16 C
Vientiane
ວັນທີ 1 December, 2025

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

Must read

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ໄດ້ລາຍງານສະພາບລວມຂອງເມືອງ ແລະ ຜົນຂອງການກໍ່ສ້າງໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດ ໂດຍທ່ານໄດ້ກ່າວວ່າ: ສະພາບການສຶກສາຢູ່ເມືອງຊຽງຮ່ອນ ທົ່ວເມືອງມີໂຮງຮຽນ 77 ແຫ່ງ. ໃນນັ້ນ, ໂຮງຮຽນອະນຸບານ 34 ແຫ່ງ, ປະຖົມ 34 ແຫ່ງ, ມັດທະຍົນຕອນຕົ້ນ 3 ແຫ່ງ ແລະ ມັດທະຍົມສຶກສາສົມບູນ 6 ແຫ່ງ ມີຄູອາຈານ 364 ທ່ານ ຍິງ 212 ທ່ານ ແລະ ສໍາລັບໂຄງການກໍ່ສ້າງ ໂຮງຮຽນມໍຕົ້ນຮ່ອງຄູ ເປັນອາຄານ 1 ຫຼັງ ປະອບດ້ວຍ ຫ້ອງຮຽນ 6 ຫ້ອງ ແລະ ຫ້ອງນໍ້າ 4 ຫ້ອງ ຂະໜາດຂອງຫ້ອງຮຽນ 7×8 ແມັດ ໂດຍໄດ້ທຶນຊ່ວຍເຫຼືອຈາກໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ 1,000 ລ້ານກີບ. ໃນນັ້ນ, ທຶນຂອງແຂວງ 2,584 ລ້ານກີບ. ສຳລັບໂຄງການກໍ່ສ້າງຫໍພັກນັກຮຽນ ມສ ປາກເປັດ ມີຈຳນວນ 4 ຫ້ອງ ໄດ້ຮັບທຶນການກໍ່ສ້າງຈາກໂຄງການ ຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ຈໍນວນ 500 ລ້ານກີບ ແລະ ທຶນຂອງທ້ອງຖິ່ນ 600 ລ້ານກີບ ລວມູນຄ່າການກໍ່ສ້າງທັງໝົດ 4,600 ລ້ານກວ່າກີບ.

ໂຮງຮຽນດັ່ງກ່າວນີ້, ກວມເອົານັກຮຽນຢູ່ 2 ບ້ານຄື: ບ້ານ ຮ່ອງຄູ ແລະ ບ້ານນໍ້າແບງ, ມີນັກຮຽນທັງໝົດ 176 ນ້ອງ ຍິງ 85 ນ້ອງ. ຈາກນັ້ນ, ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານໂຄງການຫວ່ງໄຍໄປເຖິງຄອບຄົວການນຳຂັ້ນສູນກາງ ກໍໄດ້ກ່າວມອບໂຮງຮຽນຢ່າງເປັທາງການໃຫ້ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາ, ອົງການປົກຄອງບ້ານ ແລະ ຄູອາຈານ ເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຕາງໜ້າໃຫ້ອົງການປົກຄອງເມືອງ, ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະນ້ອງນັກຮຽນ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ກັບທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານ ທີ່ເຫັນຄວາມສໍາຄັນດ້ານການສຶກສາ ແລະ ປະກອບສ່ວນສົ່ງເສີມວຽກງານສຶກສາ ກໍຄືເມືອງ ຊຽງຮ່ອນ ແລະ ເຮັດໃຫ້ນ້ອງນັກຮຽນໄດ້ມີເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້, ປົກປັກຮັກສາໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ມີປະສິດທິຜົນສູງສຸດ. ໃນໂອກາດນີ້, ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານຍັງໄດ້ນຳເອົາ ເຄື່ອງນຸ່ງຫົມ, ອາຫານແຫ້ງ ແລະ ອະປະກອນການຮຽນ-ການສອນ ມອບໃຫ້ຄູອາຈານ ແລະ ນ້ອງນັກຮຽນ ລວມມູນຄ່າ 220 ລ້ານກີບ ພ້ອມດຽວກັນນັ້ນທາງອົງການປົກຄອງແຂວງຍັງໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ທີມງານໂຄງການຫ່ວງໄຍໄປເຖິງຄອບຄົວການນຳຂັ້ນສູນກາງທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຕືມອິກ.

(ຂ່າວ: ຄ ອ ມ ເມືອງຊຽງຮ່ອນ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article