- Advertisement -spot_img

AUTHOR NAME

Jenjila

942 POSTS
0 COMMENTS

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ

ຕອນເຊົ້າວັນທີ 11 ກໍລະກົດ 2026, ເຈົ້າໜ້າທີ່ສະເພາະກິດ ແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງກວດຄົ້ນເຮືອນໃຫ້ເຊົ່າ 7 ຫຼັງ ຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ (ອາຊຽນ ວິນລາ) CAMCE INVESTMENT (LAO) CO.,LTC, ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ...

ສະຫາຍເລຂາທິການໃຫຍ່ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ

ຕອນເຊົ້າວັນທີ 13 ກໍລະກົດ 2026 ທີ່ອານຸສາວະລີ ປະທານ ສຸພານຸວົງ ແຂວງຫຼວງພະບາງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ພອ້ມດ້ວຍການນໍາຈາກສູນກາງ, ມີ ສະ ຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ແລະ...

ສະພາບອາກາດປະຈຳວັນທີ 13 ກໍລະກົດ 2026

ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ທີ່ພັດປົກຄຸມດ້ວຍກຳລັງແຮງ. ລັກສະນະນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍເປັນສ່ວນຫຼາຍຢູ່ທົ່ວໄປໃນແຕ່ລະພາກ, ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ປກສ ແຂວງຈຳປາສັກ ຈັບແກັງສະແກມເມີ ໄດ້ 80 ຄົນ ມີ 5 ສັນຊາດ ຕັ້ງຖານຢູ່ໂຮງງານປຸງແຕ່ງໄມ້

ຫ້ອງຂ່າວ ປກສ ແຂວງຈຳປາສັກລາຍງານວ່າ: ອີງຕາມການລາຍງານຂອງເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດ ຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນ ເວລາ 10:00 ໂມງ ຂອງວັນທີ 08 ກໍລະກົດ 2026 ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດຄຸ້ມຄອງຄົນ ຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ອາດມີການກໍ່ອາຊະຍະກຳ ຜ່ານລະບົບຄອມພີວເຕີ...

ສະໂມສອນ W.I.G NAGA ແລະ ສະໂມສອນ Bay Svanh ເຂົ້າຢ້ຽມຂ່ຳນັບທ່ານ ປະທານປະເທດ ແຫ່ງ ສປປ ລາວ

ວັນທີ 10 ກໍລະກົດ 2026 ນີ້, ສະໂມສອນ W.I.G NAGA ໄດ້ຈັດພິທີອັນຊົງກຽດ ນຳພາຄະນະນັກກິລາລາວ ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ເພື່ອລາຍງານຜົນສຳເລັດ ແລະ ຜົນງານອັນພົ້ນເດັ່ນຂອງຄະນະກິລາທີ່ໄດ້ໄປສ້າງຊື່ສຽງໃຫ້ແກ່ປະເທດຊາດ. ຈຸດປະສົງຫລັກຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ແມ່ນເພື່ອເປັນການລາຍງານຜົນສຳເລັດອັນຈົບງາມຂອງຄະນະກິລາລາວ...

ພາຍຸໄຕ້ຝຸ່ນບາວີ (BAVI) ກຳລັງມຸ່ງໜ້າສູ່ໄຕ້ຫວັນ ແລະ ສປ ຈີນ ຄາດວ່າພາຍຸລູກນີ້ກຳລັງເຄື່ອນຕົວຂຶ້ນຝັ່ງ 11 ກໍລະກົດ 2026 ນີ້

(ຮູບພາບ: SCMP) ເມື່ອວັນທີ 9 ກໍລະກົດ, ສູນອຸຕຸນິຍົມວິທະຍາແຫ່ງຊາດຈີນ ຄາດຄະເນວ່າ ຊູເປີໄຕ້ຝຸ່ນ ບາວີ (BAVI) ກຳລັງເຄື່ອນຕົວເຂົ້າໃກ້ຊາຍຝັ່ງຕາເວັນອອກສ່ຽງເໜືອຂອງໄຕ້ຫວັນ (ຈີນ). ດັ່ງນັ້ນ, ນັບຕັ້ງແຕ່ວັນທີ 10 ກໍລະກົດເປັນຕົ້ນໄປ, ພື້ນທີ່ທາງພາກຕາເວັນອອກ, ພາກກາງ, ພາກເໜືອ ແລະ ພາກຕາເວັນອອກສ່ຽງເໜືອຂອງຈີນ ຈະເຜີຍີ້ນກັບລົມແຮງ ແລະ ຝົນຕົກໜັກເປັນບໍລິເວນກວ້າງ. ຄາດຄະເນວ່າ ພາຍຸໄຕ້ຝຸ່ນ...

ແຈ້ງການມອດໄຟ ວັນທີ 11,12/07/2026 ມີລາຍລະອຽດດັ່ງນີ້

ແຈ້ງການມອດໄຟ ວັນທີ 11,12/07/2026 ມີລາຍລະອຽດດັ່ງນີ້:

ສະພາບອາກາດປະຈຳວັນທີ 10 ກໍລະກົດ 2026

ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະວັງຕົວຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ເຊິ່ງອາດເຮັດໃຫ້ເກີດມີນໍ້າຖ່ວມຊູ, ດິນເຈື່ອນ ແລະ ນໍ້າຖ່ວມອັ່ງໃນເຂດຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

ປະຊາຊົນ ພົບດິນຍຸບຫລາຍຂຸມ-ຫລາຍຮູ ຢູ່ກາງນາ ເຂດ ບ້ານຫນອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ

ວັນທີ 9 ກໍລະກົດ 2026 ນີ້, ປະຊາຊົນສ່ອງແສງວ່າ: ພົບເຫັນດິນຍຸບເປັນຂຸມໃຫຍ່ ປະມານ 8-9 ຮູ ໃກ້ຖຽງນາ ມີທັງຮູນ້ອຍຮູໃຫຍ່ ພ້ອມທັງມີນໍ້າໄຫລລົງຮູຕະຫລອດ ຢູ່ເຂດບ້ານໜອງກະແດ້ງ ເມືອງວິລະບູລີ ແຂວງສະຫວັນນະເຂດ. ເຮັດໃຫ້ປະຊາຊົນເຂດໃກ້ຄຽງຈຸດທີ່ດິນຍຸບບໍ່ກ້າເຮັດນາ ເພາະເປັນຫວງຄວາມປອດໄພ. ພ້ອມທັງຝາກເຖິ່ງໜ່ວຍງານທີ່ກ່ຽວຂ້ອງເຂົ້າກວດກາແລະແກ້ໄຂໂດຍດ່ວນດ້ວຍ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລຊຸກເຊື່ອງຢູ່ລົດຫົວລາກ.

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 7 ເມສາ 2026 ໃນເວລາ 10 ໂມງ 30 ນາທີ ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ລັດກວດຄົ້ນລົດຫົວລາກ...

Latest news

- Advertisement -spot_img