ເປີດບໍລິການເສັ້ນທາງບິນ ເສິນເຈິ້ນ-ວຽງຈັນ​ຢ່າງ​ເປັນ​ທາງ​ການ

Must read

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ ເມື່ອບໍ່ດົນມານີ້, ບໍ​ລິ​ສັດ​ ລັດ​ວິ​ສາ​ຫະ​ກິດ ການ​ບິນ​ລາວ ໄດ້​ເຂົ້າ​ປະ​ຈຳ​ ສະ​ໜາ​ມ​ບິນ​ເສິນ​ເຈິ້ນ​ຂອງ ສປ ​ຈີນ ​ຢ່າງ​ເປັນ​ທາງ​ການ ເພື່ອ​ໃຫ້​ບໍ​ລິ​ການ ​ເສັ້ນ​ທາງ​ບິນ​ໂດຍ​ສານ​ສາ​ກົນ ແລະ ເປີດເສັ້ນ​ທາງ​ການ​ບິນ ​ທີ່​ສະ​ດວກວ່ອງ​ໄວ​ກວ່າ​ເກົ່າ​ ໃຫ້​ແກ່​ ການ​​ແລກ​ປ່ຽນ ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ ​ເຂດ​ອ່າວ​ໃຫຍ່ ກວາງ​ຕຸ້ງ-ຮົງ​ກົງ-ມາ​ເກົາ ແລະ ສປປ ລາວ. ເສັ້ນ​ທາງການ​ບິນ​ ເສິນ​ເຈິ້ນ-ວຽງ​ຈັນ ​ທີ່​ເປີດ​ໃໝ່​ໃນ​ຄັ້ງ​ນີ້ ຈະ​ໃຫ້​ບໍ​ລິ​ການ​ຖ້ຽວ​ບິນ​ໄປ-ກັບ ​ລະ​ຫວ່າງ ​ສອງ​ຕົວ​ເມືອງ​ 1 ຖ້ຽວ​ຕໍ່​ອາ​ທິດ. ໃນ​ນັ້ນ, ຖ້ຽວ​ບິນ​ຂາ​ເຂົ້າ QV861 ຈະ​ບິນ​​ອອກຈາກ​ ນະ​ຄອນຫລວງວຽງ​ຈັນ​ ໃນ​ເວ​ລາ 21 ໂມງ 55 ນາ​ທີ ຂອງ​ທຸກວັນ​ເສົາ ​ຕາມ​ເວ​ລາ​ວຽງ​ຈັນ ແລະ ເດີນ​ທາງ​ໄປ​ຮອດ ນະ​ຄອນ​ເສິນ​ເຈິ້ນ​ຂອງ ສປ ​ຈີນ ​ໃນ​ເວ​ລາ 1 ໂມງ 5 ນາ​ທີ ຂອງ​ມືີ້​ຕໍ່​ໄປ ​ຕາມ​ເວ​ລາ​ປັກ​ກິ່ງ; ສ່ວນ​ຖ້ຽວ​ບິນ​ຂາ​ອອກ QV862 ຈະ​ບິນ​​ອອກຈາກ​ນະ​ຄອນ​ເສິນ​ເຈິ້ນ​ໃນ​ເວ​ລາ 02 ໂມງ 15 ນາ​ທີ ຂອງ​ທຸກວັນ​ອາ​ທິດ ​ຕາມ​ເວ​ລາ​ປັກ​ກິ່ງ ແລະ ເດີນ​ທາງ​ໄປ​​ຮອດ​ ນະ​ຄອນຫລວງວຽງ​ຈັນ​ໃນ​ເວ​ລາ 03​ ໂມງ 20 ນາ​ທີ ​ຕາມ​ເວ​ລາ​ວຽງ​ຈັນ. ການ​ເປີດ​​ເສັ້ນ​ທາງ​ການ​ບິນ​ເສິນ​ເຈິ້ນ-ວຽງ​ຈັນ​ ຢູ່​ສະ​ໜາມ​ບິນ​ເສິນ​ເຈິ້ນ​ຄັ້ງ​ນີ້ ​ເປັນ​​ບາດ​ກ້າວ​ສຳ​ຄັນ ​ຂອງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ການ​ບິນ​ລາວ ເພື່ອ​ຂະ​ຫຍາຍຕະຫລາດ​​ຢູ່ ສປ ຈີນ ແລະ ຮັດ​ແໜ້ນ​ສາຍ​ພົວ​ພັນ​ ທາງ​ການ​ບິນ ​ລະ​ຫວ່າງ ສປປ ລາວ- ສປ ຈີນໃຫ້​ນັບ​ມື້​ດີ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article