
Claude AI ຈາກບໍລິສັດ Anthropic ກຳລັງຖືກເວົ້າເຖິງຢ່າງໜັກໃນໂລກໂຊຊຽວ ຫຼັງຈາກມີຜູ້ໃຊ້ຫຼາຍຄົນແຊຣ໌ປະສົບການທີ່ຄາດບໍ່ເຖິງ ເມື່ອ AI ໂຕນີ້ເຂົ້າມາຂັດຈັງຫວະການສົນທະນາທີ່ຍືດເຍື້ອ ໂດຍການບອກໃຫ້ຜູ້ໃຊ້ “ໄປນອນ”, “ໄປພັກຜ່ອນໄດ້ແລ້ວ” ຫຼື ແມ່ນແຕ່ເຕືອນໃຫ້ “ໄປດື່ມນ້ຳ”.
ເປັນຫຍັງ AI ຄືມາເປັນຫ່ວງເຮົາແທ້?
ເບື້ອງຫຼັງພຶດຕິກຳດັ່ງກ່າວອາດມາຈາກການທີ່ Anthropic ວາງຕຳແໜ່ງ AI ຂອງຕົນໃຫ້ເນັ້ນໜັກເລື່ອງຄວາມປອດໄພ ແລະ ຈັນຍາບັນຂອງມະນຸດ ຜ່ານລະບົບທີ່ເອີ້ນວ່າ Constitutional AI. ລະບົບນີ້ຖືກອອກແບບມາໃຫ້ຕອບສະໜອງພາຍໃຕ້ຫຼັກການທີ່ກຳນົດໄວ້. ເມື່ອການສົນທະນາຍືດເຍື້ອໄປຈົນເຖິງເິກເດິກ ຫຼື ໃຊ້ເວລາດົນຫຼາຍຊົ່ວໂມງ, Algorithm ຈະຖືກກະຕຸ້ນໃຫ້ກວດສອບ “ສຸຂະພາວະ” ຂອງຜູ້ໃຊ້ໂດຍອັດຕະໂນມັດ ເຮັດໃຫ້ການເຕືອນເບິ່ງຄືວ່າມັນມີຄວາມເປັນຫ່ວງເປັນໄຍທາງອາລົມແທ້ໆ.
ແຕ່ກໍມີມຸມມອງດ້ານທຸລະກິດຊ້ອນຢູ່…
ນັກສັງເກດການບາງສ່ວນເບິ່ງວ່າ ນີ້ອາດຈະບໍ່ແມ່ນເລື່ອງຄວາມເປັນຫ່ວງພຽງຢ່າງດຽວ. ເນື່ອງຈາກການສົນທະນາທີ່ຍາວ ແລະ ຊັບຊ້ອນ ຕ້ອງໃຊ້ພະລັງງານໃນການປະມວນຜົນສູງ ແລະ ມີຕົ້ນທຶນມະຫາສານ. ການທີ່ AI ແນະນຳໃຫ້ຜູ້ໃຊ້ພັກຜ່ອນ ຈຶ່ງອາດເປັນກົນລະຍຸດທາງອ້ອມເພື່ອຫຼຸດຜ່ອນພາລະຂອງເຊີເວີ (Server) ໃນຊ່ວງທີ່ມີການໃຊ້ງານໜາແໜ້ນ.
ຄຳຊີ້ແຈງຈາກທີມງານ
ທາງດ້ານ ແຊມ ແມັກຄັລລິສເຕີ (Sam McAllister) ທີມງານຂອງ Anthropic ໄດ້ໃຫ້ຄວາມເຫັນພຽງວ່າ ມັນເປັນພຽງລັກສະນະສະເພາະຂອງຕົວລະຄອນ (Character) ເທົ່ານັ້ນ, ບໍ່ຄວນໃຫ້ຄວາມສຳຄັນຫຼາຍເກີນໄປ ແລະ ອາດຈະມີການປັບປຸງໃນອະນາຄົດເພື່ອໃຫ້ລະບົບເຮັດວຽກໄດ້ເໝາະສົມຍິ່ງຂຶ້ນ.
ທີ່ມາ: TechRadar, Reddit





