27 C
Vientiane
ວັນທີ 13 March, 2026

ອັດຕະປື​ ຊີ້ແຈງກ່ຽວກັບການສະ​ໜອງນໍ້າມັນ ໃນທົ່ວແຂວງ

Must read

ຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື​ ມີ​ 7​ ບໍລິສັດ​ ນໍາເຂົ້້ານໍ້າມັນເຊື້ອໄຟ,​ ທົ່ວແຂວງມີ​ 48​ ປໍ້າຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ ໃນນີ້, ເມືອງສາມັກຄີໄຊ​ ມີ​ 20 ປໍ້າ, ເປີດ 5 ປໍ້າ,​ ເມືອງພູວົງ ມີ 5 ປໍ້າ, ເປີດ 3 ປໍ້າ, ເມືອງ ຊານໄຊ 3 ປໍ້າ,​ ເປີດ 1​ ປໍ້າ,​ ເມືອງໄຊເສດຖາ ມີ​ 9 ປໍ້າ, ເປີດ 5​ ປໍ້າ ແລະ ເມືອງສະໜາມໄຊ ມີ​ 11 ປໍ້າ,​ ເປີດ 2 ປໍ້າ, ຊຶ່ງໃນເບື້ອງຕົ້ນທັງ 7​ ບໍລິສັດ​ໄດ້ມີຄວາມພະຍາຍາມຍາດແຍ່ງນໍ້າມັນ ເພື່ອມາສະໜອງພາຍໃນແຂວງອັດຕະປື​ ແຕ່ເນື່ອງຈາກວ່າສະພາບຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ​ ເຮັດໃຫ້ທາງບໍລິສັດບໍ່ສາມາດສະ​ໜອງນໍ້າມັນໄດ້ຕາມແຜນນໍາເຂົ້າ​ ຫລື ເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟຫລຸດລົງ​ເຖິງ 60% ຂອງແຜນການນໍາເຂົ້າ,​ ສະນັ້ນ​ ຈຶ່ງເຮັດໃຫ້ການສະໜອງນໍ້າມັນໃນໄລຍະນີ້ພົບຄວາມຫຍຸ້ງຍາກ. ແຕ່ແນວໃດກໍຕາມຂໍໃຫ້ປະຊາຊົນພາຍໃນແຂວງ​ອັດຕະປື ເຊື່ອໝັ້ນຕໍ່ພາກລັດ, ໂດຍຈະພະຍາຍາມປະສານສົມທົບ​ ກັບທາງກະຊວງອຸດສາຫະກໍາ ແລະ​ ການຄ້າ​ ແລະ​ ພາກສ່ວນຕົວແທນນໍາເຂົ້ານໍ້າມັນເຊື້ອໄຟ​ ເພື່ອໃຫ້ໄດ້ມີນໍ້າມັນມາສະໜອງພາຍໃນແຂວງບໍ່ໃຫ້ຂາດ.​

ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະ​ແນກອຸດສາຫະກໍາ ແລະ​ ການຄ້າແຂວງອັດຕະປື ໄດ້ອອກມາຊີ້ແຈງຜ່ານສື່ມວນຊົນຂອງແຂວງ ກ່ຽວກັບສະ​ພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງອັດຕະປື ໃນວັນທີ​ 11​ ມີນາ​ 2026​ ຜ່ານມານີ້ວ່າ: ຕໍ່ສະພາບການດັ່ງກ່າວ, ທາງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ​ ຫ້ອງການອຸດສາຫະກໍາ ແລະ​ ການຄ້າແຕ່ລະເມືືອງ ຈະໄດ້ລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່​ໃຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ຈິງ ຫລີກລ້ຽງການກັກຕຸນນໍ້າມັນ ໂດຍຜ່ານມາ ສັງ​ເກດເຫັນວ່າ ການຈັດຕັ້ງປະຕິບັດ ລວມເຖິງຄວາມຮ່ວມມືລະຫວ່າງ ເຈົ້າຂອງປໍ້ານໍ້າມັນ ແລະ ພາກລັດພວກເຮົາ ໄດ້ມີການປະສານງານດ້ວຍຄວາມໂປ່ງໃສ, ຊຶ່ງໄດ້ມີການກວດກາຕົວຈິງທຸກຂັ້ນຕອນ, ການສັ່ງຊື້ືນໍ້າມັນແມ່ນມີຄວາມຫຍຸ້ງຍາກ ພໍ​ສົມຄວນ ຕ້ອງໄດ້ລໍຖ້າການນໍາເຂົ້້ານໍ້າມັນຈາກບໍລິສັດນໍາເຂົ້້າ ເພື່ອຈະກະ​ຈາຍໃຫ້ບັນດາປໍ້າຕົວແທນຂອງແຂວງ ເນື່ອງຈາກການນໍາເຂົ້ານໍ້າມັນແມ່ນສູນກາງຄຸ້ມຄອງ.

ທ່ານ ພູໄຊ ວໍລະລາດ ຍັງໄດ້ຮຽກຮ້ອງມາຍັງບັນດາປໍ້ານໍ້າມັນທົ່ວແຂວງ​ ໃຫ້ເປັນເຈົ້າ​ການປະຕິບັດຕາມແຈ້ງ​ການທີ່ທາງກະຊວງອຸດສະຫະກຳ​ ແລະ​ ການຄ້າ ວາງອອກຢ່າງເຂັ້ມງວດ, ຮຽກຮ້ອງມາຍັງປະຊາຊົນບັນ​ດາເຜົ່າແຂວງອັດຕະປື ໃຫ້ມີສະຕິໃນການຕິດຕາມຂໍ້ມູນຂ່າວ​ສານ​ ເພື່ອບໍ່ໃຫ້ເກີດມີຄວາມວິຕົກກັງວົນວ່າຈະຂາດແຄນນໍ້າມັນນໍາໃຊ້ ປັດຈຸບັນ ແຂວງອັດຕະປື ກໍຍັງມີນໍ້າມັນສະໜອງໃຫ້ປະຊາຊົນໄດ້ຊົມໃຊ້​ ຊຶ່ງມີຢູ່ 120.900 ລິດ ໃນນີ້, ນໍ້າມັນແອັດຊັງ ມີ​ 71.900 ລິດ​ ແລະ​ ກະຊວນ ມີ​ 49.000 ລິດ.​ ນອກນີ້, ທາງແຂວງ ຍັງມີແຜນນໍາເຂົ້ານໍ້າມັນຕື່ມອີກ 291.000 ລິດ.​ ສໍາລັບລາຄານໍ້າມັນ ອາດຈະມີການເໜັງຕີງ ຂຶ້ນ-ລົງ ຕາມລາຄາຂອງຕະຫລາດໂລກ. ດັ່ງນັ້ນ, ຂໍໃຫ້ປະຊາ​ຊົນບັນດາເຜົ່າແຂວງອັດຕະປື​ ເຊື່ອໝັ້ນຕໍ່ການ​ ບໍລິຫານຈັດການນໍ້າມັນ ເພື່ອໃຫ້ພຽງພໍຕໍ່ການຊົມໃຊ້.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article