ກອງບັນຊາການທະຫານເຂດ 4 ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ

Must read

ຫວ່າງມໍ່ໆມານີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມພິທີຍ້ອງຍໍນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ຈາກພັກ ແລະ ລັດຖະບານຫວຽດນາມ ມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ໂດຍການເປັນປະທານຂອງ ສະຫາຍ ເລ ມິງ ຮຶງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ມີສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັັນປະເທດຫວຽດນາມ, ມີພະນັກງານອາວຸໂສບໍານານ, ບັນດາເລຂາພັກແຂວງອ້ອມຂ້າງ, ຄະນະກົມໃຫຍ່ ແລະ ການນໍາກອງບັນຊາການທະຫານເຂດ 4 ເຂົ້າຮ່ວມ.

ຕະຫຼອດໄລຍະ 80 ປີ ແຫ່ງການຕໍ່ສູ້, ການກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ, ພະນັກງານ-ນັກຮົບຫຼາຍຮຸ່ນ ໃນກໍາລັງປະກອບອາວຸດຂອງກອງບັນຊາການທະຫານເຂດ 4 ໄດ້ເສີມຂະຫຍາຍ ແລະ ສະແດງໃຫ້ເຫັນເຖິງວິລະຊົນປະຕິວັດຢ່າງແທ້ຈິງ, ຍົກສູງຈິດໃຈແຫ່ງຄວາມເສຍສະຫຼະ, ຮັກສາໄດ້ຄວາມສາມັກຄີ, ການປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ ພ້ອມປະຕິບັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບການມອບໝາຍ. ໃນການປະຕິບັດໜ້າທີ່ຂອງກໍາລັງປະກອບອາວຸດທະຫານເຂດ 4 ລ້ວນແຕ່ໄດ້ຮັບການເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຈາກພັກ-ລັດຖະບານຫວຽດ ນາມ, ຄະນະກໍາມະການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການປະສານງານ ແລະ ການຊ່ວຍເຫຼືອ ຈາກກົມກອງພາຍໃນ ແລະ ພາຍນອກກອງທັບ ພ້ອມທັງພໍ່ແມ່ປະຊາຊົນໃນຂົງເຂດທ້ອງຖິ່ນ ຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງເປັນການປະກອບສ່ວນໂດຍກົງຂອງກອງບັນຊາການທະຫານເຂດ 4 ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີການພັດທະນາຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ດັ່ງນັ້ນ, ພັກ ແລະ ລັດຖະບານຫວຽດນາມ ຈຶ່ງໄດ້ເຫັນດີຕົກລົງຍ້ອງຍໍນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ໃຫ້ກຽດຂຶ້ນປະດັບໂດຍສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມຢ່າງສົມກຽດ.

ຂ່າວ: ກອງທັບ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article