23 C
Vientiane
ວັນທີ 22 February, 2026

ເຈົ້າໜ້າທີ່ໄທ ກວດຢຶດລົດຈັກ 5 ຄັນ ກຽມລັກລອບສົ່ງຂ້າມແດນ ມາຂາຍຢູ່ ສປປ ລາວ

Must read

ຕໍາຫລວດທາງຫລວງ ຂອງໄທ ລາຍງານ ວັນທີ 1 ກຸມພາ 2026 ວ່າ: ເຈົ້າໜ້າທີ່ຕຳຫລວດທາງຫລວງ ຈັງຫວັດອຸບົນລາດຊະທານີ ໄດ້ຮັບແຈ້ງເບາະແສວ່າ ຈະມີການລັກລອບຂົນສົ່ງລົດຈັກ ເພື່ອສົ່ງອອກໄປຂາຍຍັງປະເທດເພື່ອນບ້ານ ສປປ ລາວ ໂດຍໃຊ້ລົດກະບະຕູ້ບັນທຸກ (ຕູ້ທຶບ) ແລ່ນຕາມເສັ້ນທາງຫລວງໝາຍເລກ 24 ມຸ່ງໜ້າສູ່ຊາຍແດນ ຈັງຫວັດອຸບົນລາດຊະທານີ ຈຶ່ງໄດ້ວາງແຜນສະກັດຈັບ.

ເຈົ້າໜ້າທີ່ພົບລົດຕ້ອງສົງໄສແລ່ນມາຈາກ ຈັງຫວັດສຸຣິນ ເຂົ້າສູ່ເຂດ ເມືອງກັນທະລັກ ຈັງຫວັດສີສະເກດ ຈຶ່ງໄດ້ສົ່ງສັນຍານໃຫ້ຢຸດເພື່ອທຳການກວດກາ. ຜ່ານການກວດສອບ ພົບລົດຈັກຈຳນວນ 5 ຄັນ ຢູ່ທາງທ້າຍລົດ, ບໍ່ມີເອກະສານທີ່ມາ ຜູ້ຂັບຂີ່ໃຫ້ຂໍ້ມູນບໍ່ຊັດເຈນ ແລະ ທ່າທາງມີພິລຸດ. ເຈົ້າໜ້າທີ່ຈຶ່ງໄດ້ຢຶດລົດທັງໝົດໄວ້ເພື່ອທຳການກວດສອບ.

ຜ່ານການສອບສວນ, ຜູ້ຂັບຂີ່ ຮັບສານພາບວ່າ: ຕົນເອງໄດ້ຮັບການຈ້າງຜ່ານ “ກຸ່ມໄລນ໌ (Line) ຮັບວຽກຂົນສົ່ງ” ໃຫ້ໄປຮັບລົດຈັກຈາກປ້ຳນ້ຳມັນແຫ່ງໜຶ່ງ ເຂດລາດກະບັງ, ກຸງເທບຯ. ໂດຍຜູ້ຈ້າງ ໄດ້ໃຊ້ອຸບາຍຈອດລົດຖິ້ມໄວ້ ແລ້ວເຊື່ອງກະແຈໄວ້ຢູ່ບໍລິເວນໂຄງຫຼັງຄາໂຮງຈອດລົດ ເພື່ອຫຼີກເວັ້ນການພົບໜ້າກັນ. ຈາກນັ້ນ, ໄດ້ຖືກສັ່ງໃຫ້ນຳລົດໄປສົ່ງຢູ່ແຄມທາງ ບ້ານສ້າງໂພນ, ເມືອງຕະການພືດຜົນ, ຈັງຫວັດອຸບົນລາດຊະທານີ ເຊິ່ງເປັນພື້ນທີ່ໃກ້ກັບແນວຊາຍແດນ ສປປ ລາວ ໂດຍຈະມີກຸ່ມໄວໜຸ່ມມາຮັບລົດຕໍ່ທັນທີ.

ສຳລັບຄ່າຈ້າງແມ່ນໄດ້ຄັນລະ 1,500 ບາດ, ລວມຖ້ຽວນີ້ແມ່ນ 10,000 ບາດ (ລວມຄ່ານ້ຳມັນ), ພໍຮອດຈຸດດັ່ງກ່າວ, ຈຶ່ງຖືກເຈົ້າໜ້າທີ່ ຈັບໄດ້ກ່ອນ ແລະ ຍອມຮັບວ່າເຄີຍເຮັດມາແລ້ວເປັນຄັ້ງທີ 2.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article