ວັນທີ 21 ພຶດສະພາ 2026,ກອງບັນຊາການທະຫານແຂວງສະຫວັນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຢູ່ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະ ຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ,ເຊິ່ງຝ່າຍລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ກຳ ມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳ ມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ, ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາ ການທະຫານແຂວງ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້,ທັງສາມກອງບັນຊາການທະຫານແຂວງ ລາວ-ຫວຽດນາມ ກໍໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການທີ່ພົ້ນເດັ່ນພາຍໃນແຂວງ ແລະ ໝາກຜົນໃນການພົວພັນຮ່ວມມືກັນໃນໄລຍະຜ່ານມາ ຂອງສາມກອງບັນຊາການ,ໂດຍສະເພາະ ການພັດທະນາເສດຖະກິດ- ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນວຽກງານການຕ່າງປະເທດ ຂອງແຕ່ລະແຂວງ, ເວົ້າສະເພາະ ສາມກອງບັນຊາການທະຫານແຂວງ ໃນໄລ ຍະຜ່ານມາ ເຖິງວ່າ ຈະພົບກັບຄວາມຍຸ້ງຍາກຫຼາຍບັນ ຫາກໍຕາມ,ແຕ່ທັງສາມແຂວງ ກໍຄື ສາມກອງບັນຊາການທະ ຫານແຂວງ ກໍສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ແມ່ນໄດ້ເພີ່ມພູນຄູນສ້າງ,ຮັດແໜ້ນ ແລະ ພັດທະນາ ຢ່າງບໍ່ຢຸດ ຢັ້ງ.

ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງພັດທະນາການຮ່ວມ ມືອັນດີງາມໃນກຳລັງປະກອບອາວຸດໃນສາມແຂວງໃຫ້ໜັກແໜ້ນ ເຂັ້ມແຂງ,ປະສານສົມທົບວຽກງານໂຄສະນາສຶກສາອົບຮົມໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ແນໃສ່ຍົກສູງສະຕິຄວາມຮັບພິຊອບ,ຄວາມຮັບຮູ້, ຄວາມເຂົ້າໃຈຂອງພະນັກ ງານ-ນັກຮົບໃນທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ ກ່ຽວກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວາງສອງຊາດລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ເພີ່ມທະວີປະສານສົມທົບແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະາບການລຽບຕາມຊາຍແດນ, ສ້າງເສັ້ນຊາຍ ແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ສະຖຽນສະ ພາບ ແລະ ພັດທະນາ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາກຸ່ມບ້ານທີ່ມີຊາຍແດນຕິດຈອດກັນ,ໄດ້ມີການພົວພັນແລກປ່ຽນສະພາບການ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນທຸກດ້ານ,ສືບຕໍ່ປະສານສົມ ທົບ ແລະ ຊ່ວຍເຫຼືອກອງຂຸດຄົ້ນອັດຖິ 584,289 ກອງບັນຊາການທະຫານແຂວງກວາງຈິ, ໄດ້ຈັດຕັ້ງປະຕິບັດໜ້າທີ່ສຳຫຼວດ,ຊອກຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນປາງສົງຄາມ ຢູ່ພື້ນທີ່ຂອງແຂວງສະຫວັນນະເຂດ ແລະ ຄຳມ່ວນ ໃນລະດູແລ້ງ ສົກປີ 2026-2027 ໃຫ້ໄດ້ຕາມແຜນການ.

ພິເສດກອງບັນຊາການທະຫານແຂວງກວາງຈິ ຈະໄດ້ຈັດຕັ້ງເຝິກອົບຮົມວຽກງານການທະຫານທ້ອງຖິ່ນ,ການສ້າງເຂດປ້ອງກັນບໍລິເວນຂັ້ນເມືອງ ຫຼື ແຂວງ ແລະ ການສ້າງກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ,ຈັດຕັ້ງເຝິກອົບຮົມວຽກ ງານກວດກາພັກ-ລັດໃຫ້ກອງບັນຊາການທະຫານແຂວງຄຳມ່ວນ ແລະ ຈັດຕັ້ງຄະນະວິຊາການ ສອງຝ່າຍພົບປະແລກປ່ຽນບົດຮຽນ,ປະສົບການກ່ຽວກັບວຽກງານເພີ່ມ ພູນຜະລິດຜົນໃຫ້ແກ່ພະນັກງານສອງກອງບັນຊາການທະ ຫານແຂວງສະຫວັນນະເຂດ ແລະ ຄໍາມ່ວນ ນໍາອີກ.
ໃນກອງປະຊຸມຄັ້ງນີ້, ຍັງໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈຳໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຕໍ່ໜ້າໃຫ້ມີປະສິດທິພາບສູງໃນຕໍ່ໜ້າ.
ຂ່າວ: ພານິດ ພິລາວົງ





