫ້ປາຕາຍໄດ້ ເນື່ອງຈາກນໍ້າເລິກເປັນບໍລິເວນກວ້າງ, ຄ່າວັດແທກປະລິມານອອກຊີເຈນທີ່ຈໍາເປັນ ຕ້ອງໃຊ້ໃນການລະລາຍສານອິນຊີ ດ້ວຍວິທີການທາງເຄມີ ເຫັນວ່າ ຈຸດບ້ານນາດ່ານ ແລະ ຈຸດບ້ານຄີລີ ແມ່ນມີຄ່າຕໍ່າກວ່າ ແລະ ຢູ່ໃນເງື່ອນໄຂປົກກະຕິ, ແຕ່ຈຸດບ້ານນາຂາມ ເຫັນວ່າສູງກວ່າ 120 mg/1 ຫລື ສູງປະມານ 32,6 mg/1 ແຕ່ກໍບໍ່ສູງເກີນໄປ ຍັງເປັນຄ່າທີ່ຮອງຮັບໄດ້.

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ລາຍງານຕື່ມວ່າ: ຜ່ານການກວດກາຕົວຈິງ ເຫັນວ່າ ສະພາບການດັ່ງກ່າວ ມີຄວາມສ່ຽງຕໍ່ສຸຂະພາບຂອງຄົນ ແລະ ສັດ. ປັດຈຸບັນ, ຄະນະກຳມະການປົກຄອງເມືອງຊະນະສົມບູນ ໄດ້ອອກແຈ້ງການ ເລກທີ 97/ຄປມ.ຊບ, ລົງວັນທີ 4 ພຶດສະພາ 2026 ໂດຍແນະນໍາໃຫ້ຄະນະພັກຮາກຖານຕາແສງ, ນາຍບ້ານ ແຈ້ງຕໍ່ພໍ່ແມ່ປະຊາຊົນໃນຂອບເຂດບໍລິເວນດັ່ງກ່າວຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ມາບໍລິໂພກ ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ. ປັດຈຸບັນ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຍັງສືບຕໍ່ປະສານສົມທົບກັບ ກົມລ້ຽງສັດ ແລະ ການປະມົງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເພື່ອລົງຕິດຕາມກວດກາ-ເກັບຕົວຢ່າງນໍ້າ, ປາ ແລະ ສັດນໍ້າ ສົ່ງເຂົ້າໄປວິໄຈ ຢູ່ສູນວິໄຈຂອງສູນກາງ ເພື່ອຢັ້ງຢືນສາເຫດການຕາຍຂອງປາ ໃຫ້ລະອຽດຈະແຈ້ງ ເພື່ອແກ້ໄຂໃຫ້ເຫດການດັ່ງກ່າວຄືນສູສະພາບປົກກະຕິ.

ຂ່າວ: ທູນທອງໃຈ





