
ຂປລ. ພິທີມອບ-ຮັບ ໂຄງການບໍາບັດນໍ້າ (ນໍ້າປະປາ ແລະ ນໍ້າເປື້ອນ) ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 4 ກຸມພາ 2026 ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຕາງໜ້າກ່າວມອບໂດຍທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ແລະ ຕາງໜ້າກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານ ລາຊໂລ ຕາກັກ (LászlóTakács) ເອກອັກຄະລັດຖະທູດ ແຫ່ງ ຮົງກາລີ ປະຈໍາ ສປປ ລາວ, ທ່ານ ມາກ ກາລາເຮີ (Mark GALLAGHER) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍະວັດ ນີຣະໄຊ໌ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ລາຍງານວ່າ: ໂຄງການບໍາບັດນໍ້າເປື້ອນ ນະຄອນຫລວງວຽງຈັນ ໄດ້ຮັບງົບປະມານ ກູ້ຢືມບໍ່ມີດອກເບ້ຍຈາກ ລັດຖະບານ ຮົງກາລີ ຊຶ່ງລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ກະຊວງການເງິນ ເຊັນສັນຍາ ເງິນກູ້ຢືມບໍ່ມີດອກເບ້ຍ ແຕ່ມີເງື່ອນໄຂ ກັບທະນາຄານ ເພື່ອການສົ່ງອອກ-ນໍາເຂົ້າ ຮົງກາລີ ຕາມສັນຍາ ສະບັບຄັ້ງວັນທີ 30 ມັງກອນ 2018 ໃນມູນຄ່າການກູ້ຢືມ 100 ລ້ານໂດລາສະຫະລັດ ແລະ ອົງການປົກຄອງ ນະຄອນຫລວງວຽງຈັນ ໄດ້ເຊັນສັນຍາທາງດ້ານການຄ້າ ກັບສະມາຄົມ ໂຄງການນໍ້າ ຮົງກາລີ-ລາວ ໂດຍແມ່ນ ບໍລິສັດ ລາວໂປຣເຈັກ, ຊຶ່ງໂຄງການມີກໍານົດເວລາ ການຈັດຕັ້ງປະຕິບັດ 4 ປີ ແລະ ໄດ້ມີການຕໍ່ສັນຍາການຄ້າ ແລະ ສັນຍາເງິນກູ້ ເພີີ່ມຕື່ມ ມາຮອດເດືອນ ມີນາ 2026. ການກໍ່ສ້າງຂະຫຍາຍໂຄງການບໍາບັດນໍ້າເປື້ອນເພີ່ມຕື່ມ ດ້ວຍຄວາມອາດສາມາດບໍາບັດນໍ້າເປື້ອນໄດ້ 26.000 ແມັດກ້ອນຕໍ່ມື້, ສ່ວນໂຄງສ້າງສາມາດຮັບໄດ້ 52.000 ແມັດກ້ອນຕໍ່ມື້ ໂດຍເລີ່ມກໍ່ສ້າງໃນຕົ້ນປີ 2023 ຊຶ່ງມີ 3 ອົງປະກອບຫລັກ ຄື: ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ພ້ອມດ້ວຍເຕັກໂນໂລຊີການກໍ່ສ້າງ, ຕິດຕັ້ງລະບົບສາຍທໍ່ຮັບນໍ້າເປື້ອນຈາກຕົວເມືອງ (ພື້ນທີີ່ຮັບນໍ້າເປື້ອນຮ່ອງແກ) ດ້ວຍທໍ່ HDPE ຟີ 400 ມີລີແມັດ, ໄຫລຕາມແຮງໂນ້ມຖ່ວງ ມີຄວາມຍາວ 7.369 ແມັດ ແລະ ທໍ່ HDPE ຟີ 800 ມີລີແມັດ, ໄຫລດ້ວຍແຮງດັນສູງ ມີຄວາມຍາວ 7.142 ແມັດ, ການກໍ່ສ້າງສະຖານີສູບສົ່ງນໍ້າເປື້ອນຈາກຕົວເມືອງ 9 ຈຸດ, ການສໍາຫລວດ-ອອກແບບ ແລະ ກໍ່ສ້າງ ແມ່ນບໍລິສັດ ລາວໂປຣເຈັກ ເປັນເຈົ້າການທັງໝົດ ໃນການຈັດຫາ ບັນດາບໍລິສັດ ຊຶ່ງມີບໍລິສັດອອກແບບ KC, ບໍລິສັດ ທີ່ປຶກສາ QZRT ແລະ ບໍລິສັດ ພາຍສະຄອນລາວ, ບໍລິສັດ ກໍ່ສ້າງພາຍໃນ ຄື: ບໍລິສັດ SPS ແລະ ບໍລິສັດ ຕ່າງປະເທດ ຈໍານວນໜຶ່ງ.

ການກໍ່ສ້າງແມ່ນປະຕິບັດຕາມມາດຕະຖານຂອງເອີຣົບ, ການຜະລິດຊິ້ນສ່ວນວັດຖຸອຸປະກອນ, ເຄື່ອງຈັກເຕັກໂນໂລຊີຕ່າງໆ ແມ່ນນໍາເຂົ້າຈາກປະເທດຮົງກາລີ, ການກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ແມ່ນໃຊ້ລະບົບ Moving Bed Bio Reactor (MBBR) ໂດຍການອອກແບບກໍ່ສ້າງມີ 7 ອົງປະກອບ ຄື: ອາຄານອ່າງດັກຂີ້ເຫຍື້ອ ແລະ ກອງຊາຍ; ອາຄານອ່າງບໍາບັດນໍ້າເປື້ອນ; ອາຄານອ່າງປັບຄວາມຂຸ້ນຂອງຕະກອນ 2 ອາຄານ; ອາຄານແຍກຕະກອນ; ອ່າງຂ້າເຊື້ອດ້ວຍລັງສີຢູວີ; ອາຄານຕາກແຫ້ງຕະກອນ 2 ອາຄານ; ອາຄານຫ້ອງການ, ຫ້ອງທົດລອງ. ໂຄງສ້າງຂອງອ່າງບໍາບັດ ສາມາດຮອງຮັບການບໍາບັດໄດ້ 52.000 ແມັດກ້ອນຕໍ່ມື້, ໝາຍຄວາມວ່າ ໂຮງງານບໍາບັດນໍ້າເປື້ອນ ສາມາດຕິດຕັໍ້ງເຕັກໂນໂລຊີ ເພືີ່ອຂະຫຍາຍໄດ້ຕືີ່ມອີກ 26.000 ແມັດກ້ອນຕໍ່ມື້. ປັດຈຸບັນ ການກໍ່ສ້າງທີ່ເປັນໜ້າວຽກຕົ້ນຕໍ ແມ່ນສໍາເລັດ 99% ຍັງເຫລືອແຕ່ວຽກເກັບບາງໜ້າວຽກ ພວມຈັດຕັ້ງປະຕິບັດ ເພື່ອໃຫ້ສຳເລັດ 100%ໃນເດືອນມີນາ ທີ່ຈະມາເຖິງນີ້. ພ້ອມນີ້, ໂຄງການຍັງຈະໄດ້ສືບຕໍ່ຮັບປະກັນ 18 ເດືອນ. ນອກນີ້, ພະແນກ ຍທຂ ນະຄອນຫລວງວຽງຈັນ ແລະ ລັດວິສາຫະກິດ ນໍ້າປະປາ ນະຄອນຫລວງວຽງຈັນ ຍັງໄດ້ກຽມບຸກຄະລາກອນເຂົ້າໃນວຽກງານຄຸ້ມຄອງ ບໍາລຸງຮັກສາຄຸ້ມຄອງລະບົບບໍາບັດນໍ້າເປື້ອນ ໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຍືນຍົງ ແລະ ສາມາດນໍາໃຊ້ໄດ້ຍາວນານ.


ຂ່າວ-ພາບ: ອ່າຍຄໍາ




