ສູນວັດທະນະທຳຈີນ ປະຈຳລາວ ຈັດງານພົບປະແລກປ່ຽນ “ຊາສູ່ຄວາມປອງດອງ” (ສະແດງສິລະປະການຊົງຊາ ແລະ ຊິມຊາ) ເພື່ອໃຫ້ຊາເປັນສື່ກາງ ສົ່ງເສີມມິດຕະພາບຂອງສອງປະເທດ ລາວ-ຈີນ ເນື່ອງໃນໂອກາດ “ວັນຊາສາກົນ” ໃນວັນທີ 21 ພຶດສະພາ ນີ້, ໃນງານພົບປະໃນຄັ້ງນີ້ ໄດ້ເຊື້ອເຊີນເອົາ ຜູ້ຊ່ຽວຊານ ດ້ານສິລະປະການຊົງຊາ ຈາກແຂວງຢຸນນານ ສປ ຈີນ ມາດໍາເນີນການສະແດງສິລະປະການຊົງຊາອັນປານີດ, ພ້ອມແບ່ງປັນຄວາມຮູ້ດ້ານວັດທະນະທໍາຊາຈີນ ແລະ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຫລົວເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນ ປະຈຳ ລາວ, ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຫົວໜ້າພະແນກ ຮ່ວມມືແລກປ່ຽນ ສະຖານທູດຈີນ ປະຈຳ ລາວ, ຫົວໜ້າໂຮງຮຽນການເມືອງການປົກຄອງ, ຫົວໜ້າທະນາຄານແຫ່ງປະເທດຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫລົວເວີ້ຍຈ້ຽນ ໄດ້ກ່າວວ່າ: ຊາ, ມີຕົ້ນກໍາເນີດມາຈາກປະເທດຈີນ, ຈະເລີນຮຸ່ງເຮືອງໃນສະໄໝລາຊະວົງຖັງ ແລະ ລາຊະວົງຊົ້ງ, ໄດ້ສຶບທອດມາຍາວນານຫຼາຍພັນປີ, ຕໍາລາ “ຊາຈິງ” ໄດ້ກ່າວໄວ້ວ່າ: “ຊາເປັນຕົ້ນໄມ້ອັນລໍ້າຄ່າຂອງພາກໃຕ້”. “ໃບໄມ້ນ້ອຍໆ, ໄດ້ສະທ້ອນເຖິງປັດຊະຍາ ແລະ ສຸນທະລີຍະພາບຂອງຊາວຈີນ ແລະ ເປັນໜຶ່ງໃນອົງປະກອບທີ່ສໍາຄັນທີ່ສຸດຂອງວັດທະນະທໍາຈີນມາຢ່າງຍາວນານ. ຈີນ ກັບ ລາວ ມີສາຍພູ ແລະ ສາຍນໍ້າຕິດຈອດກັນ, ອຸດສາຫະກໍາຊາ ຂອງທັງສອງປະເທດ ແມ່ນມີຄວາມເກື້ອກູນ ແລະ ເສີມສ້າງຊຶ່ງກັນ ແລະ ກັນຢ່າງສູງ ແລະ ໃນອະນາຄົດ, ພວກເຮົາສາມາດພັດທະນາການຮ່ວມມືກັນຢ່າງເລິກເຊິ່ງຍິ່ງຂຶ້ນໃນຂົງເຂດຕ່າງໆເຊັ່ນ: ການແລກປ່ຽນວັດທະນະທໍາຊາ, ການຮຽນຮູ້ຊຶ່ງກັນ ແລະ ກັນ ກ່ຽວກັບເຕັກນິກການເຮັດຊາ, ການເຊື່ອມໂຍງຊາ ແລະ ການທ່ອງທ່ຽວ ເພື່ອໃຫ້ “ໃບໄມ້ສີຂຽວ” ຂອງທັງສອງປະເທດສາມາດກາຍເປັນ “ໃບໄມ້ທອງຄໍາ” ທີ່ຊ່ວຍເສີມຂະຫຍາຍ ແລະ ຍົກລະດັບຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ວັດທະນະທໍາຊາ ເປັນສິ່ງທີ່ກົມກືນ ແລະ ເປີດຮັບຄວາມຫຼາກຫຼາຍ ຊຶ່ງເປັນຂົວທີ່ຊ່ວຍເຊື່ອມຕໍ່ໃຫ້ຫົວໃຈຂອງຜູ້ຄົນໄດ້ໃກ້ຊິດກັນຍິ່ງຂຶ້ນ.

ທ່ານ ບຸນຈັນ ກົມບຸນຍະສິດ ໃຫ້ຮູ້ວ່າ: ຊາ ແມ່ນໜຶ່ງໃນບັນດາສິນຄ້າກະສິກໍາສໍາຄັນ ຂອງ ສປປ ລາວ ທີ່ໄດ້ຮັບການຄ້າຂາຍ-ຈໍາໜ່າຍທັງພາຍໃນ ແລະ ສົ່ງອອກ ຊຶ່ງໄດ້ນໍາລາຍໄດ້ທີ່ສໍາຄັນໃຫ້ແກ່ຄອບຄົວຊາວກະສິກອນໃນເຂດພາກເໜືອ ແລະ ພາກໃຕ້ ແລະ ນໍາລາຍໄດ້ເຂົ້າສູ່ປະເທດລາວ. ໃນປີ 2025 ເນື້ອທີ່ການຜະລິດຊາ ໃນທົ່ວປະເທດ ມີປະມານ 7 ພັນກວ່າເຮັກຕາ, ໃນນັ້ນ, ພື້ນທີ່ສ່ວນໜຶ່ງຂອງເນື້ອທີ່ທັງໝົດ ແມ່ນເປັນປະເພດຊາທໍາມະຊາດ (ຊາປ່າ ຫຼື ຊາບູຮານ), ພື້ນທີ່ການຜະລິດຂອງຊາລາວ ສ່ວນຫຼາຍ 95% ແມ່ນໃນເຂດແຂວງພາກເໜືອ ບ່ອນທີ່ມີຄວາມສູງ, ມີເງື່ອນໄຂເໝາະສົມແກ່ການຜະລິດກະສິກໍາ ແລະ ອີກບ່ອນໜຶ່ງກໍແມ່ນຢູ່ພາກໃຕ້ ເຂດເມືອງ ປາກຊອງພູພຽງບໍລະເວນ, ແຂວງຈໍາປາສັກ ຜະລິດຕະພັນໃບຊາລາວ ແມ່ນໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຊົນນະບົດ, ຊາລາວກໍມີປະຫວັດຄວາມເປັນມາຍາວນານ, ຕິດພັນກັບການດຳລົງຊີວິດຂອງຊົນເຜົ່າທາງພາກເໜືອ ແລະ ເຂດປາກຊອງ ພູພຽງບໍລະເວນ (ພາກໃຕ້), ຊາລາວມີລົດຊາດດີ ເປັນທີ່ຕ້ອງການຂອງຕະຫຼາດພາກພື້ນ ແລະ ສາກົນ. ປັດຈຸບັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍາລັງຈັດຕັ້ງປະຕິບັດໂຄງການ ສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານກະສິກຳ ຫຼື Green Cup ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການ AFD ແລະ ສະພາບເອີຣົບ ເພື່ອສືບຕໍ່ພັດທະນາວຽກງານຊາ ທີ່ເປັນພືດສຳຄັນປາຍແຫຼມໃນການສະ ໜັບສະໝູນການພັດທະນາເສດຖະ ກິດ-ສັງຄົມ ກໍຄື ການແກ້ໄຂຄວາມທຸກຍາກແກ່ປະຊາຊົນຊົນ ໃນເຂດຊົນນະບົດ-ເຂດພູດອຍ. ໂຄງການດັ່ງກ່າວໄດ້ສຸມໃສ່ໜ້າວຽກທີ່ສຳຄັນຄື: ການສ້າງຄວາມເຂັ້ມແຂງແກ່ການຜະລິດຊາ ຢູ່ບັນດາ ແຂວງພາກເໜືອ ຂອງລາວ.

ທ່ານ ເຕີ້ງລີ້ສຽງ ທີປຶກສາທູດ ສະຖານທູດຈີນ ປະຈຳລາວ ໄດ້ໃຫ້ຮູ້ວ່າ: ຊາ ເປັນເຄື່ອງດື່ມປະຈໍາຊາດຂອງຈີນ ແລະ ຍັງເປັນສັນຍະລັກທີ່ສໍາຄັນຂອງອາລະຍະທໍາຈີນ ປະເທດຈີນເປັນບ່ອນກໍາເນີດຂອງຊາ, ມີປະຫວັດສາດການປູກຊາ, ການເຮັດຊາ ແລະ ການການດື່ມຊາຂອງຈີນ ທີ່ສືບທອດກັນມາຍາວນານຫຼາຍພັນປີ. ວັດທະນະທໍາຊາ ໄດ້ຫຼອມລວມເຂົ້າເປັນສ່ວນໜຶ່ງຂອງຈິດວິນຍານ ແລະ ວິຖີຊີວິດຂອງຊາວຈີນມາແຕ່ດົນນານ, ຈົນກາຍເປັນແກ່ນແທ້ວັດທະນະທໍາແຫ່ງ “ຄວາມບໍລິສຸດ, ຄວາມສະຫງົບ, ຄວາມງົດງາມປານີດ ແລະ ຄວາມກົມກຽວ”, ເປັນສື່ສະທ້ອນຂອງມາລະຍາດ, ການບຳລຸງຈິດໃຈ ແລະ ປັດຊະຍາຂອງຈີນ.

ຂ່າວ-ພາບ: ບຸນອູ້ມ





