16 C
Vientiane
ວັນທີ 1 December, 2025

ເມືອງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອະນຸຊົນທັນວາ

Must read

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອະນຸຊົນທັນວາ ໃນວັນທີ 27 ພະຈິກ 2025 ທີ່ໂຮງຮຽນ ປະຖົມໄຊຍະບູລີ ໂດຍມີ ສະຫາຍ ຈັນເພັງ ແສນຄຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍ ຫ້ອງການຂອງເມືອງ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ສະຫາຍ ນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊຍະບູລີ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຂໍ້ແຂ່ງ 3 ດີ 4 ຮູ້ ປະຈຳປີ 2025, ຊຶ່ງພາຍໃນເມືອງມີເຍົາວະຊົນ 6.044 ນ້ອງ ຍິງ 3.245 ນ້ອງ, ເຍົາວະຊົນທັນວາ 4.057 ນ້ອງ ຍິງ 2.377 ນ້ອງ, ມີກອງເຍົາວະຊົນທັນວາ 67 ກອງ, ເປັນກອງ 3 ດີ 4 ຮູ້ 67 ກອງ, ມີເຍົາວະຊົນນຳໜ້າຂອງເມືອງ 11 ກອງ 6 ໂຮງຮຽນ, ຜ່ານການປະເມີນແຕ່ລະດ້ານ ໂດຍສະເພາະ ມາດຖານ 3 ດີ, ຮ່ຳຮຽນດີ ສາມາດປະຕິບັດໄດ້ 4.057 ນ້ອງ ຍິງ 2.377 ນ້ອງ ເທົ່າກັບ 100%, ສາມັກຄີດີປະຕິບັດໄດ້ 4.057 ນ້ອງ ເທົ່າກັບ 100%, ອະນາໄມດີໄດ້ 3 ຄັ້ງ ເທົ່າກັບ 100%; ມາດຖານ 4 ຮູ້: ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ ສາມາດປະຕິບັດໄດ້ 8 ຄັ້ງເທົ່າກັບ 96%, ຮູ້ຮັກພໍ່ແມ່ ແລະ ຄູອາຈານ ສາມາດປະຕິບັດໄດ້ 4.057 ນ້ອງ, ເທົ່າກັບ 100%, ຮູ້ຮັກທຳມະຊາດ ແລະ ການອອກແຮງງານ ສາມາດປະຕິບັດໄດ້ 8 ຄັ້ງເທົ່າກັບ 97%, ຮູ້ຈຳແນກມິດ ແລະ ສັດຕູ ສາມາດປະຕິບັດໄດ້ 4 ຄັ້ງເທົ່າກັບ 98%.

ໃນພິທີຍັງໄດ້ມີມອບໃບຢັ້ງຢືນເປັນກອງ 3 ດີ 4 ຮູ້ໃຫ້ໂຮງຮຽນ, ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງຄະແນນ 7 ຂຶ້ນໄປທຸກວິຊາ ແລະ ມອບຫລຽນທີ່ລະລຶກໃຫ້ເຍົາວະຊົນທັນວາຕື່ມອີກ.

ຂ່າວ-ພາບ: ສົມພົງ ສີສະຫວັດ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article