ສະຖານະການສູ້ລົບລະຫວ່າງອິດສະຣາເອນ ແລະ ກຸ່ມຮິດບອລລາ ຍັງຄົງຮຸນແຮງຕໍ່ເນື່ອງ ເຖິງວ່າທັງສອງຝ່າຍຈະຕົກລົງຂະຫຍາຍເວລາຢຸດຍິງອອກໄປອີກ 45 ວັນ ໂດຍກະຊວງສາທາລະນະສຸກເລບານອນເຜີຍວ່າ ຍອດຜູ້ເສຍຊີວິດຈາກການໂຈມຕີຂອງອິດສະຣາເອນໄດ້ພຸ່ງເກີນ 3,000 ຄົນແລ້ວ ຂະນະທີ່ທັງສອງຝ່າຍຍັງສືບຕໍ່ໂຈມຕີກັນຢ່າງບໍ່ຢຸດຢັ້ງ.
ກະຊວງສາທາລະນະສຸກຂອງເລບານອນເປີດເຜີຍວ່າ ຍອດຜູ້ເສຍຊີວິດໃນປະເທດຈາກການໂຈມຕີຂອງກອງທັບອິດສະຣາເອນ ນັບຕັ້ງແຕ່ຄວາມຂັດແຍ່ງລະຫວ່າງອິດສະຣາເອນ ແລະ ກຸ່ມຮິດບອລລາ ທວີຄວາມຮຸນແຮງຂຶ້ນໃນຕົ້ນເດືອນມີນາທີ່ຜ່ານມາ ໄດ້ທະລຸ 3,000 ສົບ ໂດຍຕົວເລກທາງການ ณ ວັນຈັນ (18 ພ.ພ.) ຢູ່ທີ່ 3,020 ສົບ ໃນຈຳນວນດັ່ງກ່າວລວມທັງແມ່ຍິງ, ເດັກນ້ອຍ ແລະ ພະນັກງານທາງການແພດ 619 ຄົນ ຊຶ່ງສະທ້ອນໃຫ້ເຫັນວ່າການສູ້ລົບຍັງບໍ່ມີທ່າທາງຈະຫຼຸດລົງ ເຖິງວ່າຈະມີຂໍ້ຕົກລົງຢຸດຍິງກໍ່ຕາມ.
ຈຸດໄຂຂອງສົງຄາມຄັ້ງນີ້ເລີ່ມຕົ້ນຂຶ້ນໃນວັນທີ 2 ມີນາ ຫຼັງຈາກກຸ່ມຮິດບອລລາ ຊຶ່ງເປັນກຸ່ມຕິດອາວຸດນິກາຍຊີອາທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ ໄດ້ເປີດສະໜາມໂຈມຕີດ້ວຍຈະຫຼວດໃສ່ອິດສະຣາເອນ ເພື່ອຕອບໂຕ້ການໂຈມຕີຂອງອິດສະຣາເອນທີ່ສັງຫານຜູ້ນຳສູງສຸດຂອງອີຣ່ານ ທ່າມກາງສະພາບຄວາມຂັດແຍ່ງລະຫວ່າງສະຫະລັດ-ອິດສະຣາເອນ ກັບ ອີຣ່ານ.
ຕົວເລກຜູ້ເສຍຊີວິດຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າໃນວັນສຸກ (15 ພ.ພ.) ທີ່ຜ່ານມາ ເລບານອນ ແລະ ອິດສະຣາເອນຈະໄດ້ບັນລຸຂໍ້ຕົກລົງຮ່ວມກັນໃນການຂະຫຍາຍເວລາຢຸດຍິງທີ່ມີສະຫະລັດເປັນຕົວກາງອອກໄປອີກ 45 ວັນ ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ເວລາທ່ຽງຄືນ ແລະ ກຳນົດຈະກັບມາເຈລະຈາກັນອີກຄັ້ງໃນຕົ້ນເດືອນມິຖຸນາ. ຢ່າງໃດກໍ່ຕາມ ນັບຕັ້ງແຕ່ຂໍ້ຕົກລົງຢຸດຍິງຄັ້ງທຳອິດທີ່ປະກາດໂດຍປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ເລີ່ມມີຜົນໃນວັນທີ 17 ເມສາ ມີຜູ້ເສຍຊີວິດເພີ່ມຂຶ້ນໃນຊ່ວງຢຸດຍິງນີ້ຫຼາຍກວ່າ 400 ສົບ ເນື່ອງຈາກທັງສອງຝ່າຍຕ່າງລະເມີດຂໍ້ຕົກລົງຫຼາຍຄັ້ງ.
ເງື່ອນໄຂໃນຂໍ້ຕົກລົງຢຸດຍິງດັ່ງກ່າວເປີດຊ່ອງໃຫ້ອິດສະຣາເອນສາມາດປະຕິບັດການໂຈມຕີໄດ້ ຫາກອ້າງວ່າເພື່ອຕ້ານກິດຈະກຳທາງທະຫານຂອງກຸ່ມຮິດບອລລາ ຊຶ່ງລັດຖະບານເລບານອນໄດ້ອອກມາກ່າວໂທດການໂຈມຕີເຫຼົ່ານີ້ ໂດຍລະບຸວ່າເປັນການທຳລາຍຄວາມພະຍາຍາມຂອງລັດຖະບານໃນການເຂົ້າມາຄວບຄຸມອາວຸດຂອງກຸ່ມຕິດອາວຸດໃນປະເທດ ຂະນະທີ່ກຸ່ມຮິດບອລລາເອງກໍ່ສະແດງທ່າທີຄັດຄ້ານການທີ່ລັດຖະບານເລບານອນເຂົ້າຮ່ວມການເຈລະຈາໃນຄັ້ງນີ້.
ລາຍງານລະບຸວ່າ ນັບຕັ້ງແຕ່ມີການປະກາດຂະຫຍາຍເວລາຢຸດຍິງໃນວັນທີ 15 ພ.ພ. ກອງທັບອິດສະຣາເອນຍັງສືບຕໍ່ດຳເນີນການໂຈມຕີທາງອາກາດໃນເມືອງ ແລະ ໝູ່ບ້ານຕ່າງໆ ທົ່ວທາງໃຕ້ຂອງເລບານອນ ລວມທັງບໍລິເວນຫຸບເຂົາເບກາ. ໃນວັນເສົາທີ່ຜ່ານມາ ອິດສະຣາເອນໄດ້ໂຈມຕີໝູ່ບ້ານຫຼາຍກວ່າ 24 ແຫ່ງ ແຕ່ມີພຽງ 9 ແຫ່ງເທົ່ານັ້ນທີ່ໄດ້ຮັບການແຈ້ງເຕືອນໃຫ້ປະຊາຊົນອົບພະຍົບລ່ວງໜ້າ ແລະ ລ່າສຸດໃນຮອບ 24 ຊົ່ວໂມງກ່ອນວັນຈັນ ອິດສະຣາເອນເຜີຍວ່າໄດ້ໂຈມຕີທີ່ຕັ້ງຂອງຮິດບອລລາໄປຫຼາຍກວ່າ 30 ແຫ່ງ ພ້ອມອອກຄຳສັ່ງເຕືອນໃຫ້ຊາວບ້ານໃນ 3 ໝູ່ບ້ານທາງໃຕ້ອົບພະຍົບອອກຈາກພື້ນທີ່.
ນອກຈາກນີ້ ແຫຼ່ງຂ່າວຄວາມໝັ້ນຄົງຂອງເລບານອນລະບຸວ່າ ການໂຈມຕີທາງອາກາດຂອງອິດສະຣາເອນໃກ້ເມືອງບາລແບກ ທາງທິດຕາເວັນອອກຂອງປະເທດ ໄດ້ສົ່ງຜົນໃຫ້ ທ່ານ ວາເອລ ມາໂມດ ອັບດຸລ ຮາລິມ ຜູ້ບັນຊາການກຸ່ມຈິຫາດອິດສະລາມປາແລດສະໄຕ ຊຶ່ງເປັນພັນທະມິດຂອງຮິດບອລລາ ເສຍຊີວິດພ້ອມກັບລູກສາວຂອງລາວ ໂດຍກອງທັບອິດສະຣາເອນຍອມຮັບວ່າໄດ້ສັງຫານແກນນຳລາຍນີ້ຈິງ ແລະ ອ້າງວ່າໄດ້ດຳເນີນມາດຕະການຫຼຸດຄວາມສ່ຽງຕໍ່ພົນລະເຮືອນແລ້ວ ແຕ່ບໍ່ມີການກ່າວເຖິງລູກສາວຂອງຜູ້ບັນຊາການລາຍດັ່ງກ່າວ.
ທາງກຸ່ມຮິດບອລລາໄດ້ອອກມາປະກາດຕອບໂຕ້ ໂດຍລະບຸວ່າກຳລັງຂອງຕົນໄດ້ສົ່ງຝູງໂດຣນໂຈມຕີຊ່ວຍໂຕຕາຍ ເຂົ້າໃສ່ຄ່າຍທະຫານ ຢາອາຣາ ແລະ ລະບົບປ້ອງກັນໄພທາງອາກາດ ໄອອອນ ໂດມ ຂອງອິດສະຣາເອນໃນເຂດກາລີລີທາງພາກເໜືອ ລວມທັງປະຕິບັດການໂຈມຕີກອງທັບອິດສະຣາເອນໃນເຂດເລບານອນໃຕ້ຫຼາຍຄັ້ງ ຊຶ່ງທາງກອງທັບອິດສະຣາເອນຢືນຢັນວ່າມີວັດຖຸລະເບີດ ແລະ ໂດຣນຂ້າມຝັ່ງເຂົ້າມາໃນດິນແດນຂອງຕົນຈິງ.
ປັດຈຸບັນ ກຳລັງພາກພື້ນດິນຂອງອິດສະຣາເອນຍັງສືບຕໍ່ຍຶດຄອງພື້ນທີ່ຊາຍແດນທາງໃຕ້ຂອງເລບານອນ ເລິກເຂົ້າໄປປະມານ 10 ກິໂລແມັດ ຊຶ່ງເປັນພື້ນທີ່ທີ່ອ້າງວ່າເປັນ “ເຂດຄວາມໝັ້ນຄົງ” ໂດຍອິດສະຣາເອນໄດ້ທຳການຮື້ຖອນ ແລະ ທຳລາຍໝູ່ບ້ານຫຼາຍແຫ່ງ ໂດຍອ້າງຈຸດປະສົງເພື່ອປ້ອງກັນເຂດພາກເໜືອຂອງອິດສະຣາເອນຈາກການໂຈມຕີຂອງນັກລົບຮິດບອລລາ ທີ່ຊ່ອນຕົວຢູ່ໃນຍ່ານຊຸມຊົນ.
ນັບຕັ້ງແຕ່ສົງຄາມລຸກໄໝ້ຂຶ້ນໃນຕົ້ນເດືອນມີນາ ຝ່າຍອິດສະຣາເອນສູນເສຍທະຫານໄປ 20 ຄົນ ແລະ ພົນລະເຮືອນເສຍຊີວິດ 4 ຄົນ ຂະນະທີ່ວິກິດການຄັ້ງນີ້ໄດ້ກາຍເປັນເງື່ອນໄຂສຳຄັນໃນລະດັບພາກພື້ນ ໂດຍອີຣ່ານລະບຸວ່າ ການຢຸດສົງຄາມຂອງອິດສະຣາເອນໃນເລບານອນ ຖືເປັນໜຶ່ງໃນຂໍ້ສະເໜີຫຼັກຂອງອີຣ່ານໃນການເຈລະຈາເພື່ອຢຸດຄວາມຂັດແຍ່ງໃນພາບລວມກັບສະຫະລັດ ແລະ ອິດສະຣາເອນ.





