28.8 C
Vientiane
ວັນທີ 21 February, 2026

ປີ 2025 ກະຊວງປ້ອງກັນຄວາມສະຫງົບ ມີຄະດີເກີດຂຶ້ນ 6,415 ເລື່ອງ ແລະ ກັກຜູ້ຖືກຫາ 9,844 ຄົນ

Must read

ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2025 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2026 ຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025, ພາຍໃຕ້ການເປັນປະທານຂອງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ  ວັນທີ 16 ກຸມພາ 2026 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງດ້ານສັງຄົມ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ລວມທັງບັນດາໜ້າວຽກຈຸດສຸມປິ່ນອ້ອມໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ ຜ່ານການຜັນຂະຫຍາຍສາມາດເລີກຮື້, ແກ້ໄຂບັນດາເປົ້າໝາຍອາຊະຍາກໍາ ທີ່ສ້າງຄວາມບໍ່ສະຫງົບໃນສັງຄົມ.

ໃນນີ້, ທົ່ວປະເທດ ມີຄະດີອາຍາເກີດຂຶ້ນທັງໝົດ 6,996 ເລື່ອງ (ບໍ່ນັບອຸປະຕິເຫດ ແລະ ອັກຄີໄພ) ສາມາດມ້າງໄດ້ 6,415 ເລື່ອງ, ກັກຜູ້ຖືກຫາ 9,844 ຄົນ ຍິງ 1,289 ຄົນ,ຄົນຕ່າງປະເທດ 417 ຄົນ, ທຽບໃສ່ປີ 2024 ຫຼຸດລົງ 353 ເລື່ອງ.ໃນນີ້,ມີຄະດີຢາເສບ ຕິດ 3,660 ເລື່ອງ, ຄະດີເສດຖະກິດ 700 ເລື່ອງ, ຄະດີຄ້າມະນຸດ 44 ເລື່ອງ, ຄະດີຄາດຕະກໍາ 71 ເລື່ອງ, ຄະດີລັກ ພາຕົວ 6 ເລື່ອງ, ຄະດີຊິງຊັບ 85 ເລື່ອງ, ປຸ້ນຊັບພົນລະ ເມືອງ 61 ເລື່ອງ, ລັກຊັບພົນລະເມືອງ 1,651 ເລື່ອງ, ຜົນເສຍຫາຍ ລວມີເງິນ 10 ຕື້ກວ່າລ້ານກີບ, ເງິນບາດ 15 ລ້ານກວ່າບາດ, ເງິນໂດລາ 2,964,000 ໂດລາ, ເງິນຢວນ 5,494,000 ຢວນ, ຄໍາຮູບປະພັນ ລວມນ້ຳໜັກ 1,136 ບາດ, ສາຍແອວທອງນາກ 20 ບາດ, ສາຍແອວເງິນ 20 ບາດ, ທອງຂາວ 10 ກິໂລ, ລົດໃຫຍ່ 20 ຄັນ, ລົດຈັກ 1,249 ຄັນ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ລົດໃຫຍ່ 8 ຄັນ, ລົດຈັກ 684 ຄັນ, ປືນ AK 2 ກະບອກ, ປືນສັ້ນ 13 ກະບອກ, ປືນ CKC 1 ກະບອກ, ປືນກອກ 1 ບອກ, ລູກ ປືນ 117 ລູກ ແລະວັດຖຸອື່ນໆຫຼາຍຢ່າງ.

ພ້ອມກັນນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມ 6 ວຽກວຽກຈຸດສຸມ, ຜັນຂະຫຍາຍຄໍາສັ່ງເລກທີ 07/ນຍ ວ່າດ້ວຍຊັບ ສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ດໍາລັດ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ, ຕ້ານຢາເສບຕິດ ແລະ ນິຕິກໍາ ທີ່ກ່ຽວຂ້ອງຈໍານວນໜຶ່ງ.

ສະເພາະ ບັນຫາຢາເສບຕິດ ໃນ 1 ປີຜ່ານມາ, ສາມາດມ້າງຄະດີກຸ່ມແກ້ງຄ້າຢາເສບຕິດໄດ້ 3,660 ເລື່ອງ, ກັກຜູ້ຖືກຫາ 5,643 ຄົນ ຍິງ 531 ຄົນ, ຕ່າງປະເທດ 322 ຄົນ, ດໍາເນີນຄະດີສໍາເລັດ 4,089 ຄະດີ, ຜູ້ຖືກຫາ 6,180 ຄົນ, ຕ່າງປະເທດ 287 ຄົນ, ຢຶດຂອງກາງຢາເສບຕິດ ປະເພດຕ່າງໆ ຢາບ້າ 244,306,373 ເມັດ, ນໍ້າໜັກ 24,433.63 ກິໂລ, ເຮໂຣອິນ 371,4 ກິໂລ, ຢາໄອສ໌ 4.483,9 ກິໂລ, ຢາອີ 29,630 ເມັດ, ຝິ່ນ 99,53 ກິໂລ, ກັນຊາ 861.93 ກິໂລ, ແປ້ງຝຸ່ນ ( ສ່ວນປະສົມຂອງຢາເສບຕິດ) ຈຳນວນ 35,589.61 ກິໂລ, ເຄຕາມິນ 5,686.52 ກິໂລ, ໂຄເຄນ 200 ກຼາມ, ນໍ້າເຄມີ 905 ຕຸກ, ລົດໃຫຍ່ 133 ຄັນ, ລົດຈັກ 547 ຄັນ, ອາວຸດປືນ 26 ກະບອກ, ລູກປືນ 463 ລູກ, ໝາກແຕກ 7 ໜ່ວຍ, ເງິນກີບ 764,492,000 ກີບ, ເງິນບາດ 642,120 ບາດ, ເງິນດົງ 120,455,000 ດົງ ແລະ ເຄື່ອງຂອງກາງອື່ນອີກຫຼາຍລາຍການ, ທຽບໃສ່ປີ 2024 ຫຼຸດລົງ 111 ເລື່ອງ ເທົ່າກັບ 2,94%. ນອກຈາກນີ້,ຍັງໄດ້ເອົາໃຈໃສ່ປະຕິບັດວຽກງານອື່ນໆ ຢ່າງມີຜົນສໍາເລັດ.

ສໍາລັບທິດທາງແຜນການຕໍ່ໜ້າ, ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປອດໄພໂດຍພື້ນຖານ ກໍາລັງປ້ອງກັນຄວາມສະຫງົບ ຈະໄດ້ສຸມໃສ່ປະຕິບັດ 4 ແຜນງານ 29 ໂຄງການ ໃຫ້ຮັດກຸມຂື້ນກວ່າເກົ່າ ໂດຍສະເພາະ 4 ແຜນງານໃຫຍ່ທີ່ສໍາຄັນ ຄື:

  1. ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ;
  2. ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ;
  3. ຮັບປະກັນ ແລະ ແກ້ໄຂ ຊີວິດການເປັນຢູ່ ຂອງກໍາລັງປ້ອງກັນຄວາມສະຫງົບ;
  4. ພົວພັນ ແລະ ຮ່ວມມືກັບສາກົນ ເຊີ່ງທັງໝົດນີ້ ຄະນະພັນ-ຄະ ນະບັນຊາ ແຕ່ລະຂັ້ນໃນຂອບເຂດທົ່ວປະເທດ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃນການນໍາພາ-ຊີ້ນຳ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ຫັນເປັນທິດທາງແຜນການ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ສອດຄ່ອງກັບສະ ພາບຕົວຈິງ ຂອງແຕ່ລະກົມກອງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ

ນອກນັ້ນ,ຄະນະພັກ-ຄະນະບັນຊາ ແຕ່ ລະຂັ້ນ, ສະມາຊິກພັກ,ນາຍ ແລະ ພົນຕໍາຫຼວດ ຕ້ອງເອົາ ໃຈໃສ່ປັບປຸງປ່ຽນແປງໃໝ່ ລະບອບແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລະບຽບຫຼັກການ, ກຽມພ້ອມຮັບໃຊ້ ແລະ ປະຕິບັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບມອບໝາຍ.

ທີ່ມາ:ໜັງສືພິມລາວພັດທະນາ Laophattana News

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article