ນ້ຳມັນໂລກຄາດວ່າໝໍ່ເຂົ້າເຂດອັນຕະລາຍ! ຄັງສຳຮອງຫຼຸດຕ່ຳກວ່າເກນ 100 ວັນ ເປັນປະຫວັດການ

Must read

ເວັບໄຊ ນິກເຄອິ ເອເຊຍ (Nikkei Asia) ລາຍງານວ່າ: ປະລິມານນ້ຳມັນດິບໃນຄັງສະສົມທົ່ວໂລກ ມີແນວໂນ້ມຫຼຸດລົງຕ່ຳກວ່າລະດັບທີ່ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ “100 ວັນ” ພາຍໃນເດືອນນີ້ ເນື່ອງຈາກຊ່ອງແຄບຮໍມຸດ (Strait of Hormuz) ຍັງຄົງຖືກປິດ, ໃນຂະນະທີ່ນ້ຳມັນສຳຮອງທີ່ສະສົມໄວ້ກຳລັງຖືກດຶງອອກມາໃຊ້ຢ່າງຕໍ່ເນື່ອງ.

ທະນາຄານ ໂກລແມນ ແຊັກສ໌ (Goldman Sachs) ປະເມີນວ່າ: ນັບຮອດທ້າຍເດືອນເມສາ, ປະລິມານນ້ຳມັນສຳຮອງທົ່ວໂລກຍັງຢູ່ໃນລະດັບທຽບເທົ່າຄວາມຕ້ອງການຊົມໃຊ້ 101 ວັນ ແລະ ຈະຫຼຸດລົງເຫຼືອພຽງ 98 ວັນ ພາຍໃນທ້າຍເດືອນພຶດສະພາ ໂດຍຕົວເລກນີ້ໄດ້ນັບລວມທັງນ້ຳມັນສຳຮອງເຊີງພາណິດ ແລະ ຄັງສຳຮອງຍຸດທະສາດຂອງລັດຖະບານ.

ຢູເລຍ ເຊສໂຄວາ (Yulia Zhestkova) ນັກວິເຄາະສິນຄ້າໂພຄະພັນຂອງ ໂກລແມນ ແຊັກສ໌ ລະບຸວ່າ: ເຖິງວ່າການເດີນເຮືອຜ່ານຊ່ອງແຄບຮໍມຸດຈະກັບມາເປີດໄດ້ທັນທີ, ແຕ່ກໍຍັງຕ້ອງໃຊ້ເວລາ “ຢ່າງໜ້ອຍຫຼາຍສັບປະດາ” ກວ່າການຂົນສົ່ງຈະກັບຄືນສູ່ພາວະປົກກະຕິ ແລະ ຄາດວ່າປະລິມານນ້ຳມັນສຳຮອງຈະຍັງຄົງຫຼຸດລົງຕໍ່ໄປຈົນຮອດທ້າຍເດືອນມິຖຸນາ.

ຄັງສຳຮອງທີ່ເບິ່ງເຫັນໄດ້ ຫຼຸດຕ່ຳສຸດເປັນປະຫວັດການ

ສຳລັບນ້ຳມັນສຳຮອງທີ່ເບິ່ງເຫັນໄດ້ (Visible inventories) ເຊິ່ງປະເມີນຈາກຂໍ້ມູນດາວທຽມ ຄາດວ່າຈະເຫຼືອພຽງລະດັບທີ່ຮອງຮັບຄວາມຕ້ອງການຊົມໃຊ້ໄດ້ “73 ວັນ” ໃນທ້າຍເດືອນພຶດສະພາ ເຊິ່ງຕ່ຳກວ່າລະດັບ 74 ວັນໃນປີ 2025 ແລະ ຖືເປັນລະດັບທີ່ຕ່ຳທີ່ສຸດນັບຕັ້ງແຕ່ເລີ່ມມີການເກັບກຳຂໍ້ມູນໃນປີ 2018.

ເມື່ອລວມກັບນ້ຳມັນສຳຮອງທີ່ເບິ່ງບໍ່ເຫັນ (Invisible inventories) ອີກປະມານ 25 ວັນ ເຊິ່ງສ່ວນໃຫຍ່ຢູ່ໃນປະເທດນອກກຸ່ມອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ຈະເຮັດໃຫ້ປະລິມານສຳຮອງລວມທັງໝົດຢູ່ທີ່ “98 ວັນ”.

ຕົວເລກດັ່ງກ່າວ ເລີ່ມເຂົ້າໃກ້ເກນຂັ້ນຕ່ຳທີ່ ອົງການພະລັງງານລະຫວ່າງປະເທດ (IEA) ກຳນົດໃຫ້ປະເທດສະມາຊິກຕ້ອງມີນ້ຳມັນສຳຮອງ ແລະ ປະລິມານນຳເຂົ້າມາລວມກັນຢ່າງໜ້ອຍ 90 ວັນ.

ນັບຕັ້ງແຕ່ວັນທີ 11 ມີນາເປັນຕົ້ນມາ, IEA ໄດ້ເລີ່ມປ່ອຍນ້ຳມັນສຳຮອງອອກສູ່ຕະຫຼາດແບບປະສານງານຮ່ວມກັນ ເຊິ່ງຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ລາຄານ້ຳມັນດິບ ໂດຍກ່ອນໜ້ານີ້ ລາຄາສັນຍາຊື້ຂາຍລ່ວງໜ້າ West Texas Intermediate (WTI) ເຄີຍພຸ່ງຂຶ້ນໄປແຕະລະດັບສູງກວ່າ 119 ໂດລາຕໍ່ບາເຣລ ໃນວັນທີ 9 ມີນາ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 2022 ກ່ອນຈະຫຼຸດລົງມາເຄື່ອນໄຫວຢູ່ທີ່ບໍລິເວນປະມານ 100 ໂດລາຕໍ່ບາເຣລ.

ອັດຕາການຫຼຸດລົງເລັ່ງໂຕຂຶ້ນຢ່າງຮຸນແຮງ

ໂກລແມນ ແຊັກສ໌ ລະບຸໃນລາຍງານເມື່ອວັນພຸດວ່າ: ອັດຕາການຫຼຸດລົງຂອງນ້ຳມັນດິບໃນຄັງສະສົມທີ່ເບິ່ງເຫັນໄດ້ທົ່ວໂລກກຳລັງເລັ່ງໂຕຂຶ້ນ ໂດຍຄ່າສະເລ່ຍໃນເດືອນພຶດສະພາໄດ້ແຕະລະດັບສູງສຸດເປັນປະຫວັດການທີ່ 8.7 ລ້ານບາເຣລຕໍ່ວັນ.

ມາຊາໂຕ ມານຸຍາມະ (Masato Maruyama) ກຳມະການຜູ້ຈັດການຂອງ ໂກລແມນ ແຊັກສ໌ ກ່າວວ່າ:

“ຜູ້ຫຼິ້ນໃນຕະຫຼາດຈຳນວນນັບມື້ນັບຫຼາຍຂຶ້ນ ເລີ່ມຕື່ນຕົວແລະຮັບຮູ້ເຖິງການຫຼຸດລົງຂອງປະລິມານນ້ຳມັນສຳຮອງ. ຫາກແນວໂນ້ມນີ້ຍັງດຳເນີນຕໍ່ໄປ ກໍມີຄວາມເປັນໄປໄດ້ທີ່ລາຄານ້ຳມັນຈະພຸ່ງຂຶ້ນຢ່າງຮຸນແຮງໃນໄລຍະໜຶ່ງ ແລະ ພວກເຮົາກຳລັງຕິດຕາມເບິ່ງຢ່າງໃກ້ຊິດ”.

ທາງດ້ານ ເຄນ ໂຄຍາມະ (Ken Koyama) ນັກວິໄຈອາວຸໂສຈາກສະຖາບັນເສດຖະສາດພະລັງງານແຫ່ງຍີ່ປຸ່ນ (IEEJ) ກ່າວວ່າ:

“ຕະຫຼາດນ້ຳມັນໂລກສາມາດຊື້ເວລາໄດ້ ຈາກການດຶງນ້ຳມັນສຳຮອງອອກມາໃຊ້ໃນອັດຕາທີ່ຮີບດ່ວນ, ແຕ່ແນວທາງນີ້ບໍ່ສາມາດດຳເນີນຕໍ່ໄປໄດ້ຕະຫຼອດໂດຍບໍ່ມີມື້ສິ້ນສຸດ”.

ນອກຈາກນີ້ ອີກໜຶ່ງບັນຫາທີ່ໜ້າກັງວົນຄື: ປະລິມານນ້ຳມັນສຳຮອງທີ່ມີຢູ່ໃນທາງທິດສະດີ “ອາດຈະບໍ່ສາມາດນຳມາໃຊ້ໄດ້ທັງໝົດ” ເພາະນ້ຳມັນບາງສ່ວນຖືກເກັບໄວ້ດົນເກີນໄປຈົນຄຸນນະພາບເສື່ອມລົງ ບວກກັບມີຂໍ້ຈຳກັດທາງກາຍະພາບ ເຊັ່ນ: ການສູບນ້ຳມັນອອກຈາກຖັງຈະເຮັດໄດ້ຍາກຂຶ້ນ ເມື່ອປະລິມານນ້ຳມັນທີ່ເຫຼືອຫຼຸດນ້ອຍລົງ.

(ອ້າງອີງ: nikkei)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article