ແມ່ຊາວອົດສະຕຣາລີເປີດເຜີຍເຫດການສຸດລຸ້ນໃຈ ເມື່ອລູກຊາຍອາຍຸ 12 ປີ ຖືກປະຕູລົດເມໜີບແຂນແລະກະເປົ໋າ ເຮັດໃຫ້ເດັກຕິດຄາປະຕູລົດ ກ່ອນທີ່ລົດຈະອອກໄປຕາມຖະໜົນໄກກວ່າ 350 ແມັດ ໂຊກດີທີ່ເດັກຍົກຂາພົ້ນພື້ນລອດຕາຍໄດ້ຢ່າງຫວຸດຫວິດ ລ່າສຸດຄົນຂັບຖືກໄລ່ອອກແລ້ວ ຂະນະທີ່ເດັກຊາຍໄດ້ຮັບຜົນກະທົບທາງຈິດໃຈໜັກ ຕ້ອງພົບນັກຈິດຕະແພດ
ກາຍເປັນປະເດັນຖືກວິຈານຢ່າງໜັກໃນລັດວິກທໍເຣຍ ຫຼັງຈາກມີການເຜີຍແຜ່ຄລິບເຫດການສຸດຊ໋ອກຂອງ “ນາທານຽວ” ເດັກຊາຍອາຍຸ 12 ປີ ທີ່ຖືກລົດເມໂດຍສານລາກໄປຕາມທ້ອງຖະໜົນໃນຍ່ານວີລເລີສ ຮິວ ໃນນະຄອນເມວບໍລ໌ ຂະນະກຳລັງເດີນທາງໄປໂຮງຮຽນ
ເຫດການເກີດຂຶ້ນຕັ້ງແຕ່ວັນທີ 16 ມີນາທີ່ຜ່ານມາ ຂະນະທີ່ນາທານຽວກຳລັງກ້າວລົງຈາກປະຕູດ້ານຫຼັງຂອງລົດເມ ແຕ່ທັນໃດປະຕູກໍ່ປິດລົງຢ່າງໄວ ຂຽບແຂນຂວາແລະກະເປົ໋າເປສັດຂອງລາວໄວ້ ເຮັດໃຫ້ຮ່າງກາຍສ່ວນໃຫຍ່ຢູ່ນອກລົດ ໃນຂະນະທີ່ແຂນຍັງຕິດຢູ່ພາຍໃນ ທັນໃດນັ້ນຄົນຂັບໄດ້ຂັບລົດອອກໄປທັນທີໂດຍບໍ່ທັນສັງເກດເຫັນ
ເກຣສ ຜູ້ເປັນແມ່ເລົ່າວ່າ ລູກຊາຍຕ້ອງຕັດສິນໃຈຍົກຂາຂຶ້ນຈາກພື້ນເພື່ອບໍ່ໃຫ້ລໍ້ລົດທັບ ແລະຖືກລາກໄປຕາມຖະໜົນໄກຮອດ 350 ແມັດ ຈົນກວ່າລົດຈອດປ້າຍຖັດໄປ ປະຕູຈຶ່ງໄດ້ເປີດອອກ ນາທານຽວຈຶ່ງຫຼຸດອອກມາໄດ້ ໂດຍມີພົນລະເມືອງດີທີ່ຂັບລົດຕາມ ພະຍາຍາມບີບແຕນເຕືອນ ແລະຖ່າຍຄລິບເຫດການໄວ້ໄດ້
ແມ່ຂອງເດັກລະບຸວ່າ ລົດເມຄັນດັ່ງກ່າວມີເຊັນເຊີກວດຈັບພຽງໜຶ່ງໂຕຢູ່ກາງປະຕູ ແຕ່ລູກຊາຍຂອງນາງຖືກຂຽບໃນຕຳແໜ່ງທີ່ຕ່ຳກວ່າເຊັນເຊີ ຈຶ່ງບໍ່ມີສັນຍານເຕືອນໃດໆສົ່ງໄປເຖິງຄົນຂັບ ນອກຈາກນັ້ນ ນາງເກຣສຍັງກ່າວຕຳໜິບໍລິສັດລົດເມ “Ventura Bus” ວ່າ ໃນຕອນຕົ້ນມີທ່າທີເຮັດຄືບໍ່ສົນໃຈ ແລະບໍ່ສະແດງຄວາມຮັບຜິດຊອບຢ່າງຈິງຈັງ ໂດຍອ້າງພຽງວ່າຈະໃຫ້ຄົນຂັບເຂົ້າຮັບການປະເມີນແລະໃຫ້ຄຳປຶກສາເທົ່ານັ້ນ
ລ່າສຸດ ບໍລິສັດ Ventura Bus ໄດ້ອອກມາຍອມຮັບວ່າເຫດການທີ່ເກີດຂຶ້ນ “ໜ້າຕົກໃຈຢ່າງຍິ່ງ” ແລະຢືນຢັນວ່າ ຄົນຂັບລົດຄັນດັ່ງກ່າວຖືກໄລ່ອອກຈາກວຽກແລ້ວ ຫຼັງສິ້ນສຸດກະບວນການສອບສວນທາງວິໄນ
ທາງດ້ານນາງ ຈາຊິນຕາ ອາລ່ານ ຫົວໜ້າລັດຖະບານລັດວິກທໍເຣຍ ໄດ້ອອກມາສະແດງຄວາມຫ່ວງໃຍຕໍ່ຄອບຄົວ ແລະສັ່ງການໃຫ້ຄະນະກຳມະການອຸບັດເຫດຈາກການຂົນສົ່ງເຂົ້າມາຊ່ວຍເຫຼືອຄອບຄົວນີ້ຢ່າງໃກ້ຊິດ ພ້ອມລະບຸວ່າຮູບທີ່ເຫັນເປັນເລື່ອງທີ່ຮັບບໍ່ໄດ້ສຳລັບພໍ່ແມ່ທຸກຄົນ
ເຖິງແມ່ນນາທານຽວຈະບໍ່ໄດ້ຮັບບາດເຈັບທາງຮ່າງກາຍທີ່ຮ້າຍແຮງ ນອກຈາກຮອຍຟົກຊ້ຳເລັກນ້ອຍ ແຕ່ແມ່ຂອງລາວເຜີຍວ່າ ລູກຊາຍໄດ້ຮັບຜົນກະທົບທາງຈິດໃຈຢ່າງໜັກ ມີອາການກັງວົນ ແລະເກີດອາການໂຕ (panic) ທຸກຄັ້ງທີ່ເຫັນລົດເມຢູ່ເທິງຖະໜົນ ຈົນບໍ່ສາມາດເດີນທາງໄປໂຮງຮຽນຄົນດຽວໄດ້ຄືເກົ່າ ແລະຕ້ອງເຂົ້າຮັບການບຳບັດກັບນັກຈິດຕະແພດຢ່າງຕໍ່ເນື່ອງໃນຂະນະນີ້.
ຂ່າວຈາກ: News.com.au





