23 C
Vientiane
ວັນທີ 13 March, 2026

ເຮືອຊ່ວງນາວານາກນ້ອຍ ຄວ້າແຊ້ມບຸນຊ່ວງເຮືອທີ່ທ່ານ້ຳຄານ

Must read

ເມືອບໍ່ດົນມານີ້ ທີ່ທ່ານໍ້າຄານ ບ້ານນູນສະຫວາດ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ບໍລິສັດ ເຄວ່າຍ ບຸບຜາ ໄດ້ຈັດງານບຸນຊ່ວງເຮືອປະເພດ 12 ຫາ 15 ສີພາຍ, ມີທ່ານ ຊາຍພອນ ຈັນທຸມມາ ເລຂາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ, ພ້ອມດ້ວຍແຂກຮັບເຊີນ, ມວນຊົນຊາວຫຼວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການຈັດງານຄັ້ງນີ້, ເປັນການຂໍານັບຊົມເຊີຍການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 10 ແລະ ສະພາປະຊາຊົນແຂວງຊຸດທີ 5, ທັງເປັນການສະເຫຼີມ ສະຫຼອງ ວັນສ້າງຕັ້ງແມ່ຍິງສາກົນ (ວັນທີ່ 8 ມີນາ) ຄົບຮອບ 116 ປີ, ໃຫ້ເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມນະຄອນ ຫຼວງພະບາງ ໃຫ້ນັບມືນັບຫຼາຍຂຶ້ນ. ສຳລັບການຈັດງານບຸນຊ່ວງເຮືອ ປະເພດ 12-15 ສີພາຍ ທີ່ທ່ານໍ້າບ້ານນູນສະຫວາດ ໄດ້ເລີ່ມຕົ້ນມາແຕ່ປີ 2021 ໂດຍແມ່ນບໍລິສັດ ເຄວາຍບຸບຜາ ໃຫ້ການສະໜັບສະໜູນຫຼັກ. ສະເພາະປີນີ້, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 12 ລໍາ. ຜ່ານການແຂ່ງຂັນ ທີ 1 ແມ່ນເຮືອຊ່ວງນາວານາກນ້ອຍ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4 ລ້ານກີບ, ທີ 2 ເຮືອຊ່ວງສວນລ້ານຊ້າງ ຕົ້ນກ້າສັ່ງລຸຍ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ທີ 3 ເຮືອຊ່ວງສົມສາຄາເຟ່ ໄດ້ຂັນ 1 ໜ່ວຍ ເງິນສົດ 2 ລ້ານ 5 ແສນກີບ. ສ່ວນເຮືອຊ່ວງລາວແກັດບ້ານສັງຄະໂລກ, ເຮືອຊ່ວງຮ້ານສ້ອມແປງລົດນັດຕະພົນ, ເຮືອຊ່ວງສາວສວຍເມືອງຟ້າ, ເຮືອຊ່ວງຮ້ານຂາຍໄມ້ນາງສົມຫຼ້າ-ນາງນິລະດາ, ເຮືອຊ່ວງແຝດນ້ອຍ ສີວຸດລົດຈົກ, ເຮືອຊ່ວງບໍລິສັດເຄວ່າຍບຸບຜາ, ເຮືອຊ່ວງເທບອະລິຍະທຳສີຫາລາດ, ເຮືອຊ່ວງເພັດລົດຈົກບໍລິສັດເອັຊພີອະສັງຫາລິມະຊັບຊື້ດີນ-ຂາຍດິນ ແລະ ເຮືອຊ່ວງດາວເບັ້ນ ໄດ້ຮັບລາງວັນຊົມເຊີຍ, ໃຫ້ກຽດມອບລາງວັນ ໂດຍແມ່ນ ທ່ານ ຊາຍພອນ ຈັນທຸມມາ ພ້ອມດ້ວຍຕາງໜ້າການນຳຂອງແຂວງ.

(ພາບ+ຂ່າວ: ທອງດາ ທິບພະວົງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article