ຫຸ້ນທົ່ວໂລກຮ່ວງ ນ້ຳມັນພຸ່ງ ທຣຳປ໌ຂະຫຍາຍຂໍ້ຕົກລົງຢຸດຍິງ ນັກລົງທຶນຈັບຕາເຈລະຈາສະຫະລັດ-ອີຣານ ຍັງໄຮ້ຄວາມຊັດເຈນ

Must read

ຕະຫຼາດການເງິນທົ່ວໂລກຮັບແຮງກົດດັນ ລາຄານ້ຳມັນປັບຕົວສູງຂຶ້ນ ຕະຫຼາດຫຸ້ນສະຫະລັດ-ເອີຣົບປິດລົບ ຫຼັງນັກລົງທຶນກັງວົນການເຈລະຈາສະຫະລັດ-ອີຣານຍັງບໍ່ແນ່ນອນ ເຖິງວ່າທຣຳປ໌ຈະຂະຫຍາຍເວລາຢຸດຍິງ ແຕ່ຍັງຄົງມາດຕະການປິດລ້ອມທ່າເຮືອອີຣານໄວ້ຕາມເດີມ

ວັນທີ 22 ເມສາ 2026 ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນດິບເບຣນທ໌ ປັບຂຶ້ນ 3.1% ປິດທີ່ 98.48 ໂດລາສະຫະລັດຕໍ່ບາເຣວ ຫຼັງຈາກວັນກ່ອນໜ້ານີ້ ລາຄາພຸ່ງແຮງຈາກການທີ່ອີຣານກັບມາປິດຊ່ອງແຄບຮໍໂມຊອີກຄັ້ງ

ດ້ານຕະຫຼາດຫຸ້ນວໍລ໌ສຕຣີດ ເປີດບວກໃນຊ່ວງທຳອິດ ແຕ່ກັບອ່ອນຕົວລົງ ແລະ ປິດທີ່ລະດັບຕ່ຳສຸດຂອງວັນ ໂດຍດັດຊະນີ S&P 500 ຫຼຸດລົງ 0.6% ສ່ວນຕະຫຼາດຫຸ້ນເອີຣົບກໍ່ປິດລົບເຊັ່ນດຽວກັນ ໂດຍລອນດອນ ແລະ ປາຣີສ ປັບຕົວລົງຫຼາຍກວ່າ 1% ໃນຂະນະທີ່ຕະຫຼາດຫຸ້ນອາຊີປິດບວກໃນຕອນກ່ອນໜ້ານັ້ນ

ແຮງກັງວົນຂອງນັກລົງທຶນເກີດຂຶ້ນ ເຖິງວ່ານາຍໂດນານ ທຣຳປ໌ ປະທານາທິບໍດີສະຫະລັດ ຈະປະກາດຂະຫຍາຍເວລາຂໍ້ຕົກລົງຢຸດຍິງກັບອີຣານອອກໄປ ແຕ່ຍັງຄົງມາດຕະການປິດລ້ອມທ່າເຮືອອີຣານໄວ້ຕາມເດີມ ທີ່ຜ່ານມານັກລົງທຶນຄາດຫວັງວ່າ ເຖິງວ່າທັງສອງຝ່າຍຍັງໃຊ້ຄຳເວົ້າແຂງກ້າວ ແຕ່ຍັງມີໂອກາດບັນລຸຂໍ້ຕົກລົງເພື່ອຢຸດຕິສົງຄາມ ແລະ ເປີດຊ່ອງແຄບຮໍໂມຊ ຊຶ່ງເປັນເສັ້ນທາງສຳຄັນໃນການຂົນສົ່ງນ້ຳມັນ ແລະ ກ໊າຊຂອງໂລກ ຢ່າງໃດກໍ່ຕາມ ຄວາມຫວັງເລີ່ມຫຼຸດລົງ ຫຼັງຍັງບໍ່ມີຄວາມຊັດເຈນວ່າ ການເຈລະຈາຮອບໃໝ່ທີ່ປາກິດສະຖານເປັນເຈົ້າພາບຈະເກີດຂຶ້ນໃນໄວໆນີ້ຫຼືບໍ່

ດ້ານນັກວິເຄາະລະບຸວ່າ ນັກລົງທຶນຍັງຄົງລະມັດລະວັງ ເນື່ອງຈາກສະຖານະການຢຸດຍິງລະຫວ່າງອີຣານ ແລະ ສະຫະລັດ ຍັງບໍ່ມີສະຖຽນລະພາບ ຢ່າງໃດກໍ່ດີ ຕະຫຼາດຍັງບໍ່ໄດ້ປະເມີນສະຖານະການຮ້າຍແຮງທີ່ສຸດ ແລະ ມອງວ່າ ລາຄານ້ຳມັນທີ່ຍັງຕ່ຳກວ່າ 100 ໂດລາຕໍ່ບາເຣວ ສະທ້ອນຄວາມຫວັງວ່າຄວາມຂັດແຍ່ງຈະບໍ່ຂະຫຍາຍຕົວໜັກກວ່ານີ້ ແຕ່ຫາກລາຄານ້ຳມັນທົ່ງຢູ່ໃນລະດັບ 90 ໂດລາຂຶ້ນໄປນານເກີນໄປ ອາດເພີ່ມຄວາມສ່ຽງເງິນເຟີ້ ແລະ ກະທົບຕໍ່ເສດຖະກິດໂລກ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article