31 C
Vientiane
ວັນທີ 10 March, 2026

ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ຢູ່ ບ້ານ ບາກ ແລະ ບ້ານ ກຣຸງຕາສິງ, ເມືອງ ກະລຶມ

Must read

ໃນພື້ນທີ່ທີ່ເສັ້ນທາງຄົມມະນາຄົມຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງ ແຕ່ທີມງານຂອງພວກເຮົາກໍ່ບໍ່ຢຸດຢັ້ງຄວາມພະຍາຍາມທີ່ຈະເຮັດໃຫ້ປະຊາຊົນລາວມີຄວາມປອດໄພໃນການດໍາລົງຊີວິດ.

ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ຢູ່ ບ້ານ ບາກ ແລະ ບ້ານ ກຣຸງຕາສິງ, ເມືອງ ກະລຶມ ຕາມການລາຍງານຂອງປະຊາຊົນພາຍໃນບ້ານທີ່ພົບເຫັນລະເບີດໃຫຍ່ ຈໍານວນ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ ເນື່ອງຈາກມີການເຊາະເຈື່ອນຂອງຕາຝັ່ງ ຈຶ່ງເຮັດໃຫ້ພົບເຫັນລະເບີດໃຫຍ່ດັ່ງກ່າວ.

ອີງຕາມຜົນການພິສູດທາງດ້ານວິຊາການໃຫ້ຮູ້ວ່າ ລະເບີດໃຫຍ່ຈຳນວນ 9 ໜ່ວຍ ແມ່ນມີປະເພດ MK82 ນໍ້າໜັກ 500 ປອນ (226.7 ກິໂລກຼາມ) ຈໍານວນ 7 ໜ່ວຍ ແລະ ປະເພດ MK81 ນໍ້າໜັກ 250 ປອນ (113.3 ກິໂລກຼາມ) ຈໍານວນ 2 ໜ່ວຍ, ເຊິ່ງທີມງານພາກສະໜາມ ໄດ້ນຳໃຊ້ເຮືອເປັນພາຫະນະໃນການຂົນຍ້າຍລະເບີດໃນຄັ້ງນີ້ ເພື່ອນຳໄປທຳລາຍຢູ່ຈຸດທີ່ປອດໄພຕາມຂັ້ນຕອນທາງດ້ານວິຊາການ ແລະ ພາລະກິດຄັ້ງນີ້ ແມ່ນຈະດໍາເນີນເປັນເວລາ 5 ວັນ ນັບແຕ່ວັນທີ 5 – 9 ມີນາ 2026 ຈຶ່ງຈະສຳເລັດ.

ຂໍຊົມເຊີຍທີມງານພາກສະໜາມທຸກທ່ານທີ່ມີຄວາມອົດທົນ ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຊ່ວຍໃຫ້ປະຊາຊົນມີຄວາມປອດໄພ ແລະ ຂໍສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ເຊກອງ.

ທີ່ມາ:Lao National Unexploded Ordnance Programme

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article