ໃນລະຫວ່າງວັນທີ 20-24 ເມສານີ້ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເສດຖະກິດ-ສັງຄົມປະຈຳພາກພື້ນອາຊີ-ປາຊີຟິກສະໄໝທີ 82 (the 82nd session of the Economic and Social Commission for Asia and the Pacific (ESCAP) ຈັດຂຶ້ນພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ການພັດທະນາສັງຄົມສໍາລັບທຸກໄວອາຍຸ ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ (Leaving no one behind: advancing a society for all ages in Asia and the Pacific)”. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາວຽກງານ, ຍັດຕິ ແລະ ມະຕິຂອງຄະນະກຳມາທິການເສດຖະກິດ-ສັງຄົມປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທິດທາງໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍ ໃນໄລຍະໃໝ່ ໂດຍຜ່ານການພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆປະຈໍາປີ 2026-2027. ກອງປະຊຸມດັ່ງກ່າວ ສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບສິ່ງທ້າທາຍ ໃນໄລຍະໃໝ່ ເປັນຕົ້ນແມ່ນ ທ່າອ່ຽງຂອງປະຊາກອນໃນປັດຈຸບັນ ແລະ ຕໍ່ໜ້າ, ບຸລິມະສິດທາງດ້ານເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາທີ່ມີປະສິດທິຜົນຂອງປະຊາກອນທຸກໄວອາຍຸ, ການສ້າງຄວາມເຂັ້ມແຂງທາງດ້ານເສດ ຖະກິດຂອງແມ່ຍິງ, ການເບິ່ງແຍງສຸຂະພາບຂອງຜູ້ສູງອາຍຸ ແລະ ການເຊື່ອມໂຍງທາງສັງຄົມ.

ໃນວັນທີ 20 ເມສານີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວບົດຄໍາເຫັນພິເສດ (special address) ໃນພິທີເປີດກອງປະຊຸມຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ານຕ່າງໆທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ. ໃນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືໃນພາກພື້ນອາຊີ-ປາຊິຟິກ ກໍຄືການຮ່ວມມືສາກົນ ໂດຍຢຶດໝັ້ນຫຼັກການຮ່ວມມືຫຼາຍຝ່າຍ (multilateralism) ເພື່ອແກ້ໄຂສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍລວມ ຂອງພາກພື້ນ ເປັນຕົ້ນແມ່ນຄວາມເສື່ອມໂຊມທາງດ້ານເສດຖະກິດ, ບັນຫາໜີ້ສິນສາທາລະນະ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ຄວາມບໍ່ສະເໝີພາບ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງທີ່ແກ່ຍາວອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ ຊຶ່ງໄດ້ນໍາໄປສູ່ພາວະເງິນເຟີ້ ແລະ ຄ່າຄອງຊີບທີ່ສູງຂຶ້ນ.

ໃນວັນດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຂຶ້ນກ່າວຄໍາເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ (general debate) ໂດຍໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ສະບັບໃໝ່ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ 10 ຊຶ່ງຖືເປັນໜຶ່ງໃນບັນດາມາດຕະການພື້ນຖານ ທີ່ຈະນໍາໄປສູ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026. ແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວ ແມ່ນເປົ້າໝາຍການຈະເລີນເຕີບໂຕຂອງ GDP ສະເລ່ຍຢ່າງໜ້ອຍ 6% ຕໍ່ປີ ແລະ ອັດຕາ GDP ຕໍ່ຫົວຄົນໃຫ້ບັນລຸ 3,055 ໂດລາຕໍ່ປີ ພາຍໃນປີ 2030. ສໍາຄັນ, ແມ່ນການສ້າງພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ (ສອຈ) ໂດຍໄດ້ກໍານົດ 7 ຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ພະລັງງານສະອາດ, ກະສິກຳ ແລະ ການປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ເສດຖະກິດດີຈີຕອນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ກັບຫົວຂໍ້ ຂອງກອງປະຊຸມຄັ້ງນີ້ ກໍຄືການຮັບປະກັນໃຫ້ແກ່ການພັດທະນາສັງຄົມສຳລັບທຸກໄວອາຍຸ ຊຶ່ງສອດຄ່ອງກັບບຸລິມະສິດການພັດທະນາແບບຍືນຍົງຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ຢ່າງເຕັມສ່ວນ ແລະ ມີຄວາມໝາຍ ຂອງທຸກພາກສ່ວນໃນສັງຄົມ ເຂົ້າໃນວຽກງານການພັດທະນາ ແລະ ຮັບປະກັນຜົນປະໂຫຍດທີ່ແທ້ຈິງ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊຸກຍູ້ໃຫ້ປະຊາຄົມສາກົນພ້ອມກັນເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ບັນດາປະເທດທີ່ມີສະພາບເງື່ອນໄຂຫຍຸ້ງຍາກ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ແລະ ສາກົນເພື່ອຮັບປະກັນການພັດທະນາແບບຍືນຍົງກໍຄືການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍການພັດທະນາເເບບຍືນຍົງ.

ໃນໂອກາດດັ່ງກ່ວ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ນາງ Armida Salsiah Alisjahbana ເລຂາບໍລິຫານງານ UNESCAP ເພື່ອປຶກສາຫາລືຮ່ວມກັນກ່ຽວກັບທິດທາງໃນການເສີມຂະຫຍາຍການຮ່ວມມືພາຍໃຕ້ຂອບວຽກງານທີ່ກ່ຽວຂ້ອງ, ຕາມດ້ວຍການພົບປະກັບ ທ່ານ Jeyhun Bayramov ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ອາແຊກໄບຊານ ໂດຍມີຈຸດປະສົງປຶກສາຫາລື ກ່ຽວກັບການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອາແຊກໄບຊານ.

ພິເສດ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຮອງເອົາຍັດຕິ ຈໍານວນ 6 ສະບັບ ແລະ ມະຕິ ຈໍານວນ 25 ສະບັບ ກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນງານປະຈໍາປີ 2026-2027 ເພື່ອຊຸກຍູ້ການເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs.
ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມບັນດາວາລະທາງການ ແລະ ກອງປະຊຸມປິ່ນອ້ອມ (Side Events) ດັ່ງກ່າວຢ່າງຕັ້ງໜ້າເພື່ອແລກປ່ຽນຄວາມຄິດເຫັນ ກ່ຽວກັບປະສົມການ ແລະ ບົດຮຽນທີ່ດີໃນການແກ້ໄຂສິ່ງທ້າທາຍຕ່າໆ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ແນໃສ່ຮັບປະກັນຄວາມຍືນຍົງຂອງການພັດທະນາສັງຄົມສຳລັບທຸກໄວອາຍຸ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງ ແລະ ຮອບດ້ານ.
(ຂ່າວ: ກຕທ)





