ສະຫະລາດຊະອານາຈັກຜ່ານກົດໝາຍຫ້າມຄົນຮຸ່ນໃໝ່ສູບຢາ ຫ້າມຄົນເກີດຫຼັງປີ 2009 ຊື້ຢາສູບ

Must read

ລັດຖະສະພາສະຫະລາດຊະອານາຈັກໄດ້ໃຫ້ຄວາມເຫັນຊອບຮ່າງກົດໝາຍຄວບຄຸມຢາສູບແລະບຸຫຼີ່ໄຟຟ້າ ໂດຍກຳນົດວ່າຜູ້ທີ່ເກີດຫຼັງວັນທີ 1 ມັງກອນ 2009 ຈະຖືກຫ້າມຊື້ຢາສູບຕະຫຼອດຊີວິດ ເພື່ອມຸ່ງສູ່ການສ້າງສັງຄົມປອດຢາສູບໃນອະນາຄົດ.

ກົດໝາຍສະບັບນີ້ຜ່ານຄວາມເຫັນຊອບຈາກທັງສະພາສາມັນຊົນ ແລະ ສະພາຂຸນນາງແລ້ວ ແລະ ກຳລັງລໍຖ້າການປະກາດໃຊ້ຢ່າງເປັນທາງການ ໂດຍມີເປົ້າໝາຍສຳຄັນໃນການປ້ອງກັນບໍ່ໃຫ້ຄົນຮຸ່ນໃໝ່ເລີ່ມສູບຢາ ດ້ວຍການເຮັດໃຫ້ຮ້ານຄ້າຂາຍຢາສູບໃຫ້ກຸ່ມບຸກຄົນດັ່ງກ່າວເປັນສິ່ງຜິດກົດໝາຍ.

ນອກຈາກນັ້ນ ເມື່ອກົດໝາຍມີຜົນບັງຄັບໃຊ້ ລັດຖະບານຈະມີອຳນາດເພີ່ມເຕີມໃນການຄວບຄຸມຜະລິດຕະພັນຢາສູບ ບຸຫຼີ່ໄຟຟ້າ ແລະ ນິໂຄຕິນ ລວມທັງການກຳນົດຮູບແບບການຫຸ້ມຫໍ່ ແລະ ລົດຊາດ ເພື່ອຫຼຸດຜ່ອນແຮງຈູງໃຈໃນການບໍລິໂພກ.

ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມແກ້ໄຂບັນຫາຜົນກະທົບດ້ານສຸຂະພາບຈາກການສູບຢາ ເຊິ່ງຖືເປັນໜຶ່ງໃນສາເຫດຫຼັກຂອງການເສຍຊີວິດ ຄວາມພິການ ແລະ ພະຍາດຊຳເຮື້ອທີ່ສາມາດປ້ອງກັນໄດ້ໃນປະເທດ.

ໃນຂະນະດຽວກັນ ກົດໝາຍຍັງຂະຫຍາຍຂໍ້ຫ້າມກ່ຽວກັບບຸຫຼີ່ໄຟຟ້າ ໂດຍຈະຫ້າມໃຊ້ໃນລົດທີ່ມີເດັກນ້ອຍໂດຍສານ ລວມທັງໃນສວນສາທາລະນະຂອງເດັກນ້ອຍ ບໍລິເວນໜ້າໂຮງຮຽນ ແລະ ສະຖານທີ່ດູແລສຸຂະພາບ. ຢ່າງໃດກໍຕາມ ຍັງອະນຸຍາດໃຫ້ໃຊ້ບຸຫຼີ່ໄຟຟ້ານອກອາຄານຂອງໂຮງໝໍ ເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງການເຊົາສູບຢາ.

ທັງນີ້ ມາດຕະການດັ່ງກ່າວຈະບໍ່ຄອບຄຸມພື້ນທີ່ເປີດບາງປະເພດ ເຊັ່ນ: ລານດື່ມຂອງບາ, ຊາຍຫາດ ຫຼື ພື້ນທີ່ກາງແຈ້ງສ່ວນຕົວ ແລະ ປະຊາຊົນຍັງສາມາດສູບຢາ ຫຼື ໃຊ້ບຸຫຼີ່ໄຟຟ້າໄດ້ພາຍໃນເຮືອນຂອງຕົນ.

ທ່ານ ເວສ ສະຕຣີດຕິງ ລະບຸວ່າ ນີ້ຄືຊ່ວງເວລາປະຫວັດສາດຂອງລະບົບສາທາລະນະສຸກ ໂດຍຊີ້ວ່າ ການປ້ອງກັນດີກວ່າການຮັກສາ ແລະ ການປະຕິຮູບຄັ້ງນີ້ຈະຊ່ວຍຊີວິດປະຊາຊົນ ຫຼຸດຜ່ອນພາລະຂອງລະບົບບໍລິການສຸຂະພາບແຫ່ງຊາດ (NHS) ແລະ ສ້າງສັງຄົມທີ່ມີສຸຂະພາບດີຂຶ້ນ.

ດ້ານ ບາໂຣເນດ ເມີຣອນ ລະບຸວ່າ ນີ້ຄືມາດຕະການດ້ານສາທາລະນະສຸກທີ່ຍິ່ງໃຫຍ່ທີ່ສຸດໃນຮອບໜຶ່ງຮຸ່ນຄົນ ແລະ ຢືນຢັນວ່າຈະສາມາດຊ່ວຍຊີວິດຜູ້ຄົນໄດ້ຢ່າງແທ້ຈິງ.

ຢ່າງໃດກໍຕາມ ທ່ານ ລໍດ ເນສບີ ຈາກພັກອານຸລັກສົນ ໄດ້ສະແດງຄວາມເປັນຫ່ວງວ່າ ກົດໝາຍດັ່ງກ່າວອາດສົ່ງຜົນກະທົບຕໍ່ຜູ້ປະກອບການຈຳນວນຫຼາຍ ພ້ອມສະເໜີວ່າ ຄວນໃຫ້ຄວາມສຳຄັນກັບການໃຫ້ຄວາມຮູ້ເພື່ອປ້ອງກັນການເລີ່ມສູບຢາ.

ຂະນະທີ່ Asthma + Lung UK ລະບຸວ່າ ກົດໝາຍສະບັບນີ້ມີທ່າແຮງໃນການປ່ຽນແປງສຸຂະພາບຂອງຄົນທັງປະເທດ ແລະ ຮຽກຮ້ອງໃຫ້ລັດຖະບານສະໜັບສະໜູນການບໍລິການຊ່ວຍເຊົາສູບຢາຢ່າງທົ່ວເຖິງ ເພື່ອບໍ່ໃຫ້ຜູ້ສູບຢາໃນປັດຈຸບັນຖືກລະເລີຍ.

ອົງກອນຍັງສະເໜີໃຫ້ຈັດເກັບພາສີ ຫຼື ຄ່າທຳນຽມຈາກອຸດສາຫະກຳຢາສູບ ເພື່ອນຳມາສະໜັບສະໜູນການບໍລິການດ້ານສາທາລະນະສຸກ ແລະ ຫຼຸດຜ່ອນຜົນກະທົບຈາກການສູບຢາໃນໄລຍະຍາວ.
ທີ່ມາ: BBC

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article