ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

Must read

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໂດຍໄດ້ຮັບການສະໜັບສະໜູນຈາກວາລະສານຈໍາປາ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກໍາອ່ານປຶ້ມ “ສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຂຶ້ນໃນວັນທີ 24 ເມສານີ້ ທີ່ ມຊ, ໂດຍມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ທ່ານນາງ ຊູຕົ່ງຮວາ (Chu Donghua) ຫົວໜ້າສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ, ມີຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນຍົງ ເພັດວິໄຊ ຮັກສາການຫົວໜ້າແທນຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ ກ່າວວ່າ: ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ເປັນເພື່ອນມິດຍຸດທະສາດບົນເສັ້ນທາງສັງຄົມນິຍົມ ທີ່ມີຊາຕາກໍາຮ່ວມກັນ. ຕະຫຼອດ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ມິດຕະພາບອັນເປັນມູນເຊື້ອລະຫວ່າງ ລາວ-ຈີນ ນັບມື້ນັບແໜ້ນແຟ້ນ, ຄວາມເຊື່ອໝັ້ນທາງດ້ານການເມືອງໄດ້ຮັບການລົງເລິກ ແລະ ການຮ່ວມມືຕົວຈິງກໍໄດ້ຮັບໝາກຜົນອັນດີງາມຢ່າງຫຼວງຫຼາຍ. ໃນວັນທີ 5 ກຸມພາ ທີ່ຜ່ານມາ, ການນໍາສູງສຸດຂອງສອງພັກສອງລັດ ໄດ້ຮ່ວມກັນປະກາດໃຫ້

ປີນີ້ເປັນ “ປີມິດຕະພາບ ລາວ-ຈີນ” ແລະ ໄດ້ເລີ່ມຈັດກິດຈະກໍາສະເຫຼີມສະຫຼອງຕ່າງໆ ເພື່ອສ້າງແຮງຜັກດັນໃໝ່ໃຫ້ແກ່ສາຍພົວພັນຂອງສອງຝ່າຍ. ກິດຈະກໍາໃນຄັ້ງນີ້, ກໍແມ່ນການຈັດຕັ້ງປະຕິບັດໜຶ່ງທີ່ເປັນຮູບປະທໍາ ເພື່ອຜັນຂະຫຍາຍເນື້ອໃນຂອງ “ປີມິດຕະພາບ ລາວ-ຈີນ” ແລະ ເພີ່ມທະວີການແລກປ່ຽນວັດທະນະທໍາ-ສັງຄົມ ລະຫວ່າງປະຊາຊົນສອງຊາດ.“ເພື່ອນຮ່ວມຫ້ອງ” ສໍາລັບທຸກໆຄົນໃນໄວຮຽນແລ້ວ ແມ່ນມີຄວາມໝາຍທີ່ພິເສດທີ່ສຸດ ແລະ ຄໍາວ່າ “ເພື່ອນຮ່ວມຫ້ອງ” ນີ້ກໍສາມາດນໍາມາເປັນການປຽບທຽບໃຫ້ແກ່ມິດຕະພາບ ລາວ-ຈີນ ໄດ້ຢ່າງດີ. ເພາະຕະຫຼອດ 65 ປີຜ່ານມາ, ລາວ-ຈີນ ກໍປຽບເໝືອນເພື່ອນທີ່ນັ່ງຮ່ວມໂຕະດຽວກັນ, ພວກເຮົາໄດ້ຍ່າງຄຽງບ່າຄຽງໄຫຼ່, ແລກປ່ຽນບົດຮຽນການພັດທະນາຊຶ່ງກັນ ແລະ ກັນ, ຍື່ນມືເຂົ້າຊ່ວຍເຫຼືອໃນຍາມທຸກຍາກ ແລະ ຮ່ວມກ້າວເດີນໄປດ້ວຍກັນໃນຍາມເຕີບໃຫຍ່. 65 ປີ ແຫ່ງເລື່ອງລາວຂອງ “ເພື່ອນຮ່ວມຫ້ອງ” ລາວ-ຈີນ ໄດ້ຖືກຈາລຶກໄວ້ໃນຮອຍລາງລົດໄຟ, ໄວ້ໃນໂຮງໝໍ, ໂຮງຮຽນ, ທົ່ງນາ ແລະ ໃນຊີວິດປະຈໍາວັນທີ່ປະຊາຊົນລາວ ແລະ ຈີນ ໄດ້ພົບພໍ້, ຮູ້ຈັກ ແລະ ຊ່ວຍເຫຼືອເກື້ອກູນກັນ. ສໍາລັບງານອ່ານປຶ້ມຄັ້ງນີ້, ແມ່ນການນໍາໃຊ້ຕົວອັກສອນ ແລະ ເລື່ອງລາວຕ່າງໆ ເພື່ອເຮັດໃຫ້ສາຍໃຍແຫ່ງຄວາມຜູກພັນນີ້ມີຄວາມຈະແຈ້ງ ແລະ ອົບອຸ່ນຂຶ້ນກວ່າເກົ່າ. ດ້ວຍເຫດນັ້ນ, ກິດຈະກໍາອ່ານປຶ້ມ “ສ້າງປັນຍາກາດຄວາມຮູ້ໝູ່ຮ່ວມຫ້ອງ” ຈຶ່ງມີຄວາມໝາຍທີ່ສໍາຄັນຍິ່ງ. ພວກເຮົາໃຊ້ປຶ້ມເປັນສື່ກາງ ເພື່ອຫວນຄືນເບິ່ງຮອຍພື້ນຂອງປະຊາຊົນສອງຊາດ ຕັ້ງແຕ່ຮຸ່ນພໍ່ຮຸ່ນແມ່ຈົນຮອດຮຸ່ນລູກຮຸ່ນຫຼານ ທີ່ໄດ້ຝາກໄວ້ໃນຫ້ອງຮຽນຂອງກັນ ແລະ ກັນ ແລະ ເພື່ອໃຫ້ຊາວໜຸ່ມໃນມື້ນີ້ ໄດ້ສືບຕໍ່ກາຍເປັນ “ເພື່ອນຮ່ວມຫ້ອງ” ຂອງກັນ ແລະ ກັນ, ສ້າງຄວາມເຂົ້າອົກເຂົ້າໃຈ, ສ້າງຄວາມເຊື່ອໝັ້ນ ແລະ ຮ່ວມກັນສ້າງສາອະນາຄົດຮ່ວມກັນ. ຈາກນັ້ນ, ທ່ານ ອຸ່ນຫຼ້າ ສີວັນເພັງ, ທ່ານນາງ ຊູຕົ່ງຮວາ ແລະ ທ່ານ ບຸນຍົງ ເພັດວິໄຊ ໄດ້ໃຫ້ກຽດຂຶ້ນກົດປຸມເປີດນຳໃຊ້ຕູ້ປຶ້ມ “ຄັງປັນຍາຈາກພາກໃຕ້” ສປ ຈີນ ຢ່າງເປັນທາງການ.

ໂອກາດນີ້, ໄດ້ມີພິທີມອບລາງວັນໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຖ່າຍທອດເລື່ອງລາວ ແລະ ວິວທິວທັດຕາມເສັ້ນທາງລົດໄຟ ລາວ-ຈີນ ຜ່ານກິດຈະກຳປະກວດວີດີໂອສັ້ນ “ຂີ່ລົດໄຟໄປພົບກັບມໍຣະດົກໂລກ MUSTGO”. ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ແລະ ທ່່ານ ສົມມະໂນ ພົລເສນາ ຜູ້ອາວຸໂສຂອງຄອບຄົວພົລເສນາ.

ຂ່າວ-ພາບ: ວັນເພັງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article