
ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ທ່ານ ໄມໂຄ ຄາຣີ, ເລຂາເອກສະຖານທູດອົດສະຕຣາລີ, ໄດ້ຢ້ຽມຢາມແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 27 ຫາ 29 ເມສາ 2026 ເພື່ອຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ຂັ້ນ ປ.1. ການຢ້ຽມຢາມດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ຊ່ວຍໃຫ້ຄູອາຈານຈັດຕັ້ງປະຕິບັດການສອນບົດຮຽນຝຶກເວົ້າພາສາລາວ ແລະ ໃຫ້ການຊ່ວຍເຫຼືອນັກຮຽນທີ່ເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວຢູ່ເຮືອນ ໃຫ້ມີສ່ວນຮ່ວມ ແລະ ຮຽນຢູ່ໂຮງຮຽນໄດ້ຫຼາຍຂຶ້ນ.

ຄະນະຜູ້ແທນປະກອບມີ ຜູ້ຕາງໜ້າຈາກສູນຄົ້ນຄວ້າພາສາລາວສຳລັບຊົນເຜົ່າ, ສວສ, ກົມແຜນການ, ກົມສ້າງຄູ, ພະແນກປະຖົມ ແລະ ການສຶກສາຮຽນຮ່ວມ, ກົມສາມັນສຶກສາ, ສະຖານທູດອົດສະຕຣາລີ ແລະ ຜູ້ຊ່ຽວຊານ ແຜນງານບີຄວາ.

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ສັງເກດການສອນບົດຮຽນຝຶກເວົ້າພາສາລາວໃນໂຮງຮຽນປະຖົມຫຼາຍແຫ່ງ ແລະ ໄດ້ພົບປະກັບຄູອາຈານ, ຜູ້ອຳນວຍການໂຮງຮຽນ, ຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ພາຍນອກ, ພະນັກງານຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ) ພ້ອມດ້ວຍທີມງານວິຊາການ ແລະ ທີມງານຜູ້ປະສານງານຫຼັກ ຈາກວິທະຍາໄລຄູ. ຄະນະຜູ້ແທນໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍ, ພ້ອມທັງການສະໜັບສະໜູນຂັ້ນໂຮງຮຽນ ແລະ ສິ່ງທີ່ຄູຕ້ອງການ ເພື່ອປັບປຸງຜົນການຮຽນຂອງເດັກນ້ອຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ສື່ການຮຽນການສອນຝຶກເວົ້າພາສາລາວ ຖືກອອກແບບມາເພື່ອຊ່ວຍເດັກທີ່ເລີ່ມເຂົ້າຮຽນ ແຕ່ບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ. ບົດຮຽນຝຶກເວົ້າພາສາລາວແມ່ນສື່ການສອນເສີມ, ແຕ່ສອດຄ່ອງກັບບົດຮຽນພາສາລາວໃນຫຼັກສູດ ຂັ້ນ ປ.1 ທີ່ໄດ້ສອນໃນຕອນບ່າຍຢ່າງໜ້ອຍສາມມື້ຕໍ່ອາທິດ ແລະ ແຕ່ລະບົດຮຽນຂອງທັງໝົດ 30 ບົດ ແມ່ນສອດຄ່ອງກັບບົດຮຽນວິຊາພາສາລາວ 30 ບົດ. ບົດຮຽນເຫຼົ່ານີ້ ໃຫ້ເວລາເພີ່ມ ແລະ ຊ່ວຍສະໜັບສະໜູນແກ່ເດັກເພື່ອເສີມສ້າງທັກສະພາສາລາວຂອງເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈສິ່ງທີ່ຄູສອນ, ສາມາດເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ ແລະ ຮຽນວິຊາອື່ນໆໄດ້ດີຂຶ້ນ. ບົດຮຽນຝຶກເວົ້າພາສາລາວແມ່ນສ່ວນໜຶ່ງທີ່ສຳຄັນຂອງຄວາມພະຍາຍາມ ເພື່ອສົ່ງເສີມການຮຽນຮ່ວມໃຫ້ຫຼາຍຂຶ້ນ ສຳລັບເດັກທີ່ມາຈາກພື້ນຖານພາສາທີ່ຫຼາກຫຼາຍ.








