ອິນເດຍຕຳນິທຣັມວ່າ “ບໍ່ມີມາລະຍາດ” ຫຼັງຈາກແຊໂພສທີ່ດ່າອິນເດຍວ່າເປັນ “ຂຸມນະລົກ” ແລະ ກ່າວຄຳວິຈານທີ່ດູຖູກພະນັກງານໄອທີ.

Must read

ກະຊວງການຕ່າງປະເທດອິນເດຍໄດ້ອອກຖະແຫຼງການຕອບໂຕ້ຢ່າງຮຸນແຮງ ໂດຍລະບຸວ່າ ປະທານາທິບໍດີ ໂດນັລ ທຣັມ “ບໍ່ມີມາລະຍາດ” ຫຼັງຈາກແບ່ງປັນຂໍ້ຄວາມທີ່ມີເນື້ອຫາເຫຍີດເຊື້ອຊາດ ເຊິ່ງເອີ້ນອິນເດຍວ່າເປັນ “ນະລົກ” ພ້ອມກັບກ່າວຫາແຮງງານມີຝີມືຊາວອິນເດຍໃນສະຫະລັດວ່າກີດກັນຄົນຜິວດຳ ແລະຂາດທັກສະພາສາອັງກິດ ໂດຍຊີ້ວ່າເປັນການກະທຳທີ່ບໍ່ສະທ້ອນຄວາມເປັນຈິງຂອງຄວາມສຳພັນສອງປະເທດ

ລັດຖະບານອິນເດຍໄດ້ອອກມາຕຳນິການກະທຳນີ້ຢ່າງເປັນທາງການ ຫຼັງຈາກທຣັມໄດ້ແຊຣ໌ໂພສໃນໂຊເຊຍມີເດຍທີ່ມີເນື້ອຫາສ້າງຄວາມກຽດຊັງ ແລະເຫຍີດຊາວອິນເດຍແລະຜູ້ອົບພະຍົບ

ເຫດການນີ້ເກີດຂຶ້ນໃນຄ່ຳວັນພຸດ (22 ເມສາ) ເມື່ອທຣັມໄດ້ຮີໂພສວິດີໂອແລະຂໍ້ຄວາມຈາກນັກວິຈານຝ່າຍຂວາ ທີ່ໂຈມຕີນະໂຍບາຍສິດພົນລະເມືອງໂດຍການເກີດໃນສະຫະລັດ ໂດຍມີຂໍ້ຄວາມວ່າ “ເດັກທີ່ເກີດທີ່ນີ້ຈະໄດ້ເປັນພົນລະເມືອງທັນທີ ແລ້ວກໍ່ພາຄອບຄົວມາຈາກຈີນ ອິນເດຍ ຫຼື ‘ນະລົກ’ ອື່ນໆ ໃນໂລກ”

ນອກຈາກນັ້ນ ໂພສນັ້ນຍັງໂຈມຕີແຮງງານ IT ຊາວອິນເດຍໃນສະຫະລັດ ໂດຍກ່າວຫາວ່າພວກເຂົາບໍ່ຈ້າງຄົນອາເມລິກັນຜິວຂາວ ແລະອ້າງວ່າຜູ້ອົບພະຍົບອິນເດຍຂາດທັກສະພາສາອັງກິດ

ນາຍ ຣັນທີ ໄຈສວານ ໂຄສົກກະຊວງການຕ່າງປະເທດອິນເດຍ ກ່າວວ່າ ຂໍ້ຄວາມນີ້ “ຂາດຂໍ້ມູນທີ່ຖືກຕ້ອງ ບໍ່ເໝາະສົມ ແລະບໍ່ມີມາລະຍາດ” ພ້ອມຍ້ຳວ່າບໍ່ສະທ້ອນຄວາມສຳພັນອັນດີລະຫວ່າງອິນເດຍ-ສະຫະລັດ

ຂະນະທີ່ ອາມີ ເບຣາ ສະມາຊິກສະພາຄອງເກຣສຈາກພັກເດໂມແຄຣັດ ກ່າວວ່າ ໂພສຂອງທຣັມ “ນ່າລັງກຽດ ໂງ່ ແລະລົດຄຸນຄ່າຂອງຕຳແໜ່ງປະທານາທິບໍດີ”

ມູນນິທິຮິນດູ-ອາເມລິກັນ ໄດ້ສະແດງຄວາມກັງວົນວ່າ ການສົ່ງເສີມຖ້ອຍຄຳເຫຍີດເຊື້ອຊາດຈະເພີ່ມຄວາມກຽດຊັງ ແລະອັນຕະລາຍຕໍ່ຊຸມຊົນອິນເດຍໃນສະຫະລັດ

ຄວາມຕຶງເຄັມນີ້ເກີດຂຶ້ນກ່ອນການເດີນທາງຢ້ຽມຢາມອິນເດຍຂອງ ມາໂກ ຣູບິໂອ ໃນເດືອນໜ້າ ເພື່ອຟື້ນຟູຄວາມສຳພັນ

ຢ່າງໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດທີ່ທຣັມມີທ່າທີແຂງກ້າວຕໍ່ອິນເດຍ ໂດຍກ່ອນໜ້ານີ້ມີນະໂຍບາຍເຂັ້ມງວດກ່ຽວກັບວີຊາແຮງງານ IT ແລະມາດຕະການພາສີ ເນື່ອງຈາກຄວາມບໍ່ພໍໃຈຕໍ່ ນາຍົກ ນະເຣນທຣາ ໂມດີ

ນັກວິເຄາະມອງວ່າ ທ່າທີຂອງທຣັມຂັດກັບຄວາມພະຍາຍາມຫຼາຍສິບປີຂອງອະດີດຜູ້ນຳສະຫະລັດ ທີ່ພະຍາຍາມສ້າງພັນທະມິດກັບອິນເດຍ ເພື່ອຖ່ວງດຸນອຳນາດກັບຈີນໃນພາກພື້ນອາຊີ
ທີ່ມາ:  SCMP AFP

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article