ນຕົ້ນເດືອນ ມີນາ 2026, ກົມໃຫຍ່ຕໍາຫຼວດ ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ມີກຸ່ມຄົນຕ່າງປະເທດ ເຂົ້າມາພັກເຊົາຢູ່ແຂວງ ຫົວພັນ ເຊິ່ງກຸ່ມດັ່ງກ່າວໄດ້ເຄື່ອນໄຫວລັກເປີດບໍລິການ ແລະ ຫຼີ້ນການພະນັນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ຂອບເຂດ ເມືອງ ວຽງໄຊ, ເມືອງ ແອດ ແລະ ເມືອງ ສົບເບົາ.

ກົມໃຫຍ່ຕຳຫຼວດ ຈື່ງໄດ້ລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ແລະ ມອບໃຫ້ກົມຕຳຫຼວດສືບສວນ-ສອບສວນ ສົມທົບກັບກອງບັນຊາການ ປກສ ແຂວງ ຫົວພັນ ແຕ່ງຕັ້ງເຈົ້າ ໜ້າທີ່ວິຊາສະເພາະ ລົງຕິດຕາມ, ກວດກາ ເເລະ ພິສູດເກັບກຳຂໍ້ມູນຢູ່ພື້ນທີ່ຕົວຈິງຮ່ວມກັນ, ຈື່ງຮູ້ໄດ້ວ່າ: ຢູ່ພື້ນທີ່ດັ່ງກ່າວ ໄດ້ມີການເຄື່ອນໄຫວລັກເປີດບໍລິການ ແລະ ຫຼິ້ນການພະນັນຕ້ອງຫ້າມແທ້, ດ້ວຍຮູບການໂຄສະນາຊອກຫາລູກຄ້າ ແລະ ຖ່າຍທອດສົດໃຫ້ບໍລິການລູກຄ້າ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນ : ເຟສບຸກ ເພຈ, ເວັບພະນັນ ຫຼື ລິ້ງ ທີ່ພວກເຂົາໄດ້ສ້າງຂື້ນ ເຊິ່ງເປັນການລະເມີດກົດໝາຍ ສປປ ລາວ, ເປັນອາຊະຍາກຳຂ້າມຊາດ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.
ວັນທີ 26 ມີນາ 2026, ເຈົ້າໜ້າທີ່ຕຳຫຼວດ ໄດ້ແບ່ງກຳລັງອອກເປັນ 03 ຈຸ, ລົງເເກ້ໄຂຢູ່ໃນ 03 ຈຸດພ້ອມກັນ, ສາມາດກັກຕົວເປົ້າໝາຍ ໄດ້ທັງໝົດຈໍານວນ 231 ຄົນ, ຍິງ 15 ຄົນ, ໃນນັ້ນມີຄົນສັນຊາດຫວຽດນາມ 223 ຄົນ, ຍິງ 10 ຄົນ ແລະ ຄົນສັນຊາດລາວ 08 ຄົນ, ຍິງ 07 ຄົນ; ພ້ອມທັງຍຶດເຄື່ອງຂອງກາງ, ເຊັ່ນ: ເງິນສົດ, ກ້ອງວິດີໂອຖ່າຍທອດສົດ, ແທັບເລັດ, ຄອມພິວເຕີໂນດບຸກ ແລະ ອຸປະກອນຫຼີ້ນການພະນັນທີ່ຕ້ອງຫ້າມຈໍານວນຫຼາຍລາຍການ.

ສໍາລັບເປົ້າໝາຍທີ່ເປັນຄົນສັນຊາດຫວຽດນາມ, ຜ່ານການສືບສວນ-ສອບສວນ ເຫັນວ່າ: ຜູ້ຖືກເສຍຫາຍ ແມ່ນລ້ວນແຕ່ເປັນພົນລະເມືອງ ຫວຽດນາມ. ຈຶ່ງໄດ້ປະສານສົ່ງຕົວພວກກ່ຽວ ໃຫ້ເຈົ້າໜ້າທີ່ຕຳຫຼວດຫວຽດນາມ ໄປດໍາເນີນຄະດີຕາມກົດໝາຍຢູ່ ສສ ຫວຽດນາມ ໃນວັນທີ 27 ມີນາ 2026 ຜ່ານດ່ານສາກົນ ນໍ້າໂສຍ – ນາແມວ ເມືອງ ວຽງໄຊ ແຂວງ ຫົວພັນ.
ສຳລັບເປົ້າໝາຍຄົນສັນຊາດລາວ ແມ່ນມອບໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫົງບ ແຂວງ ຫົວພັນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ການລົງເເກ້ໄຂກຸ່ມແກ້ງລັກໃຫ້ບໍລິການຫຼີ້ນການພະນັນທີ່ຕ້ອງຫ້າມຄັ້ງນີ້ ແມ່ນໜື່ງໃນມາດຕະການສຳຄັນໃນການປາບປາມ ບັນຫາອາຊະຍາກຳຂ້າມຊາດ ທີ່ຄົນຕ່າງປະເທດລັກລອບເຂົ້າມາອາໄສ ເເລະ ນຳໃຊ້ພື້ນທີ່ ສປປ ລາວ ເປັນສະຖານທີ່ໃຫ້ບໍລິການ. ການດຳເນີນການນີ້ເປັນການສະກັດກັ້ນ, ປາບປາມຈັດລະບຽບສັງຄົມໃຫ້ມີຄວາມສະຫງົບ ເເລະ ເປັນລະບຽບຮຽບຮ້ອຍ.
ຂໍຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມ ຈົ່ງມີສະຕິ ບໍ່ຫຼີ້ນການພະນັນຕ້ອງຫ້າມທຸກປະເພດ, ບໍ່ອໍານວຍຄວາມສະດວກ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ພື້ນທີ່ຂອງຕົນ ເຄື່ອນໄຫວເປີດບໍລິການຫຼີ້ນການພະນັນທີ່ຕ້ອງຫ້າມ ຫຼື ດຳເນີນກິດຈະການໃດໆ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ. ພ້ອມທັງຊ່ວຍເປັນຫູເປັນຕາ ຖ້າຫາກພົບເຫັນບັນຫາກໍ່ຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ລາຍງານເຈົ້າໜ້າທີ່ ເພື່ອດຳເນີນການແກ້ໄຂໂດຍໄວ.
ທີ່ມາ: ຄວາມສະຫງົບ Lao Security News





